ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຈັບ​ກຸມ​ຜູ້​ກໍ່​ຈະ​ລາ​ຈົນໃນ ຝ​ຣັ່ງ ໄດ້ຫຼຸດ​ລົງ ຫຼັງ​ຈາກ​ງານ​ສົ່ງ​ສະ​ການ​ ຂອງ​ໄວ​ລຸ້ນ​ທີ່​ເສຍ​ຊີ​ວິດ


ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ ທ່ານ​ນາງ ເອ​ລິ​ຊາ​ເບັດ ບອນ (ທີ​ສອງ​ຈາກ​ຂວາ) ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ພົບ​ປະ​ກັບ​ຕຳຫຼວດ​ເທດ​ສະ​ບານ, ຫຼັງ​ຈາກ​ພວກ​ກໍ່​ຈະ​ລາ​ຈົນ​ໄດ້​ຂັບ​ລົດ​ຕຳ​ເຂົ້າ​ໃສ່​ເຮືອນ​ຂອງ​ເຈົ້າ​ເມືອງ ເລ-ເລ-ໂຣ​ເຊ, ພາກ​ໃຕ້​ຂອງ​ນະ​ຄອນຫຼວງ ປາ​ຣີ, 2 ກໍ​ລະ​ກົດ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ ທ່ານ​ນາງ ເອ​ລິ​ຊາ​ເບັດ ບອນ (ທີ​ສອງ​ຈາກ​ຂວາ) ແລະ ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ​ພົບ​ປະ​ກັບ​ຕຳຫຼວດ​ເທດ​ສະ​ບານ, ຫຼັງ​ຈາກ​ພວກ​ກໍ່​ຈະ​ລາ​ຈົນ​ໄດ້​ຂັບ​ລົດ​ຕຳ​ເຂົ້າ​ໃສ່​ເຮືອນ​ຂອງ​ເຈົ້າ​ເມືອງ ເລ-ເລ-ໂຣ​ເຊ, ພາກ​ໃຕ້​ຂອງ​ນະ​ຄອນຫຼວງ ປາ​ຣີ, 2 ກໍ​ລະ​ກົດ 2023.

ການ​ກໍ່​ຈະ​ລາ​ຈົນ​ໃນ ຝ​ຣັ່ງ ເພື່ອ​ປະ​ທ້ວງ​ຕຳຫຼວດ​ຍິງ​ໄວ​ລຸ້ນ​ຊາວ ອາ​ຣັບ ຄົນ​ນຶ່ງ​ຕາຍ, ໄດ້​ເບົາ​ບາງ​ລົງ​ໃນ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາຫຼັງ​ຈາກ​ການ​ສົ່ງ​ສະ​ການ​ຂອງ​ໄວ​ລຸ້ນ​ຄົນ​ດັ່ງ​ກ່າວ ​ກ່ອນ​ໜ້າ​ໃນ​ວັນ​ນັ້ນ.

ລັດ​ຖະ​ບານ​ໄດ້​ສົ່ງ​ຕຳຫຼວ​ດ​ປະ​ມານ 45,000 ຄົນ​ໄປ​ຢູ່​ຖະ​ໜົ​ນ​ຕ່າງໆ​ເພື່​ອ​ພະ​ຍາ​ຍາມ​ຄວບ​ຄຸມ​ຄວາມ​ວຸ້ນ​ວາຍ ຫຼັງ​ຈາກ​ການ​ສົ່ງ​ສະ​ການ​ທ້າວ ນາ​ແຮ​ລ ອາ​ຍຸ 17 ປີ​ທີ່​ພໍ່​ແມ່​ເປັນ​ຄົນ ອາ​ລ​ຈີ​ເຣຍ ແລະ ໂມ​ຣັອກ​ໂກ, ຜູ້​ທີ່​ຖືກ​ຍິງ​ໃນ​ລະ​ຫວ່າງ​ການ​ຢຸດ​ຈາ​ລະ​ຈອນ​ໃນ​ເມືອງ ນັງ​ແຕກ ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ ປາ​ຣີ ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ໃນ​ການ​ປະ​ທ້ວງ 5 ຄືນ, ພວກ​ກໍ່​ຈະ​ລາ​ຈົນ​ໄດ້​ຈູດ​ລົດ ແລະ ປຸ້ນ​ສະ​ດົມ​ຮ້ານ​ຄ້​າ​ຕ່າງໆ, ໃນ​ຂະ​ນະ​ດຽວ​ກັນ​ຍັງ​ໄດ້​ແນ​ເປົ້າ​ທຳ​ລາຍ​ຕຶກ​ສາ​ລາ​ຕ່າງໆ, ສະ​ຖາ​ນີ​ຕຳ​ຫຼວດ ແລະ ໂຮງ​ຮຽນ, ຕຶກ​ທີ່​ເປັນ​ຕົວ​ແທນ​ໃຫ້​ລັດ​ຂອງ ຝ​ຣັ່ງ. ກະ​ຊວງ​ພາຍ​ໃນ​ຂອງ ຝ​ຣັ່ງ ໄດ້​ກ່າວ​ວ່າ 719 ຄົນ​ຖືກ​ຈັບ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ, ເຊິ່ງ​ຕ່ຳ​ກວ່າ 1,311 ຄົນ​ໃນ​ຄືນ​ກ່ອນ​ໜ້າ​ນັ້ນ ແລະ 875 ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ.

ກະ​ຊວງ​ໄດ້​ກ່າວ​ໃນ​ທວິດ​ເຕີ​ວ່າ “ເຈົ້າ​ໜ້າ​ທີ່​ຕຳຫຼວດ 45 ພັນ​ຄົນ ແລະ ນັກ​ດັບ​ເພີງຫຼາຍພັນ​ຄົນ​ແມ່ນ​ຖືກ​ລະ​ດົມ​ເພື່ອ​ບັງ​ຄັບ​ໃຊ້​ຄຳ​ສັ່ງ. ການ​ດຳ​ເນີນ​ງານ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ຍາມ​ຄ່ຳ​ຄືນ​ມິດ​ງຽບ​ຂຶ້ນ​ກວ່າ​ເກົ່າ.”

ຈຸດ​ທີ່​ມີ​ເຫດ​ການ​ຮຸນ​ແຮງ​ທີ່​ສຸດ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ແມ່ນ​ໃນ​ເມືອງ ມາກ​ໄຊ, ບ່ອນ​ທີ່​ຕຳຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາ ແລະ ຕໍ່​ສູ້​ຢູ່​ກາງ​ຖະ​ໜົນ​ກັບ​ພວກ​ຊາວໜຸ່ມ​ຢູ່​ອ້ອມ​ຕົວ​ເມືອງ​ໄປ​ຮອດ​ຕອນ​ເດິກ.

ໃນ​ນະ​ຄອນຫຼວງ ປາ​ຣີ, ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ຢືນ​ລຽນ​ກັນ​ຢູ່​ຖະ​ໜົນ ຊັອງ ເອ​ລີ​ເຊ ທີ່​ມີ​ຊື່​ສຽງ​ຂອງ​ຕົວ​ເມືອງ​ນັ້ນ ຫຼັງ​ຈາກ​ການ​ຮຽກ​ຮ້ອງ​ໃນ​ສື່​ສັງ​ຄົມ​ເພື່ອ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ. ໜ້າ​ຮ້ານ​ຄ້າ​ຕ່າງໆ​ແມ່ນ​ຖືກ​ປິດ​ດ້ວຍ​ແຜ່ນ​ກະ​ດານ​ເພື່ອ​ປ້ອງ​ກັນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ເປັນ​ໄປ​ໄດ້.

ໃນ​ຕ​ອນ​ເຊົ້າ​ຂອງວັນ​ເສົາ​ນັ້ນ, ທ່ານ ແວັງ​ຊັອງ ຈັອງ​ບ​ຣັງ, ເຈົ້າ​ເມືອງ ເລ-ເລ-ໂຣ​ເຊ, ໃນ​ເຂດ​ຊານ​ເມືອງ​ນະ​ຄອນຫຼວງ ປາ​ຣີ, ໄດ້​ກ່າວ​ວ່າ ພັນ​ລະ​ຍາ​ ແລະ ລູກ​ຂອງ​ທ່ານ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຈະ​ໜີ​ອອກ​ຈາກ​ເຮືອນ​ຫຼັງ​ຈາກ​ພວ​ກ​ປະ​ທ້ວງ​ໄດ້​ຂັບ​ລົດ​ຕຳ​ເຮືອນ​ຂອງ​ທ່ານ ແລະ ໄດ້​ຈູດ​ໄຟເຜົາລົດ. ທ່ານ​ເຈົ້າ​ເມືອງ​ແມ່ນບໍ່​ໄດ້​ຢູ່​ບ້ານ​ເວ​ລາ​ທີ່​ເກີດ​ເຫດ​ການ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG