ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳ​​ຫຼວດ​ ບຸກ​ຖະ​ຫຼົ່ມ ​ຕຶກ​ສູນ​ການ​ຄ້າ​ຕ່າງໆ ​ຢູ່​ຮົງ​ກົງເປັນ​ມື້​ທີ 3 ແລ້ວ ​ຂະ​ນະ​ທີ່​ການ​ປະ​ທ້ວງ ​ດຳ​ເນີນຕໍ່ໄປ


ຕຳ​ຫລວດ​ປາບ​ຈາ​ລະ​ຈົນ ໄດ້​ຊີ້​ມື​ໄປ​ໃສ່ຄົນໃນ​ຂະ​ນ​ະທີ່​ພວກ​ເຂົາ​ເຈົ້າ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຕຶກ​ສູນ​ການ​ຄ້າ ແຫ່ງ​ນຶ່ງ​ ໃນ​ເວ​ລາ​ທີ່​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ຮົງ​ກົງ ໃນ​ວັນ​ທີ 26 ທັນ​ວາ, 2019
ຕຳ​ຫລວດ​ປາບ​ຈາ​ລະ​ຈົນ ໄດ້​ຊີ້​ມື​ໄປ​ໃສ່ຄົນໃນ​ຂະ​ນ​ະທີ່​ພວກ​ເຂົາ​ເຈົ້າ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຕຶກ​ສູນ​ການ​ຄ້າ ແຫ່ງ​ນຶ່ງ​ ໃນ​ເວ​ລາ​ທີ່​ມີ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ຮົງ​ກົງ ໃນ​ວັນ​ທີ 26 ທັນ​ວາ, 2019

ຕຳ​ຫລວດ​ປາບ​ຈາ​ລະ​ຈົນ ໄດ້​ບຸກ​ຖະ​ຫລົ່ມ​ຕຶກ​ສູນ​ການ​ຄ້າ​ຕ່າງໆ ເປັນ​ມື້​ທີ 3 ແລ້ວ ​ຢູ່​ໃນ​ຮົງ​ກົງ ໃນ​ວັນ​ພະ​ຫັດ​ວານນີ້ ແລະ​ໄດ້​ຈັບ​ຄົນຈຳ​ນວນ​ນຶ່ງ​ໄປ​ຂັງ​ ພາຍ​ຫລັງ​ທີ່​ພວກ​ປະ​ທ້ວງ​ທີ່​ໃສ່​ໜ້າ​ກາກ​ພາ​ກັນເລາະ​ເຂົ້າ​ໄປ​ໃນ​ຫ້າງ​ຮ້ານ​ຕ່າງໆ ຊຶ່ງ​ບາງ​ຄົນ​ກໍ​ໄດ້​ແກວ່ງ​ນ້ຳ​ສີ​ໃສ່ ແລະ​ເຮັດ​ໃຫ້​ການ​ບໍ​ລິ​ການ​ຂອງ​ຮ້ານ​ອາ​ຫານ​ຕ່າງໆ ຢຸດ​ສະ​ງັກລົງ.

ວັນ​ຄ​ຣິ​ສ​ມັ​ສຢູ່​ໃນ​ຮົງ​ກົງ ຕາມ​ປົກ​ກະ​ຕິ​ແລ້ວ ແມ່ນມີ​ບັນ​ຍາ​ກາດຄຶກ​ຄື້ນ​ທີ່​ເຕັມໄປ​ດ້ວຍ​ກິດ​ຈະ​ກຳ​ທາງ​ການ​ຄ້າ, ນັກ​ທ່ອງ​ທ່ຽວ ແລະ​ຜູ້​ຄົນ​ໃນ​ທ້ອງ​ຖິ່ນ​ພາ​ກັນ​ຫລັ່ງ​ໄຫລ​ໄປ​ຫາ​ຮ້ານຂາຍ​ເຄື່ອງ ແລະຮ້ານ​ອາ​ຫານ​ຕ່າງໆ ຢູ່ທັງ​ສອງ​ຂ້າງ​ຂອງ​ທ່າ​ເຮືອ​ວິກ​ຕໍ​ເຣຍ (Victoria) ທີ່​ມີ​ທັດ​ສະ​ນີ​ຍະ​ພາບ​ອັນ​ສວຍ​ງາມ ເພື່ອ​ເບິ່ງ​ການ​ປະ​ດັບ​ປະ​ດາ​ໃນ​ງານ​ບຸນ​ທີ່​ສະ​ຫວ່າງ​ສ​ະ​ໄຫວງົດ​ງາມ.

ແຕ່​ວ່າ ​ຢູ່​ໃນ​ງານ​ບຸນ​ປີນີ້ ຖະ​ໜົນ​ຫລາຍໆສາຍ​ ແລະຕຶກ​ສູນ​ການ​ຄ້າຢູ່​ໃນ​ຍ່ານ​ການ​ຄ້າ​ທັງ​ຫລາຍ ແມ່ນ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ເຄັ່ງ​ຕຶງພາຍ​ຫລັງ​ທີ່​ຕຳ​ຫລວດ ໄດ້​ຍິງ​ແກັ​ສ​ນ້ຳ​ຕາ, ລູກ​ປືນ​ຢາງ ແລະ​ສະ​ເປ​ໝາກ​ເຜັດໃສ່​ພວກ​ປະ​ທ້ວງ ແລະ​ໄດ້​ຕີ ແລະ​ຈັບ​ກຸມ​ພວກ​ເຂົາ​ເຈົ້າ. ພວກ​ຕຳ​ຫລວດ​ຍັງ​ໄດ້​ດຳ​ເນີນ​ຂັ້ນ​ຕອນຢຸດ ແລະ​ກວດ​ພວກ​ໄປ​ຊື້​ເຄື່ອງ, ຄົນ​ຍ່າງ​ຜ່ານ​ຮ້ານ​ ແລະ​ພວກນັກ​ຂ່າວຢ່າງບໍ່​ເລືອກ​ໜ້າ ໃນ​ໄລ​ຍະສາມ​ຄືນຜ່ານ​ມາ.

ໃນ​ຄືນ​ກ່ອນ​ເຖິງວັນ​ຄ​ຣິ​ສ​ມັ​ສນັ້ນ ພວກ​ປະ​ທ້ວງ​ໄດ້​ຕັນ​ຖະ​ໜົນ​ຫົນ​ທາງ​ໄວ້ ແລະ ທຳ​ລາຍ​ຊັບ​ສິນ​ຂອງ​ທຸ​ລ​ກິດ​ຕ່າງໆ ທີ່​ເຫັນ​ວ່າ​ສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ ແລະ​ໄດ້ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເປັນ​ບາງ​ຄັ້ງ​ຄາວ ແຕ່​ວ່າ ການ​ປະ​ທ້ວງໃນ​ວັນ​ບຸນ​ຄ​ຣິ​ສ​ມັ​ສ ແລະ​ວັນ​ຕີ​ມວຍຄວາມ​ຮ້າຍ​ແຮງ​ໄດ້​ຫລຸດລົງ​ມາ.

ໃນ​ວັນ​ພະ​ຫັດ​ວານນີ້ ພວກ​ປະ​ທ້ວງ​ທີ່​ສ່ວນ​ໃຫຍ່​ໃສ່​ຊຸດດຳຫລາຍ​ຮ້ອຍ​ຄົນ ໄດ້​ຮ້ອງ​ຄຳ​ຂວັນແລະ​ພາ​ກັນເດີນ​ຂະ​ບວນ​ຜ່ານ​ຕຶກ​ສູນ​ການ​ຄ້າ​ຫລາຍ​ແຫ່ງ ຢູ່​ທົ່ວ​ຕົວ​ເມືອງ​ນັ້ນ ເພື່ອ​ຕອບ​ຮັບ​ຕໍ່​ຄຳ​ຮຽກ​ຮ້ອງ​ທາງ​ອິນ​ເຕີ​ແນັດ ທີ່ບອກວ່າ​ໃຫ້ລົບ​ກວນທຸ​ລະ​ກິດຕ່າງໆ ຢູ່​ໃນ​ສູນ​ກາງ​ການ​ເງິນ​ຂອງ​ຂົງ​ເຂດ​ເອ​ເຊຍ​ແຫ່ງນັ້ນຢູ່​ໃນ​ຊ່ວງວັນ​ບຸນຄ​ຣິ​ສ​ມັ​ສນີ້.

ການ​ກະ​ທຳ​ຂອງ​ພວກ​ເຂົາ​ເຈົ້າແມ່ນ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ການເຄື່ອນ​ໄຫວຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 6 ເດືອນແລ້ວ ເພື່ອ​ກົດ​ດັນ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ເຮັດ​ຕາມ​ຄຳ​ຮຽກ​ຮ້ອງ​ທາງ​ການ​ເມືອງ​ຂອງ​ເຂົາ​ເຈົ້າ ທີ່​ລວມທັງສິດ​ໃນ​ການ ອອກ​ປາກ​ອອກ​ສຽງ​ທົ່​ວ​ໄປ ແລະ​ດຳ​ເນີນການສືບ​ສວນ​ແບບ​ອິດ​ສະຫຼະ ຕໍ່​ຄວາມ​ປ່າ​ເຖື່ອນ​ຂອງ​ຕຳ​ຫລວດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG