ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຄາເຂົ້າຂອງເພີ່ມຂຶ້ນ, ທະນາຄານປິດ ຕໍ່ເຕີມຄວາມທຸກຍາກ ໃຫ້ ນະຄອນຫຼວງ ກາບູລ


ທະຫານນາວິກະໂຍທິນ ສະໜອງການຊ່ວຍເຫຼືອໃນລະຫວ່າງການຍົກຍ້າຍຄົນອອກຈາກປະເທດຢູ່ສະໜາມບິນສາກົນ ຮາມິດ ຄາໄຊ, ອັຟການິສຖານ. 21 ສິງຫາ, 2021.
ທະຫານນາວິກະໂຍທິນ ສະໜອງການຊ່ວຍເຫຼືອໃນລະຫວ່າງການຍົກຍ້າຍຄົນອອກຈາກປະເທດຢູ່ສະໜາມບິນສາກົນ ຮາມິດ ຄາໄຊ, ອັຟການິສຖານ. 21 ສິງຫາ, 2021.

ນຶ່ງອາທິດຫຼັງຈາກກຸ່ມຕາລີບານເຂົ້າຍຶດນະຄອນຫຼວງ ກາບູລ ນັ້ນ, ປະຊາຊົນ ອັຟການິສຖານ ໃນນະຄອນຫຼວງ ກາບູລ ຈຳນວນຫຼາຍກວ່າເກົ່າແມ່ນກຳລັງປະເຊີນກັບຄວາມຫຍຸ້ງຍາກໃນແຕ່ລະວັນ ເພື່ອທີ່ຈະປະຄອງຊີວິດໃຫ້ຢູ່ລອດໂດຍທີ່ວຽກງານຂອງເຂົາເຈົ້າໄດ້ຫາຍໄປ, ທະນາຄານຍັງປິດຢູ່ ແລະ ລາຄາອາຫານໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ອີິງຕາມລາຍງານຂອງອົງການຂ່າວຣອຍເຕີ້.

ຫຼາຍພັນຄົນທີ່ແຫຍ້ກັນຢູ່ນອກທາງເຂົ້າຂອງສະໜາມບິນ ແລະ ກຳລັງຕໍ່ສູ້ເພື່ອບ່ອນນັ່ງໃນຖ້ຽວບິນທີ່ເດີນທາງອອກຈາກນະຄອນຫຼວງ ກາບູລ ໄດ້ສະແດງໃຫ້ເຫັນພາບທີ່ໝົດຫວັງທີ່ສຸດຂອງຄວາມວຸ້ນວາຍໃນນະຄອນດັ່ງກ່າວ ນັບຕັ້ງແຕ່ລັດຖະບານທີ່ຖືກໜູນຫຼັງໂດຍປະເທດຕາເວັນຕົກໄດ້ພັງ ລົງ.

ແຕ່ໃນຂະນະທີ່ແຕ່ລະວັນຜ່ານໄປ, ຄວາມເປັນຫ່ວງໃນແຕ່ລະວັນ ກ່ຽວກັບ ອາຫານ ແລະ ຄ່າເຊົ່າແມ່ນໄດ້ຖືກເພີ່ມເຂົ້າໃສ່ຄວາມບໍ່ແນ່ນອນໃນປະເທດ ເຊິ່ງເສດຖະກິດທີ່ແຕກຫັກໄດ້ງ່າຍຂອງເຂົາ ເຈົ້າໄດ້ຖືກທຳລາຍໂດຍການສະໜັບສະໜູນຂອງສາກົນທີ່ຫາຍໄປ.

ອະດີດຕຳຫຼວດຄົນນຶ່ງ, ທີ່ຕອນນີ້ແມ່ນກຳລັງຫຼົບລີ້ຢູ່ ເຊິ່ງລາວໄດ້ສູນເສຍລາຍໄດ້ 260 ໂດລາຕໍ່ເດືອນທີ່ຖືກໃຊ້ເພື່ອລ້ຽງດູພັນລະຍາ ແລະ ລູກສີ່ຄົນໄດ້ກ່າວວ່າ “ຂ້າພະເຈົ້າສັບສົນເຮັດຫຍັງບໍ່ຖືກໄປໝົດ, ຂ້າພະເຈົ້່ບໍ່ຮູ້ວ່າຄວນຄິດ ກ່ຽວກັບ ຫຍັງກ່ອນ, ຄວາມປອດໄພຂອງຂ້າພະເຈົ້າ ຫຼື ການຢູ່ລອດ ຫຼື ການລ້ຽງດູລູກ ແລະ ຄອບຄົວ.”

ຄືກັບພະນັກງານລັດຖະບານລະດັບຕໍ່າຫຼາຍຄົນ, ຜູ້ທີ່ມັກຈະບໍ່ໄດ້ຖືກຈ່າຍເງິນເດືອນໃຫ້ເຫັນໄລຍະຍາວນັ້ນ, ໃນສອງເດືອນທີ່ຜ່ນາມາແມ່ນຍັງບໍ່ໄດ້ຮັບເງິນເດືອນຂອງເຂົາເຈົ້າເລີຍ.

ລາວໄດ້ກ່າວວ່າ “ຂ້າພະເຈົ້າອາໃສຢູ່ໃນຫ້ອງເຊົ່າ, ຂ້າພະເຈົ້າຍັງບໍ່ໄດ້ງ່າຍຄ່າເຊົ່າສາມເດືອນແລ້ວ.”

ໃນລະຫວ່າງອາທິດນັ້ນ ລາວໄດ້ກ່າວວ່າລາວໄດ້ພະຍາຍາມທີ່ຈະຂາຍແຫວນ ສອງ-ສາມວົງ ແລະ ຕຸ້ມຫູຄູ່ນຶ່ງທີ່ເປັນຂອງພັນລະຍາຂອງລາວ, ແຕ່ຄືກັບທຸລະກິດຫຼາຍແຫ່ງນັ້ນ, ຕະຫຼາດຄຳແມ່ນໄດ້ປິດ ແລະ ລາວຊອກຫາຄົນຊື້ບໍ່ໄດ້.

ລາວເວົ້າວ່າ “ຂ້າພະເຈົ້າຊ່ວຍເຫຼືອໂຕເອງບໍ່ໄດ້ເລີຍ ແລະ ບໍ່ຮູ້ວ່າຈະເຮັດຫຍັງ.”

ກ່ອນພວກຕາລີບານຈະເຂົ້າໄປໃນນະຄອນຫຼວງດັ່ງກ່າວໃນວັນອາທິດກ່ອນນັ້ນ, ສະພາບການແມ່ນໄດ້ຮ້າຍແຮງຂຶ້ນກວ່າເກົ່າ, ດ້ວຍການເຄື່ອນເຂົ້າຢ່າງວ່ອງໄວຂອງພວກກະບົດຜ່ານບັນດາເມືອງເອກຂອງແຂວງຕ່າງໆນັ້ນ ໄດ້ເຮັດໃຫ້ລາຄາຂອງເງິນຕາໃນທ້ອງຖິ່ນຂອງ ອັຟການິສຖານ ຕົກຕໍ່າລົງໃນການແລກປ່ຽນກັບເງິນໂດລາ ແລະ ໄດ້ດັນລາຄາຂອງອາຫານພື້ນຖານໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG