ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ້າວ Phelps ແລະ ນາງ Ledecky ຕາມລ່າ ຫຼຽນຄຳເພີ່ມເຕີມ ໃນການແຂ່ງຂັນ ລອຍນ້ຳ


ນາງ Katie Ledecky ຂອງ ສະຫະລັດ ສະແດງຫຼຽນຄຳຂອງລາວ ຫຼັງຈາກໄດ້ສ້າງສະຖິຕິໂລກໃໝ່ ໃນການແຂ່ງຂັນຮອບຊິງຊະນະເລີດລອຍນ້ຳ 400 ແມັດປະເພດຍິງ ໃນກິລາໂອລິມປິກ 2016. 8 ສິງຫາ, 2016, ນະຄອນ Rio de Janeiro, ບຣາຊິລ.
ນາງ Katie Ledecky ຂອງ ສະຫະລັດ ສະແດງຫຼຽນຄຳຂອງລາວ ຫຼັງຈາກໄດ້ສ້າງສະຖິຕິໂລກໃໝ່ ໃນການແຂ່ງຂັນຮອບຊິງຊະນະເລີດລອຍນ້ຳ 400 ແມັດປະເພດຍິງ ໃນກິລາໂອລິມປິກ 2016. 8 ສິງຫາ, 2016, ນະຄອນ Rio de Janeiro, ບຣາຊິລ.

ວັນພຸດມື້ນີ້ເປັນວັນທີ່ 5 ຂອງການແຂ່ງຂັນກິລາໂອລິມປິກ Rio 2016, ແລະມີການແຂ່ງ ຂັນເອົາຫຼຽນລາງວັນໃນກິລາທີ່ມີຄວາມນິຍົມສູງຫຼາຍປະເພດ, ເຊິ່ງມັນສາມາດພິສູດໃຫ້ ເຫັນວ່າເປັນວັນທີ່ເຕັມໄປດ້ວຍເຫດການອັນສຳຄັນ.

ນຳໜ້າໂດຍນັກກິລາໂອລິມປິກລຸ້ນໃຫຍ່ ທ້າວ Michael Phelps ແລະ ດາວລຸ້ງນາງ Katie Ledecky, ທີມນັກກິລາ ສະຫະລັດ ຫວັງທີ່ຈະສືບຕໍ່ ການຄອບງຳຂອງພວກເຂົາ ເຈົ້າໃນລາຍການແຂ່ງລອຍນ້ຳໃນວັນພຸດມື້ນີ້ ກັບນັກກິລາຢ່າງໜ້ອຍ 6 ຄົນແຂ່ງຂັນກັນ ໃນຮອບຊິງເອົາຫຼຽນລາງວັນ.

ຕໍ່ໄປນີ້ແມ່ນກິລາທີ່ເປັນຕາຕິດຕາມ ແລະ ສິ່ງທີ່ທ່ານຕ້ອງຮູ້ໃນການແຂ່ງຂັນຂອງວັນພຸດ ມື້ນີ້ກໍ​ມີ:

ໃນການແຂ່ງຂັນລອຍນ້ຳ

ນາງ Ledecky ຈະນຳທີມນັກລອຍນ້ຳຍິງໃນການແຂ່ງຂັນຮອບສຸດທ້າຍຂອງການລອຍນ້ຳ Freestyle ຜັດປ່ຽນກັນ 4 ຄົນ​ຜູ້​ລະ 200 ແມັດ. ເຊິ່ງເປັນລາຍການໜຶ່ງທີ່ທີມນັກກິລາ ສະຫະລັດ ໄດ້ ຊະນະໃນລະຫວ່າງການແຂ່ງຂັນກິລາໂອລິມປິກ ລອນດອນ 2012. ນັກລອຍນ້ຳນາງ Cammile Adams ແລະ ນາງ Hali Flickinger ຈະເປັນຕົວແທນໃຫ້ ສະຫະລັດ ໃນ ການແຂ່ງຂັນທ່າແມງກະເບື້ອ 200 ແມັດຮອບຊິງຊິງຊະນະເລີດ. ທ້າວ Kevin Cordes ແລະ ທ້າວ Josh Prenot ຈະແຂ່ງຂັນໃນທ່າກົບປະເພດຊາຍ ໄລຍະຍາວ 200 ແມັດ, ໃນຂະນະທີ່ທ້າວ Caleb Dressel ແລະ ທ້າວ Nathan Adrian ຈະລອຍນ້ຳໃຫ້ທີມ ສະ ຫະລັດ ໃນການແຂ່ງຂັນປະເພດຊາຍ Freestyle 100 ແມັດ. ທ້າວ Phelps ໄດ້ເພີ່ມໄຊ ຊະນະຂອງລາວດ້ວຍຫຼຽນຄຳຫຼຽນທີ 20 ແລະ 21 ແລະ ເພື່ອນຮ່ວມທີມຂອງລາວ ຈະປະ ກົດຕົວໃນການແຂ່ງຂັນຮອບຄັດເລືອກລອຍ ນ້ຳ​ປະສົມດ່ຽວ 200 ແມັດ, ດ້ວຍຄວາມ ຫວັງຂອງພວກເຂົາເຈົ້າທີ່ຈະໄດ້​ເຂົ້າ​ໄປແຂ່ງຂັນຮອບສຸດທ້າຍໃນວັນພະຫັດມື້ອື່ນນີ້. ທ້າວ Lochte ແລະ ທ້າວ Phelps ແມ່ນເຄິ່ງໜຶ່ງຂອງທີມທີ່ໄດ້ຊະນະໃນການແຂ່ງຂັນ Freestyle ຜັດປ່ຽນກັນ​ຜູ້​ລະ 100 ແມັດໃນວັນອັງຄານວານນີ້.

ນັກເຕະບານ ບຣາຊິລ ທ້າວ Neymar, ເສື້ອສີເຫຼືອງ, ພະຍາຍາມຄວບຄຸມບານ ໃນການຖືກກົດດັນ ຈາກນັກເຕະ ອີຣັກ ທ້າວ Alaa Ali ໃນລະຫວ່າງການແຂ່ງຂັນກຸ່ມ A ຂອງການແຂ່ງຂັນກິລາເຕະບານ ໂອລິມປິກ ລະຫວ່າງ ບຣາຊິລ ແລ ອີຣັກ ທີ່ສະໜາມກິລາແຫ່ງຊາດ ໃນນະຄອນຫຼວງ Brazilia, ບຣາຊິລ. 7 ສິງຫາ 2016.
ນັກເຕະບານ ບຣາຊິລ ທ້າວ Neymar, ເສື້ອສີເຫຼືອງ, ພະຍາຍາມຄວບຄຸມບານ ໃນການຖືກກົດດັນ ຈາກນັກເຕະ ອີຣັກ ທ້າວ Alaa Ali ໃນລະຫວ່າງການແຂ່ງຂັນກຸ່ມ A ຂອງການແຂ່ງຂັນກິລາເຕະບານ ໂອລິມປິກ ລະຫວ່າງ ບຣາຊິລ ແລ ອີຣັກ ທີ່ສະໜາມກິລາແຫ່ງຊາດ ໃນນະຄອນຫຼວງ Brazilia, ບຣາຊິລ. 7 ສິງຫາ 2016.

ສຳລັບກິລາເຕະບານ.

ເຈົ້າພາບ ບຣາຊິລ ຕ້ອງຊະນະ ຫຼື ປະເຊີນໜ້າກັບການຖືກເຂ່ຍ​ໃຫ້ຕົກຮອບ ເມື່ອທີມນັກກິ ລາຊາຍຂອງພວກເຂົາເຈົ້າຕ້ອງແຂ່ງກັບທີມຈາກປະເທດ ເດັນມາກ ໃນຕອນຄ່ຳວັນພຸດມື້ ນີ້. ບຣາຊິລ ໄດ້ແຂ່ງຂັນຜ່ານມາສອງຮອບທີ່ໄດ້ຮັບຄວາມຜິດຫວັງກັບ ອີຣັກ ແລະ ອາຟຣິ ກາໃຕ້ ເຊິ່ງສະເໝີກັນ 0 ປະຕູຕໍ່ 0 ທັງໝົດ. ທັງສອງທີມນັ້ນເປັນທີມທີ່ມີລະດັບອ່ອນກວ່າ ບຣາຊິລ ທີ່ມີຊື່ສຽງໂດ່ງດັງ. ການແຂ່ງຂັນນັດດັ່ງ ກ່າວຈະເລີ່ມຂຶ້ນໃນເວລາ 10 ໂມງແລງ.

ນາງ Simone Biles ຂອງ ສະຫະລັດ ສະແດງທ່າຊົງຕົວ ໃນລະຫວ່າງການແຂ່ງຂັນກິລາ ຈິມນາສຕິກ ທີມຍິງຮອບຊິງຊະນະເລີດ ໃນໂອລິມປິກ Rio 2016. 9 ສິງຫາ. 2016.
ນາງ Simone Biles ຂອງ ສະຫະລັດ ສະແດງທ່າຊົງຕົວ ໃນລະຫວ່າງການແຂ່ງຂັນກິລາ ຈິມນາສຕິກ ທີມຍິງຮອບຊິງຊະນະເລີດ ໃນໂອລິມປິກ Rio 2016. 9 ສິງຫາ. 2016.

ກິລາກາ​ຍະ​ກຳຫຼືຈິມນາສຕິກ

ພຽງມື້ດຽວຫຼັງຈາກ ທີມນັກກິລາແມ່ຍິງຂອງ ສະຫະລັດ ໄດ້ຮັບຫຼຽນຄຳໃນການແຂ່ງຂັນ ຮອບຊິງຊະນະເລີດປະເພດທີມແລ້ວ, ທີມນັກກິລາຊາຍ ກໍຈະແຂ່ງຂັນໃນຮອບສຸດທ້າຍ ຂອງ ລາຍການດ່ຽວຮອບດ້ານ. ນັກກິລາປ້ອງກັນແຊັ້ມ ທ້າວ Kohei Ichimura ຈາກ ຍີ່ປຸ່ນ ໄດ້ຖືກຕັ້ງໃຫ້ເປັນຕົວເຕັງທີ່ຈະໄດ້ຮັບຫຼຽນຄຳ. ເຊິ່ງການແຂ່ງຂັນຈະເລີ່ມຂຶ້ນໃນເວ ລາ 4 ໂມງແລງ.

ການແຂ່ງຂັນລົດຖີບ,

ນັກກິລາທັງຊາຍ ແລະ ຍິງ ຈະລົງແຂ່ງຂັນໃນຮອບຊິງຫຼຽນລາງວັນ ໃນວັນພຸດມື້ນີ້. ການ ຖີບລົດແມ່ຍິງ ດ່ຽວ ຈັບເວລາ ຈະເລີ່ມໃນເວລາ 8 ໂມງ 30 ຕອນເຊົ້າ, ດ້ວຍນັກກິລາປ້ອງ ກັນແຊັ້ມນາງ Kristin Armstrong ຂອງທີມ ສະຫະລັດ ເລີ່ມສຸດທ້າຍທີ່ເວລາ 9 ໂມງ ປາຍ 6 ຕອນເຊົ້າ. ນັກປັ່ນປະເພດຊາຍ ຈະເລີ່ມຂຶ້ນໃນທັນທີຫຼັງຈາກ 10 ໂມງເຊົ້າ. ດ້ວຍ ຜູ້ນຳການແຂ່ງຂັນຈາກ ອັງກິດ ເລີ່ມສຸດທ້າຍໃນເວລາ 11 ໂມງ 40 ໃນຕອນເຊົ້າເຊັ່ນກັນ.

ທ້າວ Carmelo Anthony "ເສື້ອເລກ 15" ທຳຄະແນນຕໍ່ສູ້ກັບ ເວເນຊູເອລາ ໃນລະຫວ່າງ ການແຂ່ງຂັນກິລາ ບາສເກັດບອລ ຊາຍ ໃນໂອລິມປິກ Rio 2016. 8 ສິງຫາ 2016.
ທ້າວ Carmelo Anthony "ເສື້ອເລກ 15" ທຳຄະແນນຕໍ່ສູ້ກັບ ເວເນຊູເອລາ ໃນລະຫວ່າງ ການແຂ່ງຂັນກິລາ ບາສເກັດບອລ ຊາຍ ໃນໂອລິມປິກ Rio 2016. 8 ສິງຫາ 2016.


ກິລາບ້ານ​ບ້ວງ​ຫຼືບາສເກັດບອລ

ຫົວໜ້າທີມ ສະຫະລັດ ທ້າວ Carmelo Anthony ຈະມີພຽງ 12 ຄະແນນຫ່າງຈາກການ ເປັນຜູ້ທຳຄະແນນສູງສຸດ ໃນປະຫວັດສາດຂອງ ກິລາ ໂອລິມປິກ ສະຫະລັດ ເມື່ອພວກ ເຂົາເຈົ້າແຂ່ງກັບປະເທດ ອອສເຕຣເລຍ ໃນຕອນຄ່ຳຂອງວັນພຸດມື້ນີ້ເວລາ 6 ໂມງ. ໃນ ການແຂ່ງຂັນ ນັດທີ່ຜ່ານມາໃນວັນຈັນແລ້ວນີ້, ສະຫະລັດ ໄດ້ເອົາຊະນະ ອາເຈັນຕີນາ ຢ່າງຖ້ວມລົ້ນດ້ວຍຄະແນນ 113 ຕໍ່ 69.

ກິລາອື່ນໆທີ່ແຂ່ງຂັນກັນເອົາຫຼຽນລາງວັນລວມມີ ຍິງປືນສັ້ນໄກ 50 ແມັດປະເພດຊາຍ, ພາຍເຮືອນ້ອຍລົງຄ້ອຍ ປະເພດຊາຍ, ກິລາ ຈູໂດ ຫຼາຍຂະແໜງທັງຊາຍ ແລະ ຍິງ ແລະການແຂ່ງຂັນປິ່ງປ່ອງ ປະເພດ ຍິງດ່ຽວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

In Photos: Highlights from Day 4 of Rio Olympics
please wait

No media source currently available

0:00 0:01:03 0:00

XS
SM
MD
LG