ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື້ທີ 12 ຂອງການແຂ່ງຂັນ ກິລາໂອລິມປິກ ຈະມີ ນັກແລ່ນຍິງ ຍາດເອົາຫຼຽນຄຳ

ນາງ Jasmine Camacho-Quinn, ຂວາ, ຈາກ Puerto Rico ແລະ ນາງ Alina Talay ຈາກ Belarus ແຂ່ງຂັນກັນ ໃນຮອບຄັດເລືອກ ລາຍການແລ່ນຂ້າມສິ່ງກີດຂວາງ 100-ແມັດ ຂອງ ການແຂ່ງຂັນໂອລິມປິກ ລະດູຮ້ອນ ປີ 2016 ຢູ່ທີ່ສະໜາມ ກິລາ ໃນນະຄອນ Rio de Janeiro, ປະເທດ Brazil, ເມື່ອວັນອັງຄານ ທີ 16 ສິງຫາ 2016.

ລາຍການການແຂ່ງຂັນ ແລ່ນແລະລານ ຂອງເພດຍິງ ຈະຄອບຄອງ​ເວລາສ່ວນໃຫຍ່ ​ໃນການຊົມໂອລິມປິກ ໃນຄ່ຳຄືນວັນພຸດມື້ນີ້ ໂດຍຈະມີການມອບຫຼຽນຕ່າງໆ ໃນສາມ ລາຍການທີ່​ໄດ້​ຮັບ​ຄວາມນິຍົມສູງ.

ຜູ້ຄອງແຊມປ້ຽນ ຊາວອາເມຣິກັນ ນາງ Brittany Reese ຈະເປີດລາຍການໃນເວລາ 8 ໂມງ 15 ນາທີ ຕອນຄ່ຳ ເວລານາງຈະປ້ອງກັນຕຳແໜ່ງໂດດໄກ ຈາກເພື່ອນຮ່ວມທີມ ນາງ Tianna Bartoletta ແລະ ນາງ Ivana Spanovic ຈາກ Serbia ຜູ້ທີ່ໄດ້ທຳ ສະຖິຕິ ໂດດໄກທີ່ສຸດ ໃນຮອບຄັດເລືອກ ເມື່ອຕົ້ນສັບປະດານີ້.

ນາງ Elaine Thompson ຈາກຈາໄມກາ ຜູ້ທີ່ໄດ້ຮັບໄຊຊະນະ ການແລ່ນໄວ ເພດຍິງ 100 ແມັດ ໃນວັນເສົາຜ່ານມາ ເບິ່ງຄືວ່າ ຈະໄດ້ຮັບຫຼຽນຄຳອີກອັນໜຶ່ງ ໃນ​ແຂ່ງ​ແລໍ່​ນ 200 ແມັດ ໃນຕອນຄ່ຳ 9 ໂມງ 30.

ນາງ Thompson ຈະປະເຊີີນໜ້າກັບ ການແຂ່ງຂັນທີ່ໜັກໜ່ວງ ຈາກນັກແລ່ນສອງຄົນ ຂອງອາເມຣິກາ ຄື ນາງ Tori Bowie ຜູ້ທີ່ໄດ້ທຳເວລາເທົ່າກັນກັບນາງ Thompson ຄື 22.13 ວິນາທີ ໃນຮອບຮອງຊະນະເລີດ ແລະ ນາງ Deajah Stevens ຜູ້ທີ່ໄດ້ເຂົ້າ ເສັ້ນໄຊ ປະມານ ວິນາທີດຽວຊ້າກວ່າເວລາຂອງນາງ Thompson. ຄັນນາງ Thompson ໄດ້ຊະນະການແຂ່ງຂັນ ນາງກໍຈະເປັນການທຳໄດ້ດີທີ່ສຸດເທົ່າກັບ ທ້າວ Usain Bolt ຄືເປັນ ຊາວຈາໄມກາ ຄົນທຳອິດ ທີ່ໄດ້ຊະນະການແລ່ນໄວ 200 ແມັດ.

ຮອບສຸດທ້າຍ ຂອງ ການແລ່ນຂ້າມສິ່ງກີດຂວາງ 100 ແມັດເພດຍິງ ຈະປິດລາຍການ ຂອງຄ່ຳຄືນ. ຊາວອາເມຣິກັນ ນາງ Brianna Rollin ແລະ ນາງ Kristi Castlin ເບິ່ງ ຄືວ່າ ຈະແຂ່ງກັນ ເອົາຕຳແໜ່ງສູງສຸດ ແຕ່ກ່ອນອື່ນ ພວກເຂົາເຈົ້າຕ້ອງໄດ້ຜ່ານຮອບ ຮອງຊະນະເລີດ ເສຍກ່ອນ ຊຶ່ງຈະຈັດຂຶ້ນ ພຽງສອງຊົ່ວໂມງກ່ອນຮອບສຸດທ້າຍ.

ນາງ Rollin ແລະ ນາງ Castlin ໄດ້ເຂົ້າມາເປັນທີ ໜຶ່ງ ແລະ ສອງ ຕາມລຳດັບ ໃນ ຮອບທຳອິດ ຂອງການແຂ່ງຂັນ ເມື່ອຕົ້ນສັບປະດານີ້.

ນັກກິລາຂອງການາດາ ນາງ Brianne Eaton Theisen ໄດ້ຮັບການໃຫ້ກຳລັງໃຈ ໂດຍສາມີ ຂອງນາງ ທ້າວ Ashton Eaton ຈາກສະຫະລັດ, ຜູ້ທີສອງຈາກຂວາ, ໃນລະຫວ່າງການແຂ່ງຂັນ ໂອລິມປິກ ລະດູຮ້ອນປີ 2016 ຢູ່ທີ່ສະໜາມກິລາ ໂອລິມປິກ ໃນນະຄອນ Rio de Janeiro, ປະເທດ Brazil, ເມື່ອວັນສຸກ ທີ 12 ສິງຫາ 2016.

ສ່ວນ ແຊມປ້ຽນ ການ​ແຂ່ງຂັນໂອລິມປິກ ທີ່ London ໃນປີ 2012 ຊາວອາເມຣິກັນ ທ້າວ Ashton Eaton ຍັງຈະປ້ອງກັນຕຳແໜ່ງຂອງລາວ ຂະນະທີ່ ລາຍການ ກິລາ ສິບປະເພດ ເພດຊາຍ ຈະເລີ້ມຕົ້ນການແຂ່ງຂັນ ໃນຕອນເຊົ້າວັນພຸດມື້ນີ້ ດ້ວຍການ ແລ່ນໄວ 100 ແມັດ. ພວກນັກກິລາ ຈະສືບຕໍ່ ແຂ່ງຂັນກັນ 10 ປະເພດ ຕະຫຼອດມື້ ດ້ວຍລາຍການທັງໝົດ ຈະຈັດຂຶ້ນ ດັ່ງນີ້ ໂດດໄກ ໂຍນລູກບຸ່ນເຫຼັກ ໂດດສູງ ແລະ ແລ່ນ 400 ແມັດ. ລາຍການແຂ່ງຂັນ ຈະຈົບລົງໃນຕອນຄ່ຳວັນພະຫັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

In Photos: Day 11 of Rio Olympics
please wait

No media source currently available

0:00 0:01:03 0:00

XS
SM
MD
LG