ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້​ນຳ​ທີ່​ເປັນ​ຄູ່​ແຂ່ງ​ກັນ ຂອງ ລີ​ເບຍ ຈະ​ຈັດ​ການ​ເຈ​ລະ​ຈາ ​ສັນ​ຕິ​ພາບ


ເສ​ນາ​ທິ​ການ ລີ​ເບຍ, ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ, ປະ​ທານ​ຂອງ​ສະ​ພາ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ​ ລີ​ເບຍ ທ່ານ ຟາ​ເຢ​ສ ອາ​ລ-ຊາ​ຣາ​ຈ໌, ແລະ ທ່ານ ຄາ​ເລັດ ເມ​ຈ​ຣີ, ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫຍ່.
ເສ​ນາ​ທິ​ການ ລີ​ເບຍ, ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ, ປະ​ທານ​ຂອງ​ສະ​ພາ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ​ ລີ​ເບຍ ທ່ານ ຟາ​ເຢ​ສ ອາ​ລ-ຊາ​ຣາ​ຈ໌, ແລະ ທ່ານ ຄາ​ເລັດ ເມ​ຈ​ຣີ, ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ໃຫຍ່.

ບັນ​ດາ​ຜູ້​ນຳ​ຂອງ​ລັດ​ຖະ​ບານ​ຄູ່​ແຂ່ງຂອງ ລີ​ເບຍ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັນ ເພື່ອ​ກາ​ນ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃນ​ນະ​ຄອນຫຼວງ ມົ​ສ​ກູ ປະ​ເທດ ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ ທ່ານ ຟາ​ເຢ​ສ ອາ​ລ-ຊາ​ຣາ​ຈ໌, ຫົວ​ໜ້າ​ຂອ​ງ​ລັດ​ຖະ​ບານສາ​ມັກ​ຄີ​ຊາດ ​ທີ່​ໄດ້​ຮັບ​ການ​ໜູນ​ລັງ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ທ່ານ ຄາ​ລີ​ຟາ ຮັ​ຟ​ຕາ, ຜູ້​ທີ່​ບັນ​ຊາ​ກອງ​ທັບ​ບົກ​ແຫ່ງ​ຊາດ ລີ​ເບຍ, ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ແລະ ເທີ​ກີ ກໍ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ຜັກ​ດັນ​ເພື່ອ​ສັນ​ຕິ​ພາບ​ໃນ ລີ​ເບຍ, ເຊິ່ງ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ກັບ​ຄວາມບໍ່​ໝັ້ນ​ຄົງ ນັບ​ຕັ້ງ​ແຕ່​ການ​ເສຍ​ຊີ​ວິດ​ຂອງຜູ້​ນຳທີ່​ດຳ​ລົງ​ຕຳ​ແໜ່ງ​ມາ​ດົນ​ນານ ທ່ານ ມ​ວາມ​ມາ ກາ​ດາ​ຟີ.

ສະ​ຖາ​ນະ​ການ​ດັ່ງ​ກ່າວ​ໄດ້​ມີ​ຄວາມ​ຮຸນ​ແຮງ​ຍິ່ງ​ຂຶ້ນ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານ ຮັ​ຟ​ຕາ ໄດ້​ທຳ​ການ​ໂຈມ​ຕີ​ທີ່​ແນ​ເປົ້າ​ໃສ່​ນະ​ຄອນຫຼວງ ທ​ຣິ​ໂປ​ລີ.

ສັນ​ຍາ​ຢຸດ​ຍິງ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ເສົາ​ວານນີ້ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ, ຜູ້​ທີ່​ສະ​ໜັບ​ສະ​ໜູນ​ທັງ​ສອງ​ຝ່າຍ​ນັ້ນ, ໄດ້​ໃຊ້​ເວ​ລາ​ໃນ​ອາ​ທິດ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສະ​ຫງົບ​ເສິກ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສັນ​ນິ​ບາດ​ຊາດ ອາ​ຣັບ ແລະ ສະ​ຫະ​ພາບ​ຢູ​ໂຣບ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດ ແລະ ກອງ​ທັບ​ບົກ​ແຫ່ງ​ຊາດ​ ລີ​ເບຍ ໃຫ້​ປະ​ຕິ​ບັດ​ຕາມ​ສັນ​ຍາ​ການ​ຢຸດ​ຍິງ, ເຊິ່ງ​ຖືກ​ກ່າວ​ວ່າ​ໄດ້​ຢຸດ​ໃນ​ວັນ​ອາ​ທິດ​ວານນີ້ ເຖິງ​ແມ່ນ​ວ່າ ຈະ​ມີ​ລາຍ​ງານ ກ່ຽວ​ກັບ ການ​ລະ​ເມີດ​ເລັກ​ນ້ອຍ​ບາງ​ຄັ້ງ​ກໍ​ຕາມ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ ລີ​ເບຍ ໄດ້​ຂໍ​ໃຫ້​ສອງ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ນຳ​ກັນ​ນັ້ນ “ເຄົາ​ລົບ​ຂໍ້​ຕົກ​ລົງການ​ຢຸດ​ຍິງ” ແລະ ພະ​ຍາ​ຍາມ​ເພື່ອຈັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ສະ​ຖານ​ທູດ​ຂອງ​ບັນ​ດາ​ປະ​ເທດ ຢູ​ໂຣບ ໃນ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ ໄດ້​ສົ່ງ​ຖະ​ແຫຼງ​ການ​ຮ່ວມ​ສະ​ບັບ​ນຶ່ງ​ອອກ​ໄປ​ເພື່​ອ​ຮຽກ​ຮ້ອງ​ໃຫ້​ຊາວ ລີ​ເບຍ “ຍຶດ​ໂອ​ກາດ​ທີ່​ແຕກ​ຫັກ​ໄດ້​ງ່າຍນີ້ ເພື່​ອ​ແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ, ເສດ​ຖະ​ກິດ ແລະ ຄວາມ​ປອດ​ໄພ​ທີ່​ສຳ​ຄັນ​” ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ຕໍ່​ສູ້​ກັນນັ້ນ.

ບັນ​ດາ​ປະ​ເທດ​ສັນ​ນິ​ບາດ​ຊາດ ອາ​ຣັບ ໄດ້​ຮຽກ​ຮ້ອງບັນ​ດາ​ຄູ່​ແຂ່ງ​ຕ່າງໆ​ໃນ ລີ​ເບຍ “ໃຫ້​ຜູກ​ມັກ​ກັບ​ການ​ຢຸດ​ຕໍ່​ສູ້, ເຮັດ​ວຽກ​ໃນ​ການ​ລົບ​ລ້າງ​ຄວາມ​ເຄັ່ງ​ຕຶງ​ທຸກ​ຮູບ​ແບບ ແລະ ໃຫ້​ມີ​ຄວາມ​ຊື່​ສັດ ທີ່​ແນ​ໃສ່​ການ​ບັນ​ລຸ​ແຜນ​ການ​ເພື່ອ​ການ​ຢຸດ​ຍິງ​ຢ່າງ​ຖາ​ວອນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG