ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເມືອງ Ferguson ປະສົບກັບ ຄວາມວຸ້ນວາຍ ເປັນຄືນທີ 2


ເມືອງ Ferguson ໃນເຂດພາກ​ກາງ​ທາງຕາ​ເວັນ​ຕົກຂອງ​ ສະ
ຫະລັດ ​ໄດ້​ປະສົບ ກັບຄວາມ​ບໍ່​ສະຫງົບ​ເປັນ​ຄືນ​ທີສອງ ​ແລະມີ
ການປະທ້ວງສະແດງຄວາມ​ເປັນ​ນໍ້າ ​ນຶ່ງ​ໃຈ​ດຽວ​ຢູ່ໃນ​ທົ່ວ​ປະ​ເທດ
​ຕໍ່ການ​ຕັດສິນຂອງ​ຄະນະ​ຕຸລາ​ການທີ່​ບໍ່​ລົງໂທດເຈົ້າ ​ໜ້າ​ທີ່ຕຳ
ຫລວດ​ຜິວ​ຂາວ ​ທີ່​ຍິງສັງຫານ​ຊາວ​ໜຸ່ມ​ຜີວ​ດຳ​ທີ່​ບໍ່​ຕິດ​ອາວຸດ.

ກຳລັງພິທັກຊາ​ດຫລາຍກວ່າ 2,000 ຄົນ​ໄດ້​ຖືກ​ສົ່ງ​ໄປ​ເມືອງ
Ferguson ລັດ Missouri ​ເພື່ອ​ຍາມ​ປ້ອງກັນ ບໍ່ໃຫ້ເກີດຄວາມ​
ວຸ້ນວາຍ​ໃໝ່​ອີກ ​ທາງ​ດ້ານ​ເຊື້ອ ຊາດຜີວພັນ ທີ່​ໄດ້ເກີດ​ຂື້ນ​ໃນ
​ຕອນ​ແລງ​ວັນ​ຈັນ​ທີ່​ຜ່ານ​ມາ ຫລັງ​ຈາກ​ໄດ້​ປະກາດ​ວ່າ ຈະ​ບໍ່​ມີ​
ການຟ້ອງ​ຮ້ອງ​ ​ເຈົ້າ​ໜ້າ​ທີຕຳຫຼວດ Darren Wilson.

Protests Reveal Lingering Racial Divisions in US
please wait

No media source currently available

0:00 0:02:57 0:00

ນັກ​ຂ່າວວີ​ໂອ​ເອ Ayesha Tanzeem ທີ່ຢູ່​ໃນ​ເມືອງ Ferguson ກ່າວວ່າ ບໍ່​ໄດ້​ມີ​ການບຸກ
ເຂົ້າໄປ​ລັກ​ເອົາ​ເຄື່ອງເອົາຂອງເກີດຂຶ້ນອີກ ດັ່ງທີ່​ໄດ້​ເຫັນ​ໃນ​ຄືນ​ທຳ​ອິດ​ຈາກ​ພວກ​ປະ​ທ້ວງ
​ເວລາ​ຫລາຍ​ສິບ​ຕຶກ​ໄດ້​ຖືກ​ວາງ​ເພີງນັ້ນ.

ນາງ Tanzeem “​ເຫ​ດຜົນ​ຢ່າງ​ນຶ່ງ​ກໍ​ຄື ກຳລັງພິທັກຊາ​ດໄດ້​ກະຈາຍ ກັນ​ອອກ​ໄປ​ຢູ່​ຫລາຍ
​ຈຸດ. ພວກ​ເຮົາ​ເຫັນ​ເຂົາ​ເຈົ້າ​ຢູ່​ນອກ​ກົມ​ຕຳຫລວດ. ​ເຂົາ​ເຈົ້າ​ພາກັນຢູ່​ຂ້າງ​ຫລັງ​ຂອງ​ຕຳ
ຫລວດ. ​ເຂົາ​ເຈົ້າບໍ່​ໄດ້​ຢູ່​ທາງໜ້າ ​ແຕ່​ວ່າ​ເຂົາ​ເຈົ້າ​ນຸ່ງ​ຊຸດ​ປ້ອງ​ກັນຈະລາ​ຈົນ ​ແລະ​ຢືນ​ຢູ່່​ໃນ
​ທ່າ​ປ້ອງ​ກັນ ​ແລະ​ຢູ່​ຕໍ່ໜ້າ​ເຂົາ​ເຈົ້າ ມີ​ຜູ້​ບັນຊາ​ການ​ຢືນ​ຢູ່​ໃນ​ທ່າ​ປ້ອງ​ກັນ. ​ແຕ່​ວ່າ ​ເຂົາ​ເຈົ້າ
​ໄດ້​ຢາຍ​ກັນ​ອອກ​ໄປຢູ່​ທົ່ວ​ທຸກ​ແຫ່ງ ​ແລະ​ຍາມ​ຢູ່​ເຂດ​ສຳຄັນໆ ​ໃນ ​ເມືອງ Ferguson ​ແລະ​ເຂດເມືອງຕ່າງໆ ທີ່ຢູ່ອ້ອມ​ແອ້ມ​.”

ຄວາ​ມ​ເຄັ່ງ​ຕືງ​ໄດ້​ເກີດ​ຂື້ນຕອນນຶ່ງໃນ​ຕອນ​ແລງ​ວັນ​ອັງຄານ ​ເວລາພວກ​ປະ​ທ້ວງ​ກຸ່​ມນຶ່ງ​ໄດ້
​ທັບ​ປ່ອງຢ້ຽມ ​ແລະ​ເອົາ​ໄຟ​ຈູດ​ລົດ​ຕຳຫລວດ​ຄັນ​ນຶ່ງ ຢູ່​ຕໍ່ໜ້າ​ຫ້ອງ​ກາ​ນ​ເມືອງ Ferguson.

ນາງ Tanzeem ກ່າວ​ວ່າ ຕຳຫລວດ​ປ້ອງ​ກັນ​ຈະລາຈົນຢ່າງກຸ່ມໃຫຍ່ໆກຸ່ມ​ນຶ່ງ ​ແລະ​ກຳລັງ
ພິທັກຊາ​ດ ​ໄດ້ໄປເຖິງ​ບໍລິເວນດັ່ງກ່າວພ້ອມ​ດ້ວຍ​ລົດ​ຫຸ້ມ​ເກາະ ​ແລະ​ສັ່ງ​ໃຫ້​ພວກ​ປະ​ທ້ວງ
​ພາກັນສະຫລາຍຕົວ.

Ferguson Remains Tense in Wake of Decision in Teen's Shooting
please wait

No media source currently available

0:00 0:02:09 0:00

ນາງ Tanzeem “​ເຂົາ​ເຈົ້າ​ເລີ້ມ​ປະກາດ​ວ່າ ທຸກ​ຄົນ​ຕ້ອງ​ໜີ​ອອກ​ຈາ​ກ​ບໍລິເວນ ດັ່ງກ່າວ
​ໂດຍ​ທັນ​ທີ. ​ຢູ່ໃນ​ຂະນະ​ນັ້ນ ມີ​ຜູ້​ໃດ​ຜູ້​ນຶ່ງ ທີ່​ເຮົາ​ບໍ່​ຮູ້​ວ່າແມ່ນ​ໃຜ ຖ້າ​ຫາກ​ວ່າ​ແມ່ນ​ຕຳຫລວດ
ຫລື​ໃຜ​ຜູ້​ນຶ່ງ​ຢູ່​ໃນ​ຝູງ​ຊົນ​ນັ້ນ ​ໄດ້​ສີດ​ສະເປ​ໝາກ​ເພັດ​ໃສ່ຫລາຍໆ​ຄົນ ຮວມທັງ​ເພື່ອນ​ຮວມ
ງານວີ​ໂອ​ເອ ຂອງ​ພວກ​ເຮົາໄດ້​ຖືກສະ​ເປ​ໝາກ​ເພັດ​ຢ່າງ​ຮ້າຍ​ແຮງ. ພວກ​ເຮົາ​ຕ້ອງ​ໄດ້​ຊອກ​
ຫາ​ນາຍໜໍ ​ແລະ​ຍ້າຍ​ລາວ ອອກໄປ ​ແລະ​ນຳ​ລາວ​ມາສູ່​ບ່ອນ​ປອດ​ໄພ.”

ຕຳຫລວດ​ໄດ້​ປະກາດ​ວ່າ ​ເປັນການ​ເຕົ້າ​ໂຮມກັນແມ່ນ​ຜິດ​ກົດໝາຍ ​ແລະ​ເຕືອນ​ວ່າ ພວກ
​ໃດປະຕິ​ເສດ ​ທີ່​ບໍ່​ໜີ​ອອກ​ໄປ​ນັ້ນ​ຈະ​ຖືກ​ຈັບ. ​ເຂດ​ດັ່ງກ່າວ​ໄດ້​ເປົ່າ​ແປນ​ ໄປ​ພາຍ​ໃນ​ສາມ
​ສິບ​ນາທີ.

ຜູ້ບັນຊາການ​ຕຳຫລວດ​ນະຄອນ St Louis ທ່ານ Jon Belma ຢືນຢັນ​ໃນ​ຕອນ​ເດິກຢູ່​ໃນ​
ກອງ​ປະຊຸມນັກຂ່າວ​ວ່າ ບໍ່ມີຄວາມ​ບໍ່​ສະຫງົບທີ່ສຳຄັນໃດໆ​ເກີດ​ຂື້ນ. ​ແຕ່​ທ່ານ​ກ່າວວ່າ 44
ຄົນ​ໄດ້​ຖືກ​ຈັບ​ໃນ​ຕອນ​ກາງຄືນ ​ເພີ້ມ​ໃ​ສ່ອີກ 61 ຄົນ​ທີ່​ໄດ້​ຖືກ​ຈັບ​ໃນ​ຄືນ​ກ່ອນ.

ການ​ຍິງ​ທ້າວ Michael Brown ຊາຍໜຸ່ມອາຍຸ 18 ປີຕາຍ ​ໄດ້​ກໍ່ໃຫ້​ເກີດ​ຄວາມ​ເຄັ່ງ​ຕືງທີ່
​ຮ້າຍ​ແຮງ ​ແລະ​ໄດ້​ນຳ​ມາສູ່​ຄວາມ​ເປັນ​ຫ່ວງ​ຕໍ່​ໜ້າຄວາ​ມຮຸນ​ແຮງ​ຂອງ​ຕຳຫລວດ ​ແລະ​ການ
​ຈຳແນກກີດກັນດ້ານ​ຜິວ​ພັນ​ຢູ່​ໃນ​ເຂດ​ຊາວ​ຜີວ​ດຳ​ເປັນ ສ່ວນ​ໃຫຍ່ ຢູ່ເຂດ​ຊານ​ເມືອງຂອງ
ນະຄອນ St Louis ​ແລະ​ຢູ່​ທົ່ວ​ປະ​ເທດ.

ການ​ເດີນ​ຂະບວນປະ​ທ້ວງ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະການລົບ​ກວນ​ການ​ສັນຈອນ​ໄດ້
ມີຂຶ້ນຢູ່ໃນ​ເມືອງຕ່າງໆ​ຮວມທັງ St Louis, Cleveland ​ແລະ Seattle. ​ໃນ​ນະຄອນ
ຫລວງວໍ​ຊິງ​ຕັນ ດີຊີ ພວກ​ປະ​ທ້ວງ​ພາກັນ​ນອນ​ລົງ​ເທິງໜ້າດິນ ໃນອັນ​ທີ່​ຮ້ອງ​ວ່າ “ນອນ
ຕາຍ” ​ເພື່ອ​ປະ​ທ້ວງ​ຢູ່​ຕໍ່ໜ້າຫ້ອງການ​ຕຳຫລວດ. ພວກ​ປະ​ທ້ວງ​ທີ່ນະຄອນ​ນິວຢອກ ຍັງ​
ໄດ້​ລົບ​ກວນ​ການ​ສັນຈອນ​ຢູ່​ຕາມ​ຂົວ​ຕ່າງໆ ​ແລະ​ອຸ​ໂມງ Lincoln ທີ່​ນຳໄປ​ສູ່​ການ​ຈັບ​ກຸມ
ຫລາຍ​ຄົນ.

XS
SM
MD
LG