ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງ​ພັກ​ຄູ່​ແຂ່ງ ປະ​ທ້ວງ​ໃນ​ ເວ​ເນ​ຊູ​ເອ​ລາ ໃນ​ຂະ​ນະ​ທີ່​ນາຍ​ພົນ ໂຕນພັກ


ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໄດ້​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ເພື່ອ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂຣ ລາ​ອອກ​ຈາກ​ຕຳ​ແໜ່ງ, ນະ​ຄອນຫຼວງ ກາ​ຣາ​ກາ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. 2 ກຸ​ມ​ພາ, 2019.
ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໄດ້​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ເພື່ອ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂຣ ລາ​ອອກ​ຈາກ​ຕຳ​ແໜ່ງ, ນະ​ຄອນຫຼວງ ກາ​ຣາ​ກາ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. 2 ກຸ​ມ​ພາ, 2019.

ພວກ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກົວ​ອີ​ໂດ ກັບ ປະ​
ທານາທິບໍດີ ນິໂກລັສ ມາດູໂຣ ໄດ້ເຂົ້າຮ່ວມໃນການປະທ້ວງແຂ່ງກັນທີ່ນະຄອນຫຼວງ
ຂອງປະເທດ ໃນຂະນະທີ່ສະມາຊິກກອງບັນຊາການສູງສຸດຂອງກອງທັບອາກາດຂອງ
ປະເທດ ໄດ້ປະຕິເສດລັດຖະບານສັງຄົມນິຍົມຂອງທ່ານ ມາດູໂຣ ແລະ ໄດ້ກ່າວວ່າ
ຕອນນີ້ທ່ານໄດ້ຮັບຮູ້ວ່າທ່ານ ກົວອີໂດ ເປັນປະທານາທິບໍດີຊົ່ວຄາວ.

ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ ກົວ​ອີ​ໂດ ຫຼາຍ​ພັນ​ຄົນ, ທີ່ຖື​ທຸງ​ຊາດ ແລະ ເປົ່າ​ແກນັ້ນ,
ໄດ້ລວມຕົວກັນໃນສະຖານທີ່ຕ່າງໆຢູ່ອ້ອມນະຄອນຫຼວງ ກາ​ຣາ​ກາ​ສ ເພື່ອສະໜັບສະ
ໜູນການຮຽກຮ້ອງສຳລັບການເລືອກຕັ້ງກ່ອນກຳນົດ ແລະ ສ້າງລັດຖະບານໃໝ່ທ່າມ
ກາງການກົດດັນຈາກທົ່ວໂລກທີ່ເພີ່ມຂຶ້ນ ເພື່ອໃຫ້ທ່ານ ມາດູໂຣ ລົງຈາກຕຳແໜ່ງ.
ທ່ານ ກົວອີໂດ ໄດ້ເດີນທາງໄປຮອດການຊຸມນຸມກັນແຫ່ງນຶ່ງກັບພັນລະຍາຂອງທ່ານ,
ທ່ານນາງ ຟາບຽນນາ, ແລະ ໄດ້ຖືກຫຸ້ມລ້ອມໂດຍພວກຜູ້ສະໜັບສະໜູນຢ່າງຫຼວງ
ຫຼາຍ.

ພວກ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ທ່ານ ມາ​ດູ​ໂຣ ໄດ້​ລວມ​ຕົວ​ກັນ​ຢູ່​ຖະ​ໜົນ​ຟາກ​ຕາ​ເວັນ​
ຕົກຂອງນະຄອນຫຼວງ ກາ​ຣາ​ກາ​ສ ເພື່ອສະເຫຼີມສະຫຼອງວັນປະຕິວັດ ໂບລີເວຍ ຄົບ
ຮອບ 20 ປີ ທີ່ໄດ້ນຳໄປສູ່ການລູກຂຶ້ນຂອງນັກສັງຄົມນິຍົມທ່ານ ຮິວໂກ ຊາເວັສ, ຜູ້
ດຳລົງຕຳແໜ່ງກ່ອນໜ້າທ່ານ ມາດູໂຣ ທີ່ໄດ້ເສຍຊີວິດໄປແລ້ວ. ທ່ານ ມາດູໂຣ ໄດ້
ກ່າວຕໍ່ຝູງຄົນ, ເຊິ່ງເປັນຄັ້ງທຳອິດທີ່ທ່ານໄດ້ອອກມາປາກົດຕົວໃນການຊຸມນຸມສາ
ທາລະນະນັບຕັ້ງແຕ່ວັນທີ 4 ສິງຫາທີ່ຜ່ານມາ.

ທ່ານ ມາ​ດູ​ໂຣ ໄດ້​ຮຽກ​ຮ້ອງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໃໝ່ ໄວ​ກວ່າ​ທີ່​ໄດ້​ວາງ​ແຜນ
ໄວ້, ໄດ້ກ່າວຢ້ຳວ່າທ່ານເປັນປະທານາທິບໍດີທີ່ຖືກຕ້ອງຕາມກົດໝາຍຂອງປະເທດ
ແລະ ໄດ້ກ່າວຕໍ່ຝູງຄົນວ່າ, “ຂ້າພະເຈົ້າຮູ້ສຶກອັບອາຍຂາຍໜ້າຫຼາຍທີ່ໄດ້ເຫັນກຸ່ມຂອງ
ອາຊະຍາກອນລັດຖະປະຫານຝ່າຍຄ້ານ” ຮັບຄຳສັ່ງຈາກວໍຊິງຕັນ.

ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ປະ​ກາດ​ການ​ຖອນ​ຕົວ​ຂອງ​ທ່ານ​ນັ້ນ, ນາຍ​ພົນ ຟຣານ​ຊິ​ສ​ໂກ
ຢາເນັສ ໄດ້ຮຽກຮ້ອງສະມາຊິກຄົນອື່ນໆຂອງກອງທັບໃຫ້ຖອນຕົວອອກມາດ້ວຍ. ຜູ້
ນຳກອງທັບລະດັບສູງຫຼາຍຄົນ ໄດ້ຊ່ວຍເຫຼືອທ່ານ ມາດູໂຣ ລອດຈາກການເລືອກຕັ້ງ
ຄັ້ງໃຫຍ່ທີ່ຜ່ານມາ ໃນສອງສາມປີແລ້ວນີ້ ໂດຍບັນດານັກເຄື່ອນໄຫວທີ່ຖືກຈັບເຂົ້າຄຸກ
ແລະ ພວກປະທ້ວງຝ່າຍຄ້ານທີ່ຖືກປາບປາມ. ມັນຍັງຄົງບໍ່ແນ່ນອນເທື່ອວ່າ ມີການສະໜັບສະໜູນຈາກກອງທັບຫຼາຍປານໃດ ສຳລັບທ່ານ ກົວອີໂດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG