ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະ​ທ້ວງ ຕໍ່ຕ້ານ​ຈີນ ໃນຫວຽດນາມ ​ສັງຫານ ຢ່າງນ້ອຍ 1 ຄົນ (ວີດີໂອ/ສະໄລດ໌)


China Vietnam UPD VO
please wait
Embed

No media source currently available

0:00 0:00:40 0:00
ການຈະລາຈົນ ທີ່​ໂຮງງານ​ອຸດສາຫະກຳ​ຜະລິດ​ເຫຼັກ​ໃນ​ຫວຽດ
ນາມເຮັດໃຫ້ຄົນ​ງານ​ຊາວ​ຈີນຜູ້ນຶ່ງເສຍຊີວິດ​ໃນ​ຂະນະ​ທີ່​ຜູ້​ຄົນ
ອີກ​ຫຼາຍ​ພັນ​ຄົນໃນທົ່ວປະເທດພາກັນ​ປະ​ທ້ວງຕໍ່ຕ້ານ​ການ​ຕິດ
ຕັ້ງຖານ​ຂຸດ​ນ້ຳມັນ ​ໃນ​ເຂດ​ນ່ານນ້ຳ ທີ່ມີການຂັດແຍ້ງກັນ ​ໃນ
​ທະ​ເລ​ຈີນ​ໃຕ້.

​ພວກເຈົ້າ​ໜ້າ​ທີ່ໄດ້ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການຈະລາຈົນ
ທີ່ມີ​ຂຶ້ນ​ຢູ່​ແຂວງ Ha Tihn ໃນເຂດ​ພາກ​ກາງ​ຂອງ​ຫວຽດນາມ
ນັ້ນ ​ແມ່ນ​ເປັນ​ເຫດ​ຮ້າຍ​ແຮງ​ເຖິງ​ຕາຍແຫ່ງທຳອິດໃນຄື້ນຟອງ
​ຂອງ​ການ​ປະ​ທ້ວງຕໍ່ຕ້ານ​ຈີນ. ມີ​ຫລາຍ​ພັນ​ຄົນ​ ໄດ້​ຍ່າງອອກ
ຈາກວຽກງານ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ກໍ່ຄວາມວຸ້ນວາຍຕໍ່ໂຮງ
ງານຂອງຊາວຕ່າງ​ດ້າວທີ່​ພາ​ໃຫ້​ມີ​ປະມານ 100 ຄົນ​ບາດ​ເຈັບ.

​ສ່ວນໃນ​ແຂວງ Binh Duong ທາງພາກໃຕ້ຂອງປະເທດນັ້ນ ພວກ​ປະ​ທ້ວງໄດ້​ພາກັນ ຈູດເຜົາ ​ແລະປຸ້ນເອົາເຄື່ອງຂອງຈາກໂຮງງານ​ສິບ​ກວ່າ​ແຫ່ງ ຊຶ່ງ​ຮວມທັງພວກ​ໂຮງງານ​ທີ່​ແມ່ນ​ຊາວ​ເກົາຫຼີ​ ແລະ​ຊາວ​ໄຕ້​ຫວັນ ​ເປັນ​ເຈົ້າ​ຂອງ​ນັ້ນນຳ.

ຫຼາຍໆໂຮງງານ​ໃນເຂດດັ່ງກ່າວ ​ຍັງ​ປິດ​ຢູ່​ໃນ​ວັດພຸດ​ວານນີ້ ​ໃນ​ຂະນະ​ທີ່​ຕຳຫຼວດ​ປາບ​ຈະລາຈົນ ພະຍາ​ຍາມເຂົ້າ​ຄວບ​ຄຸມ​ສະຖານະ​ການ​.

ທ່ານ Tsai Wan-chen ປະທານສະມາຄົມ ​ນັກທຸລະກິດໄຕ້​ຫວັນ​ ໃນແຂວງ Binh Duong ​ຂອງຫວຽດນາມ ກ່າວ​ວ່າ ສະຖານະ​ການແມ່ນ​ຍັງ​ບອບບາງແຕກຫັກງ່າຍເຖິງ​ແມ່ນ​ມີ​ລາຍ​ງານ​ຫຼາຍໆ​ສະ​ບັບ​ວ່າ ​ໄດ້​ມີ​ການ​ຈັບ​ກຸມ​ພວກ​ປະ​ທ້ວງ ​ຫຼາຍ​ກວ່າ 200 ຄົນ ແລ້ວກໍຕາມ.

ຈີນ​ໄດ້​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງຕໍ່​ປະຊາຊົນ​ຊອງ​ຕົນ​ໃນ​ຫວຽດນາມ ​ແລະ
ໂຄສົກ​ຍິງຂອງກະຊວງຕ່າງປະເທດຈີນ ​ໄດ້​ກ່າວໃນ​ສັບປະດາ​ນີ້​ວ່າ ປັກ​ກິ່ງພວມຕິດ
ຕາມເບິ່ງ ສະຖານະ​ການ​ຢ່າງ​ໃກ້ຊິດ.

​ໃນ​ເດືອນແລ້ວ​ນີ້ ປັກ​ກິ່ງ​ໄດ້​ສົ່ງຖານ​ຂຸດ​ນ້ຳມັນໄປຍັງບໍລິເວນ​ໃກ້​ໆກັບໝູ່​ເກາະ Paracel ​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງຫວຽດນາມ​ຖືວ່ານອນຢູ່ພາຍໃນ​ເຂດ​ເສດຖະກິດ​ພິເສດຂອງຕົນນັ້ນ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ກຳ​ປັ່ນ​ຂອງຈີນກັບ​ຫວຽດນາມກໍໄດ້​ປະ​ທະ​ກັນ ​ແລະ​ສີດ​ນ້ຳ​ເຂົ້າໃສ່​ກັນຊຶ່ງພາໃຫ້ມີຄວາມຢ້ານ​ກົວ​ວ່າ​ ອາດຈະ​ເກີດ​ການ​ປະ​ທະ​ກັນ​ທາງ​ທະຫາ​ນກໍ​ໄດ້.
XS
SM
MD
LG