ການສຳຫຼວດຄັ້ງໃໝ່ ກ່ຽວກັບ ສະມາຊິກໃນປັດຈຸບັນ ແລະ ອະດີດຂອງກອງທັບ ສະຫະລັດ ທີ່ເຊື່ອມໂຍງກັບການວາງແຜນຂອງພວກຫົວຮຸນແຮງຈັດພົບເຫັນວ່າ ຕົວເລກໄດ້ເພີ່ມຂຶ້ນເປັນສາມເທົ່າ, ເຊິ່ງສ່ວນໃຫຍ່ແມ່ນຍ້ອນເຫດການທີ່ໄດ້ເກີດຂຶ້ນເມື່ອບໍ່ດົນມານີ້ຫຼາຍຄັ້ງເຊັ່ນການກໍ່ຈະລາຈົນຢູ່ຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນ ທີ່ຜ່ານມາ, ທີ່ໄດ້ຊ່ວຍພວກຫົວຮຸນແຮງເຄື່ອນ ໄຫວໂດຍທົ່ວໄປ.
ການວິເຄາະໂດຍສະມາຄົມເພື່ອການສຶກສາ ກ່ຽວກັບ ລັດທິກໍ່ການຮ້າຍ ແລະ ການຕອບຮັບຕໍ່ລັດ ທິກໍ່ການຮ້າຍ ຫຼື START ຂອງມະຫາວິທະຍາໄລ ແມຣີແລນ ທີ່ຖືກເປີດເຜີຍໃນວັນພຸດວານນີ້, ໄດ້ວິເຄາະ 354 ບຸກຄົນທີ່ມີປະຫວັດເປັນທະຫານທີ່ຖືກຕັ້ງຂໍ້ຫາ ຫຼື ຕັດສິນວ່າມີຄວາມຜິດ ກ່ຽວກັບ ການກໍ່ອາຊະຍະກຳທີ່ເຊື່ອມໂຍງກັບແນວຄິດຫົວຮຸນແຮງ.
ເຂົາເຈົ້າໄດ້ພົບວ່າຕົວເລກໂດຍສະເລ່ຍຂອງກໍລະນີຕ່າງໆໄດ້ເພີ່ມຂຶ້ນຈາກ 6 ຕໍ່ປີຈາກປີ 1990 ຫາ 2010, ເປັນເກືອບ 21 ກໍລະນີຕໍ່ປີໃນສິບປີທີ່ຜ່ານມາ. ການເພີ່ມຂຶ້ນທີ່ວ່າແມ່ນໄດ້ຖືກຜັກດັນສ່ວນໃຫຍ່ໃນປີ 2017, 2020 ແລະ 2021.
ການສຶກສານັ້ນໄດ້ກ່າວວ່າ “ໃນແຕ່ລະປີທີ່ວ່ານັ້ນໄດ້ຖືກໝາຍໂດຍບັນຫາຕ່າງໆທີ່ໄດ້ລະດົມພວກຫົວຮຸນແຮງ ສະຫະລັດ ໃນຕົວເລກທີ່ຂ້ອນຂ້າງຈະໃຫຍ່. ເຊິ່ງນີ້ລວມມີການຊຸມນຸມຮວບຮວມສິດ ທິ ຫຼື Unite the Right ໃນເມືອງ ຊາລັອດສວິລ (Charlottesville) ເມື່ອປີ 2017, ໂຣກລະບາດ COVID-19, ການປະທ້ວງຄວາມຍຸຕິທຳດ້ານເຊື້ອຊາດຜິວພັນ, ແລະ ການເລືອກຕັ້ງປະທານາທິ ບໍດີ ສະຫະລັດ ໃນປີ 2020, ແລະ ການໂຈມຕີຫໍລັດຖະສະພາໃນວັນທີ 6 ມັງກອນ 2021.”
ມັນໄດ້ພົບວ່າຈາກເຫດການທີ່ວ່ານັ້ນ, ຕົວຜັກດັນທີ່ໃຫຍ່ທີ່ສຸດແມ່ນການເຂົ້າຍຶດຫໍລັດຖະສະພາ ສະຫະລັດ ໂດຍພວກຜູ້ສະໜັບສະໜູນອະດີດປະທານາທິບໍດີ ດໍໂນລ ທຣຳ ໃນການພະຍາຍາມທີ່ຈະປ້ອງກັນການຢັ້ງຢືນການເລືອກຕັ້ງຂອງ ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ.
ເກືອບ 15 ເປີເຊັນຂອງ 563 ບຸກຄົນທີ່ກຳລັງປະເຊີນໜ້າກັບຂໍ້ກ່າວຫາໃນການເຊື່ອມໂຍງກັບການຍຶດດັ່ງກ່າວ ແມ່ນມີການເຊື່ອມຕໍ່ກັບກອງທັບ ສະຫະລັດ, ແຕ່ແນວໃດກໍຕາມການວິເຄາະໄດ້ກ່າວວ່າຈຳນວນຫຼາຍນັ້ນແມ່ນບໍ່ໄດ້ຮັບໃຊ້ໜ້າທີ່ ເປັນສະມາຊິກກອງທັບທີ່ປັດຕິບັດໜ້າທີ່ຢູ່ໃນເວລານັ້ນ.
ການສຶກສາຂອງ START ໄດ້ສະຫຼຸບຕໍ່ໄປວ່າຫຼາຍກວ່າ 78 ເປີເຊັນຂອງຜູ້ທີ່ມີປະຫວັດໃນກອງ ທັບ, ຜູ້ທີ່ໄດ້ເຊື່ອມໂຍງກັບການວາງແຜນຂອງພວກຫົວຮຸນແຮງນັ້ນແມ່ນບໍ່ໄດ້ຮັບໃຊ້ໜ້າທີ່ໃນກອງທັບເວລາທີ່ພວກເຂົາກໍ່ຄວາມຮຸນແຮງ ຫຼື ຖືກຈັບກຸມ.