ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະດັບນໍ້າທະເລ ທີ່ສູງ​ຂຶ້ນ ເປັນໄພຂົ່ມຂູ່ ຕໍ່ເມືອງແຄມຝັ່ງທະເລ ຂອງຊາວແວລຊ໌


Rising Sea Levels Threaten Welsh Seaside Town
please wait

No media source currently available

0:00 0:02:25 0:00

ເມືອງແຟບອນ ລັດ ເວລຊ໌ ຈະຈົມລົງໃນທະເລ ໃນປີ 2045

ໂລກຂອງເຮົາທຸກມື້ນີ້ ແມ່ນພວມຮັບມືກັບບັນຫາອົບພະຍົບຍ້ອນດິນຟ້າ ອາກາດຢູ່
ແລ້ວ ຄືພວກຜູ້ຄົນ ທີ່ບ້ານເຮືອນທີ່ໄດ້ຖືກນໍ້າຖ້ວມ ຍ້ອນລະດັບຂອງ ນໍ້າທະເລສູງຂຶ້ນ. ແຕ່ວ່າພວກປະຊາຊົນທີ່ອາໄສຢູ່ໃນເມືອງນຶ່ງແຄມທະເລແມ່ນ ພວມມີຄວາມສັບສົນ
ແລະໂມໂຫ ຍ້ອນການຕັດສິນໃຈທາງການເມືອງທີ່ປ່ອຍ ໃຫ້ທຳມະຊາດ ເຮັດໄປຕາມ
ໃຈຂອງມັນ ແລະປ່ອຍໃຫ້ເມືອງດັ່ງກ່າວຈົມລົງໄປ ໃນທະເລ ດັ່ງທີ່ ເຄວິນ ອີນິກສ໌ ນັກ
ຂ່າວຂອງວີໂອເອ ລາຍງານມາ ຊຶ່ງ ສາລີ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ເມືອງ ແຟບອນ ທີ່ເປັນເມືອງແຄມທະເລແຫ່ງນຶ່ງຂອງຊາວ Welsh ທີ່ມີ ຄວາມສວຍ
ງາມ ແຕ່ຕັ້ງຢູ່ຕໍ່າ ເລາະລຽບຕາມປາກແມ່ນໍ້າ ສົ້ນສຸດຂອງ ລັດ Wales.

ເຖິງແມ່ນວ່າ ມັນຈະຄ່ອຍໆເປັນໄປ ແຕ່ກໍແນ່ນອນວ່າ ລະດັບນໍ້າ ແມ່ນກຳລັງ ສູງຂຶ້ນ
ເລື້ອຍໆ.

ລະດັບນໍ້າຂອງມະຫາສະໝຸດ ທີ່ຄ່ອຍໆສູງຂຶ້ນ ໄດ້ພາໃຫ້ພວກຜູ້ນຳທາງດ້ານ ການ
ເມືອງສະເໜີແນະວ່າ ຈະຍ້າຍ​ອອກ​ຈາກເມືອງດັ່ງກ່າວເລີ້ມແຕ່ປີ 2045 ເປັນຕົ້ນໄປ
ແລ້ວກໍປ່ອຍໃຫ້ມັນຫາຍສາບສູນໄປໃນປີ 2055. ມັນບໍ່ເປັນເລື້ອງ ແປກ ທີ່ວ່າພວກ
ຊາວເມືອງດັ່ງກ່າວ ຈະພາກັນບໍ່ດີໃຈ ກັບແນວຄິດທີ່ວ່ານັ້ນ ຊຶ່ງ Stuart Eves ທີ່ໄປ
ພັກແຮມຄ້າງຄືນ ຢູ່ສະຖານທີ່ຄ້າງຄືນ Ynysfaig and Caravan ກ່າວວ່າ:

“ແລະໂດຍຜ່ານສະພາ Gwynedd ທຸກມື້ນີ້ພວກເຂົາເຈົ້າເວົ້າວ່າ ພວກເຂົາເຈົ້າຈະທຳ
ລາຍໝູ່ບ້ານຂອງພວກເຮົາ ໃນປີ 2045 ຫລື 2055. ເປັນຫຍັງ? ມາແມ້ ເອົາຕົວເລກ
ມາໃຫ້ພວກເຮົາເບິ່ງແມ້ ວ່າລະດັບນໍ້າທະເລ ມັນຈະສູງ ຂຶ້ນໄວປານນັ້ນ ໃນຈຳນວນ
ຫລາຍປານນັ້ນ ໃນເວລາສໍ່ານັ້ນ.”

ແຕ່ພວກນັກວິທະຍາສາດ ແມ່ນກັງວົນວ່າ ບໍ່ວິທີໃດກໍວິທີນຶ່ງ ມະຫາສະໝຸດ ກໍ ຈະເອົາ
ໝູ່ບ້ານແຟເບີນ ກັບຄືນໄປ ຊຶ່ງ ມາຕິນ ອັອສຕິນ ນັກວິທະຍາສາດມະຫາສະໝຸດ ທີ່ມະ
ຫາວິທະຍາໄລ ແບງກໍ ກ່າວວ່າ:

“ການວິວັດທະນາການທາງທຳມະຊາດແຄມຝັ່ງ ແມ່ນຄ່ອຍໆເປັນ ຄ່ອຍໆໄປ. ຫາກແຕ່
ວ່າ ຖ້າພວກເຮົາຈະພະຍາຍາມ ປ້ອງກັນແຄມຝັ່ງໄວ້ ຕ້ານອັນໃດອັນ ນຶ່ງ ທີ່ພະຍາຍາມ
ຕໍ່ສູ້ຢູ່ນັ້ນ ເວົ້າແທ້ແລ້ວເຈົ້າກໍຈະອ່ອນແຮງ ຫຼືບາງທີກໍອາດ ຈະເປັນພາຍຸໃຫຍ່ມັນຈະມີ
ການປ່ຽນແປງຢ່າງໄວວາ ຫລືບາງກໍອາດຈະເປັນ ໄພຫາຍະນະກໍເປັນໄດ້.”

ລາຄາຂອງຊັບສິນທີ່ດິນບ້ານເຮືອນ ພວມຕົກຕໍ່າລົງຢ່າງໃຫຍ່ ແລະຢ່າງວ່ອງໄວ ແລະ
ໃນເວລາດຽວກັນ ພວກຊາວເມືອງກໍເວົ້າວ່າ ພວກເຂົາເຈົ້າບໍ່ຮູ້ວ່າ ຈະເຮັດ ຈັ່ງໃດ ຊຶ່ງ
ແອນເຈິລາ ທໍມາຊັນ ໃນສະພາປະຊາຄົມ ແຟເບີນ ກ່າວວ່າ:

“ພວກເຮົາຮູ້ສຶກຢູ່ບໍ່ເປັນສຸກ ເວລາຖືກເອີ້ນວ່າ ເປັນໝູ່ບ້ານອົບພະຍົບດິນຟ້າອາ ກາດ
ແຫ່ງທຳອິດ. ສິ່ງທີ່ພວກເຮົາຕ້ອງການດຽວນີ້ແມ່ນຄຳຕອບ. ພວກເຮົາຢາກ ຮູ້ວ່າ ຈະ
ສ້າງກຳລັງປ້ອງກັນນໍ້າທະເລ ກ່ອນປີ 2045 ໄດ້ບໍ່? ພວກເຮົາຢາກຮູ້ ວ່າ ຈະມີຫຍັງເກີດ
ຂຶ້ນກັບພວກເຮົາ.”

ຄຳຕອບ ແມ່ນຫາຍາກ ແຕ່ພວກນັກການເມືອງພາກັນກ່າວວ່າ ຈະຕ້ອງໄດ້ເຮັດ ອັນໃດ
ອັນນຶ່ງ ບໍ່ດັ່ງນັ້ນ ກໍຈະມີຄົນຕາຍ ເວລານໍ້າມາ ຊຶ່ງທ່ານນາງ ແຄັດທຣິນ ເວເຈີ ປະຈຳສະ
ພາ Gwynedd ກ່າວວ່າ:

“ນັ້ນຄືຈຸດ ທີ່ທັງຈະເປັນໄປບໍ່ໄດ້ ທາງເສດຖະກິດ ແລະທັງການສ່ຽງທີ່ມີເພີ້ມ ຂຶ້ນຕໍ່ຊີວິດ
ທີ່ຈະຮັກໄວ້ ຊຶ່ງການປ້ອງກັນຢູ່ພາຍໃນ ແຟເບີນ. ເພາະສະນັ້ນຈຶ່ງ ວ່າ ເປັນຫຍັງລາຍ
ງານນີ້ຈຶ່ງສະເໜີແນະ ໃຫ້ປະຖິ້ມ ນັບຕັ້ງແຕ່ ປະມານປີ 2045 ເປັນຕົ້ນໄປ.

ພວກນັກວິທະຍາສາດພາກັນກ່າວວ່າ ເວລາການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້
ລະດັບນໍ້າທະເລສູງຂຶ້ນຢູ່ທົ່ວໂລກ ນັບມື້ນັບມີຫລາຍບ້ານຫລາຍເມືອງ ເພີ້ມຂຶ້ນເລື້ອຍໆ ທີ່ຢູ່ໃກ້ມະຫາສະໝຸດ ຈະໄດ້ພາກັນຮັບມືກັບບັນຫາດັ່ງກ່າວນີ້.

ແລະໃນຂະນະທີ່ພວກຊາວເມືອງ ແຟເບີນ ພາກັນບໍ່ດີໃຈ ກັບການເປັນອົບພະ ຍົບດິນ
ຟ້າອາກາດກໍຕາມ ແຕ່ພວກເຂົາເຈົ້າສອງສາມພັນຄົນໃນຈຳນວນຫຼາຍໆ ລ້ານຄົນ ທີ່
ຄາດກັນວ່າ ຈະໄດ້ຍ້າຍບ່ອນຢູ່ອາໄສ ຍ້ອນລະດັບນໍ້າທະເລທີ່ສູງ ຂຶ້ນ ພາຍໃນອີກ 50 ປີຂ້າງໜ້ານີ້.

ເຊີນອ່ານເລື້ອງນີ້ເປັນພາສາອັງກິດ

XS
SM
MD
LG