ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສຍຊີວິດ 8 ຄົນ ໃນເຫດກໍ່ຈະລາຈົນ ທີ່ບັງກລາແດັສ (ວີອີໂອ)


ເຫດການຮຸນແຮງ ໃນບັງກລາແດັສ ທີ່ກໍ່ຂຶ້ນໂດຍ ພວກສະມາຊິກພັກອີສລາມ
ເຫດການຮຸນແຮງ ໃນບັງກລາແດັສ ທີ່ກໍ່ຂຶ້ນໂດຍ ພວກສະມາຊິກພັກອີສລາມ
ມີ​ຢ່າງ​ໜ້ອຍ​ 8 ​ຄົນ ເສຍ​ຊີວິດ​ໃນ​ບັງ​ກລາ​ແດັສ ​ເມື່ອ​ວັນ​ອາທິດ
​ມື້​ນີ້ ​ໃນ​ເຫດການ​ປະ​ທະ​ກັນ​ລະຫວ່າງ​ຕໍາຫຼວດ​ ແລະ​ພວກ​ນັກ​
ເຄື່ອນ​ໄຫວຂອງ​ພັກ​ອີສລາມພັກ​ນຶ່ງ ທີ່​ພາກັນ​ກໍ່​ການຈະລາຈົນ ​
ເພື່ອ​ປະ​ທ້ວງ​ຕໍ່​ ການ​ປະຫານ​ຊີວິດຜູ້​ນໍາ​ຄົນ​ນຶ່ງ ຂອງ​ພວກ​ເຂົາ ​ເຈົ້ານັ້ນ.

ຕໍາຫຼວດ​ເວົ້າ​ວ່າ ພວກ​ກໍ່​ຈະລາຈົນ​ໄດ້​ຈູດເຜົາ​ບ້ານ ​ແລະ​ຕໍ່ສູ້​ຢູ່​
ຕາມ​ຖະໜົນຫົນທາງ​ກັບ​ຕໍາຫຼວດ ຢູ່​ໃນ​ເມືອງນ້ອຍໃຫຍ່ຕ່າງໆ ​
ໃນ​ມື້ທີ່​ສາມ​ແຫ່ງ​ຄວາມ​ບໍ່​ສະຫງົບ​ສຸກ ນັບ​ຕັ້ງ​ແຕ່​ການ​ປະຫານ
​ຊີວິດ​ນາຍ Abdul Quader Mollah ​ໃນ​ຂໍ້​ຫາ​ອາ​ຊະ​ຍາກໍາ​ສົງຄາມ.

ນາຍ Mollah ຖືກ​ແຂວນ​ຄໍ ​ເມື່ອ​ຕອນ​ບ່າຍ​ວັນ​ພະຫັດ​ຜ່ານ​ມາ​ນີ້ ຫຼັງຈາກສານ​ສູງ​ສຸດ​
ປະຕິ​ເສດ​ຄໍາ​ອຸທອນ​ນາທີ​ສຸດ​ທ້າຍ​ຂອງ​ຜູ້ກ່ຽວ.

ບໍ່​ດົນຫຼັງຈາກ​ນັ້ນ ສື່​ມວນ​ຊົນ​ບັງ​ກລາ​ແດັສ ກໍລາຍ​ງານ​ວ່າ ມີ​ການ​ຈູດ​ເຜົາເຮືອນຊານ
ບ້ານຊ່ອງ ​ແລະເກີດ​ການປະ​ທະ​ກັນ​ລະຫວ່າງ​ຕໍາຫຼວດ ​ແລະ​ພວກ​ປະ​ທ້ວງອີ​ສລາມ
ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ ຢ່າງ​ໜ້ອຍສາມ​ຄົນ.

ລາຍ​ງານ​ເວົ້າ​ວ່າ ການ​ໂຈມ​ຕີຫຼາຍບັ້ນ​ແມ່ນ​ແນ​ໃສ່​ພວກ​ທີ່​ສະໜັບສະໜຸນ​ພັກຂອງ​
ລັດຖະບານ ​ແລະ​ຊົນ​ກຸ່ມ​ນ້ອຍຊາວ Hindu ຊຶ່ງຫຼາຍໆ​ຄົນ​ເຂົ້າຂ້າງນາຍົກລັດຖະມົນຕີ
ທ່ານ​ນາງ Sheikh Hasina ​ແລະ​ໄດ້​ກ່າວ​ຊົມ​ເຊີຍ ​ການ​ປະຫານ​ຊີວິດ.

ພັກ Jamaat-e-Ismali ຊຶ່ງ​ເປັນ​ພັກ​ຂອງ​ນາຍ Mollah ​ໄດ້​ຮຽກຮ້ອງ ​ໃຫ້​ນັດ​ຢຸດ​ງານ​
ປະ​ທ້ວງ​ທົ່ວ​ປະ​ເທດ ​ໃນ​ວັນ​ອາທິດ​ມື້​ນີ້.

ນາຍ Mollah ຖືກ​ຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນຖານ​ກໍ່​ອາຊະຍາ​ກໍາ​ສົງຄາມ ​ໃນ​ລະຫວ່າງ​
ສົງ​ຄາມ​ຕໍ່​ສູ້​ເອົາເອກ​ກະລາດ​ຂອງ​ບັງ​ກລາ​ແດັສ ຈາກ​ປາ​ກີ​ສຖານ ​ເມື່ອ​ປີ 1971. ພວກ​
ນັກ​ວິຈານ​ຢ້ານ​ກົວ​ວ່າ ການ​ປະຫານ​ຊີວິດ​ນາຍ Mollah ນັ້ນ ອາດ​ກໍ່​ໃຫ້​ເກີດ​ຄື້ນຟອງ
ຂອງ​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ​ຄັ້ງ​ໃໝ່ ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ທີ່​ກໍານົດ​ໃສ່​
ເດືອນ​ໜ້າ​ນີ້.

Bangladesh Dec 15
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG