ມັນບໍ່ຄ່ອຍແມ່ນສິ່ງທຳອິດທີ່ຢູ່ໃນຄວາມຄິດຂອງທຸກຄົນ ໃນປະເທດ ຫວຽດນາມ ທີ່ເປັນສູນກາງດ້ານການເງິນທີ່ກຳລັງຂະຫຍາຍຕົວນັ້ນ, ແຕ່ທຸກຄົນຂ້ອນຂ້າງຈະຮູ້ວ່າ ມັນອາດເກີດຂຶ້ນ, ລະດັບນ້ຳທະເລໂລກທີ່ສູງຂຶ້ນ ຍ້ອນສະພາບອາກາດປ່ຽນແປງ ໄດ້ເປັນໄພຂົ່ມຂູ່ທີ່ຈະຖ້ວມປະເທດດັ່ງກ່າວພາຍໃນປີ 2100.
ໄພຂົ່ມຂູ່ດັ່ງກ່າວໄດ້ປາກົດອອກມາອີກຄັ້ງໃນອາທິດແລ້ວນີ້ ເມື່ອອົງການຂ່າວ ສູນກາງສະພາບອາກາດ ທີ່ບໍ່ຫວັງຜົນກຳໄລຕັ້ງຢູ່ ສະຫະລັດ ໄດ້ເປີດເຜີຍລາຍງານສະບັບນຶ່ງໃນວາລະສານ Nature ທີ່ໄດ້ກ່າວເຖິງລາຍລະອຽດຂອງ ເຫດການ ແລະ ສະຖານທີ່ສຳລັບການເພີ່ມຂຶ້ນຂອງລະດັບນ້ຳທະເລ. ຈາກ 10 ເປີເຊັນ ຫາ ນຶ່ງສ່ວນສາມຂອງປະຊາກອນ ຫວຽດນາມ ຈະໄດ້ຮັບຜົນກະທົບ, ອີງຕາມການກ່າວຂອງການສຶກສາເມື່ອວັນທີ 29 ຕຸລາທີ່ຜ່ານມາ.
ນະຄອນ ໂຮ່ ຈິ ມິນ, ທີ່ມີປະຊາກອນ 9 ລ້ານຄົນ, ໄດ້ສະແດງໃຫ້ເຫັນບັນຫາທີ່ສາມາດສັງເກດເຫັນໄດ້ພຽງໜ້ອຍດຽວສຳລັບເວລານີ້. ເຄື່ອງຍົກໄດ້ຖືກຕິດຕັ້ງສູງຂຶ້ນເທິງຟ້າ ເພື່ອສ້າງເຮືອນຫຼັງໃໝ່ ສຳລັບປະຊາຊົນຜູ້ທີ່ໄດ້ເຄື່ອນຍ້າຍເຂົ້າມາຢ່າງເປັນປະຈຳຈາກຫຼາຍພາກສ່ວນຂອງ ຫວຽດນາມ ເພື່ອເຮັດວຽກ ຫຼື ຮ່ຳຮຽນ. ນະຄອນ ໂຮ່ ຈິ ມິນ ໄດ້ມີໜ້າທີ່ ເປັນສູນກາງການບໍລິຫານ ສຳລັບບັນດາບໍລິສັດລົງທຶນຕ່າງປະເທດທີ່ເພີ່ມຂຶ້ນ ທີ່ຜະລິດສິນຄ້າຕ່າງໆໃນ ຫວຽດນາມ ສຳລັບການສົ່ງອອກ, ເຊິ່ງແມ່ນແຫຼ່ງຂອງການຂະຫຍາຍຕົວດ້ານເສດຖະກິດປະຈຳປີ 6 ຫາ 7 ເປີເຊັນ.
ແຕ່ໄພນ້ຳຖ້ວມມັກຈະເກີດຂຶ້ນໃນພາກພື້ນທີ່ມີປະຊາກອນໜາແໜ້ນ ແລະ ລຽບພຽງ ຢູ່ພາກໃຕ້ບໍ່ໄກຈາກນະຄອນດັ່ງກ່າວນັ້ນ, ເຮັດໃຫ້ປະຊາຊົນລະມັດລະວັງຢ່າງກະຕືລືລົ້ນ ກ່ຽວກັບ ສິ່ງທີ່ຈະເກີດຂຶ້ນ ຖ້າທະເລຈີນໃຕ້ ທີ່ຢູ່ໃກ້ຄຽງນັ້ນ ມີນ້ຳຂຶ້ນ ກາຍເສັ້ນນ້ຳຂຶ້ນຂອງມັນພາຍໃນປີ 2100 ດັ່ງທີ່ໄດ້ສະເໜີໂດຍຜູ້ຂຽນຂອງລາຍງານດັ່ງກ່າວ ຈາກສູງກາງ ສະພາບອາກາດ.