ນາຍົກລັດຖະມົນຕີ ລີເບຍ ທີ່ໄດ້ຮັບການໜູນຫຼັງຈາກອົງການສະຫະປະຊາຊາດ ທ່ານ
ເຟເຢັສ ຊາຣາຈ໌ ກ່າວວ່າກອງກຳລັງຂອງລັດຖະບານຂອງທ່ານ ໄດ້ກຽມພ້ອມທີ່ຈະ
ປະເຊີນໜ້າກັບກຳລັງທີ່ຈົງຮັກພັກດີຕໍ່ຜູ້ບັນຊາການກອງທັບ ລີເບຍ ນາຍພົນ ຄາລີຟາ
ຮັຟຕາ, ເຊິ່ງປາກົດວ່າຈະມີຄວາມໄດ້ປຽບຢູ່ຕາມເຂດນອກຂອງນະຄອນຫຼວງ ທຣິບ
ໂປລີ ຂອງ ລີເບຍ, ທ່ານ ຊາຣາຈ໌ ໄດ້ເອີ້ນການກະທຳຂອງທ່ານ ຮັຟຕາ ວ່າພະຍາຍາມ
ກໍ່ລັດຖະປະຫານ.
ສື່ມວນຊົນ ອາຣັບ ໄດ້ອອກອາກາດວີດີໂອ ກ່ຽວກັບ ກອງກຳລັງຂອງທ່ານ ຮັຟຕາ ເດີນ
ທາງເຂົ້າປະຕູຂອງສະໜາມບິນສາກົນ ທຣິບໂປລີ ທີ່ຕອນນີ້ຖືກປິດໄວ້, ກ່ອນເຂົ້າປະ
ຈຳຕຳແໜ່ງຢູ່ນອກອາຄານສະໜາມບິນ ແລະ ຢູ່ຕາມທາງແລ່ນຂອງເຮືອບິນທີ່ບໍ່ຖືກ
ໃຊ້. ມັນບໍ່ມີການປາກົດໃຫ້ເຫັນວ່າຈະມີການຕໍ່ຕ້ານກັບການເຂົ້າຍຶດດັ່ງກ່າວ.
ສື່ມວນຊົນ ອາຣັບ ຍັງໄດ້ສະແດງໃຫ້ເຫັນຜູ້ອາໄສຢູ່ໃນຊຸມຊົນທີ່ອາໄສຢູ່ໃກ້ກັບນະ
ຄອນຫຼວງ ສົ່ງສຽງເຊຍໃນຂະນະທີ່ກອງກຳລັງຂອງທ່ານ ຮັຟຕາ ເຄື່ອນເຂົ້າ. ໂທລະ
ພາບ ອາລ-ອາຣາບີຢາ ຂອງ ຊາອຸດີ ອາຣາເບຍ ໄດ້ກ່າວວ່າ ກອງກຳລັງຂອງທ່ານ
ຮັຟຕາ ໄດ້ເຄື່ອນເຂົ້າໃນເມືອງ ຄາລັດ ອາລ-ຟາການ ຂອງນະຄອນຫຼວງ. ວີໂອເອ
ບໍ່ສາມາດທີ່ຈະຢືນຢັນການກ່າວອ້າງທີ່ວ່ານັ້ນໄດ້ຢ່າງເປັນອິດສະຫຼະ.
ໂຄສົກກອງທັບຂອງທ່ານ ຮັຟຕາມ, ພັນເອກ ອາເມັດ ອາລມິສມາຣີ, ໄດ້ກ່າວໃນກອງ
ປະຊຸມຖະແຫຼງຂ່າວໃນຕອນບ່າຍວັນເສົາວານນີ້ວ່າ ກອງກຳລັງພາຍໃຕ້ການບັນຊາ
ຂອງທ່ານ ຮັຟຕາ ໄດ້ທຳຄວາມກ້າວໜ້າ.
ທ່ານເວົ້າວ່າ ກອງກຳລັງຂອງທ່ານ ຮັຟຕາ ໄດ້ຄວບຄຸມເມືອງ ກາຢານ, ເຈັນດູບາ,
ກາເຊີ ອາລ-ເບເຊຍ ແລະ ຊູວານີ. ທ່ານກ່າວ່າ ທະຫານ 14 ຄົນທີ່ຕໍ່ສູ້ກັບກອງທັບບົກ
ຊີເຣຍ ໄດ້ຖືກຂ້າຕາຍໃນລະຫວ່າງການຕໍ່ສູ້.
ໂຄສົກຄົນດັ່ງກ່າວເວົ້າວ່າ ເຮືອບິນຂອງກອງທັບອາກາດ ທີ່ຈົງຮັກພັກດີຕໍ່ທ່ານ ຮັຟຕາ
ໄດ້ທຳການໂຈມຕີຢ່າງໜ້ອຍ 4 ຄັ້ງໃກ້ກັບສະຖານທີ່ກອງທັບ ບັບ ອາລ-ອາຊີຊີຢາ
ທາງພາກໃຕ້ຂອງນະຄອນຫຼວງ, ແຕ່ບໍ່ມີຜູ້ໃດບາດເຈັບຫຼືເສຍຊີວິດ. ທ່ານໄດ້ເວົ້າວ່າ,
ແນວໃດກໍຕາມ, ເຮືອບິນດັ່ງກ່າວ ຈາກເມືອງ ມິສຣາຕາ ທີ່ຢູ່ໃກ້ຄຽງ, ເຊິ່ງຄັດຄ້ານທ່ານ
ຮັຟຕາ ນັ້ນ, ໄດ້ສັງຫານພົນລະເຮືອນຈຳນວນຫຼາຍ ໃນການໂຈມຕີຢູ່ເມືອງ ກາຣີຢານ,
ເຊິ່ງທ່ານ ຮັຟຕາມ ໄດ້ຄວບຄຸມໃນເວລານີ້.