ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ໃນການແຂ່ງຂັນ ວັນທີ 13 ຢູ່ນະຄອນ Rio ທ້າວ Bolt ໄດ້ຊະນະຫລຽນຄຳອີກ


ທ້າວ Usain Bolt ຈາກ Jamaica ສະຫລອງໄຊຊະນະຂອງລາວ ທີ່ໄດ້ຮັບຫລຽນຄຳອີກ ຈາກການແຂ່ງຂັນແລ່ນຜູ້ຊາຍ 200 ແມັດ.

ນັກ​ແລ່ນ​ຈາ​ໄມ​ກາ ທ້າວ Usain Bolt ​ໄດ້​ແລ່ນ​ໄວ​ທີ່​ສຸດ​ເອົາ​ຫລຽນ​ຄຳ​ໂອ​ລິ​ມ ປິກ​ອີກ ​ໂດຍຊະນະການ​ແຂ່ງຂັນ​ແລ່ນ 200 ​ແມັດ ​ໃນ​ອັນ​ທີ່​ລາວ​ກ່າວວ່າ ຈະເປັນ​ການ​ແຂ່ງຂັນ​ກິລາໂອລິ​ມປິກລະດູ​ຮ້ອນ​ເທື່ອສຸດ​ທ້າຍ​ຢູ່​ໃນ​ລະຍະ​ດັ່ງກ່າວ.

​ລາວ​ໄດ້​ທຳ​ເວລາ 19.78 ວິນາທີ​ຢູ່​ນະຄອນ Rio ​ໃນ​ວັນ​ພະຫັດ​ວານ​ນີ້ ກາຍ​ເຄິ່ງວິນາ​ທີ ​ຫຼຸດຈາກສະຖິຕິ​ໂລກ​ຂອງ​ລາວ ​ແຕ່​ເກືອບ​ນຶ່ງ​ສ່ວນສີ່​ວິນາ​ທີດີກ​ວ່າ ຜູ້ຊະນະ​ເປັນທີ​ສອງ ທ້າວ Andre De Grasse ຈາກການາດາ.

ຫລັງ​ຈາກ​ການ​ແຂ່ງຂັນ​ແລ້ວ ທ້າວ Bolt ກ່າວ​ວ່າ​ ລາວ​ພໍ​ໃຈ​ກັບ​ຫລຽນ​ຄຳ ​ແຕ່​ປາດ​ຖະໜາ​ຢາກໄດ້​ເວລາ​ໄວ​ຂຶ້ນກວ່າ​ນັ້ນ​ອີກ.

ທ້າວ Bolt ບັດ​ນີ້​ໄດ້​ຊະນະ​ສາມ​ຫລຽນ​ຄຳໂອ​ລິ​ມປິກຕິດ​ຕໍ່​ກັນ​ເປັນ​ເວລາ 3 ປີ ຊ້ອນ ​ໃນ​ຄວາມ​ໄວ​ສຸດ ທັງ​ໃນ​ລະຍະ 200 ​ແມັດ ​ແລະ 100 ​ແມັດ. ​ໃນ​ວັນ​ສຸກ​ມື້​ນີ້ ສອງ​ມື້ ກ່ອນ​ໜ້າທີ່​ລາວ​ຈະ​ມີ​ອາຍຸ 30 ປີ ທ້າວ Bolt ຈະ​ເປັນ​ເທື່ອ​ທີ​ສາມ​ໃນ​ການ​ແລ່ນ​ຕໍ່​ກັນ​ສີ່​ຄົນ ຜູ້​ລະ 100 ​ແມັດກັບ​ທິມ​ນັກ​ແລ່ນ​ຈາ​ໄມ​ກາ​ຂອງ​ລາວ.

ຢູ່​ໃນ​ການ​ແຂ່ງຂັນ​ອຶ່ນໆ​ໃນວັນ​ພະຫັດ​ວານ​ນີ້ ຊາວ​ອາ​ເມຣິກັນ ທ້າວ Ashton Eaton ​ໄດ້​ປ້ອງກັນ​ຕຳ​ແໜ່​ງ​ໂອ​ລິ​ມປິກ​ໃນ​ກິລາ​ແລ່ນແລະ​ລານ 10 ປະ​ເພດ​ຫຼື decathlon ​ໂດຍ​ໄດ້​ຊະນະ​ນັກ​ກິລາ​ຝຣັ່ງທ້າວ Kevin Mayer. ທ້າວ Eaton​ແມ່ນ​ກຳ​ສະຖິຕິ​ໂລກຂອງ​ກິລາ​ດັ່ງກ່າວ ​ຊຶ່ງ​ໄດ້​ຕັດສິນ​ວ່າ​ໃຜ​ເປັນສນັກ​ກິລາ​ທີ່ເກັ່ງ​ສຸດໃນ​ຫຼາຍປະ​ເພດ.

ຊາວ​ອາ​ເມຣິກັນ​ໄດ້​ຊະນະ​ສາມ​ຫລຽນ​ຄຳ​ໃນ​ການ​ແລ່ນ​ແລະ​ລານ​ໃນ​ວັນ​ພະຫັດ​ວານ​ນີ້. ນາງ Delilah Muhammad ​ໄດ້​ກາຍ​ມາ​ເປັນແມ່ຍິງ​ອາ​ເມຣິກັນ​ຄົນ​ທຳ​ອິດ​ ທີ່​ໄດ້​ຊະນະ​ການ​ແລ່ນ​ຂ້າມ​ຮົ້ວ​ 400 ​ແມັດ. ທ້າວ Kerron Clement ​ໄດ້​ຊະນະ​ການ​ແລ່ນ​ຂ້າມ​ຮົ້ວ 400 ​ແມັດຜູ້​ຊາຍ ​ແລະ​ທ້າວ Ryan Crousser ​ໄດ້ເຮັດ​ສະຖິຕິ​ໂອ​ລິ​ມປິກ​ໃໝ່ ​ໃນ​ການແຂ່ງ​ໂຍນ​ໝາກ​ບຸ່ນຜູ້​ຊາຍ ດ້ວຍ​ລະຍະ 22.52 ​ແມັດ.

ນັກກິລາອັງກິດ ທ້າວ Alistair, ຂວາ, ແລະທ້າວ Jonathan Brownlee ສະແດງຄວາມດີໃຈຫລັງຈາກການແຊ່ງຂັນກິລາ 10 ປະເພດ ຫລື triathon.
ນັກກິລາອັງກິດ ທ້າວ Alistair, ຂວາ, ແລະທ້າວ Jonathan Brownlee ສະແດງຄວາມດີໃຈຫລັງຈາກການແຊ່ງຂັນກິລາ 10 ປະເພດ ຫລື triathon.

ນາງ Allyson Felix ຜູ້​ປ້ອງ​ກັນຕຳ​ແໜ່​ງ​ທິມ​ແມ່ຍິງ ໃນແລ່ນ​ຕໍ່​ກັນສີ່​ຄົນ​ຜູ້​ລະ 100 ​ແມັດ ​ໄດ້​ເຮັດ​ໄມ້​ຕົກ​ລະຫວ່າງ​ການ​ແຂ່ງ​ເຂົ້າ​ຮອບຫຼັງ​ຈາກ​ໄດ້​ຖືກ​ຕໍາ​ໂດຍ​ນັກ​ແລ່ນບຣາຊິ​ລ. ສະຫະລັດ​ໄດ້ຂໍ​ອຸທອນ ​ແລະກໍ​ເປັນ​ເລື້ອງ​ແປກ ທີ່​ທີິມສະຫະ ລັດ ຕ້ອງ​ໄດ້​ແລ່ນຕໍ່​ກັນສີ່​ຄົນ​ຜູ້​ລະ 100 ​ແມັດແຕ່​ພຽງທິມດຽວຢູ່ໃນເດີ່ນ. ​ເຂົາ​ເຈົ້າ​ໄດ້​ຮັບ​ເວລາໄວ​ສົມ​ຄວນ​ ພໍທີ່​ຈະ​ກ້າວ​ເຂົ້າສູ່ຮອບ​ສຸດ​ທ້າ​ຍ​ໃນ​ແລງ​ວັນ​ສຸກມື້​ນີ້.

ປະ​ເທດ Jordan ​ໄດ້​ຮັບ​ຫລຽນ​ໂອ​ລິ​ມປິກ​ເປັນ​ເທື່ອທຳ​ອິດ​ແບບ​ບໍ່ເຄີຍມີ​ມາ​ກ່ອນ ​ເວລາ​ນັກເຕກວນ​ໂດທ້າວ Ahmad Abughaush ​ໄດ້​ຊະນະ​ຫລຽນ​ຄຳໃນການ​ ແຂ່ງຂັນ​ປະ​ເພດ​ຊາຍ ຂະໜາດ 68 ກິໂລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG