ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂທນີ ບລິງເຄັນ ໃນວັນ ພຸດວານນີ້
ໄດ້ປະກາດແຕ່ງຕັ້ງໃຫ້ທ່ານນາງຣີນາ ອາມີຣີເປັນທູດພິເສດ ສຳລັບເລື້ອງແມ່ຍິງ, ເດັກຍິງ
ແລະສິດທິມະນຸດໃນອັຟການິສຖານ.
ການແຕ່ງຕັ້ງມີຂຶ້ນໃນຂະນະທີ່ພວກແມ່ຍິງຢູ່ໃນປະເທດນັ້ນກຳລັງປະເຊີນກັບ ການກົດຂີ່
ນັບມື້ນັບແຮງຂຶ້ນ ໂດຍການປົກຄອງຂອງກຸ່ມຕາລີບານຫຼັງຈາກ ສະຫະລັດໄດ້ຖອນອອກ
ໄປໃນເດືອນສິງຫາຜ່ານມາແລ້ວ.
ໃນຕົ້ນອາທິດນີ້ ກຸ່ມຕາລີບານໄດ້ປະກາດວ່າ ພວກແມ່ຍິງບໍ່ສາມາດເດີນທາງ ໃນໄລຍະ
ໄກໄດ້ ຖ້າບໍ່ມີຜູ້ຊາຍຄົນນຶ່ງຕິດຕາມໄປນຳ. ພວກແມ່ຍິງໄດ້ປະເຊີນ ກັບຂໍ້ຈຳກັດຢ່າງໜັກ
ໃນດ້ານການສຶກສາ ແລະການໄປເຮັດວຽກ.
ທ່ານບລິງເຄັນ ກ່າວຢູ່ໃນຖະແຫຼງການສະບັບນຶ່ວ່າ “ພວກເຮົາປາດຖະໜາໃຫ້ ອັຟການິສ
ຖານເປັນປະເທດທີ່ມີຄວາມສັນຕິ, ມີສະຖຽນລະພາບ ແລະຄວາມ ປອດໄພ ເປັນບ່ອນທີ່
ຊາວອັຟການິສຖານໝົດທຸກຄົນສາມາດອາໄສຢູ່ ແລະມີຄວາມຈະເລີນກ້າວໜ້າທາງດ້ານ
ການເມືອງ, ເສດຖະກິດ ແລະສັງຄົມນຳກັນ.”
ທ່ານນາງອາມີຣີ ເປັນນັກປັນຍາຊົນທີ່ເກີດຢູ່ໃນອັຟການີສຖານ ທີ່ຮັບໃຊ້ຢູ່ກະຊວງຕ່າງ
ປະເທດພາຍໃຕ້ອະດີດປະທານາທິບໍດີບາຣັກ ໂອບາມາ. ທ່ານນາງ ໄດ້ໃຊ້ເວລາສອງທົດ
ສະວັດ ໃຫ້ຄຳປຶກສາແກ່ບັນດາລັດຖະບານປະເທດຕ່າງໆ ແລະອົງການສະຫະປະຊາຊາດ
ກ່ຽວກັບບັນຫາຕ່າງໆຂອງອັຟການິສຖານ.
ອີງຕາມອົງການຂ່າວຣອຍເຕີແລ້ວ ລັດຖະບານທ່ານໄບເດັນໄດ້ປະເຊີນກັບການຕຳໜິ
ຢ່າງຮ້າຍແຮງຈາກບັນດາກຸ່ມປົກປ້ອງສິດທິຂອງແມ່ຍິງ ທີ່ບໍ່ໄດ້ມີການປົກປ້ອງຊີວິດ ແລະ
ຮັບປະກັນທາງຜ່ານທີ່ປອດໄພໃຫ້ແກ່ບັນດານັກເຄື່ອນໄຫວ ແມ່ຍິງຢູ່ໃນອັຟການິສຖານ.
ທ່ານນາງອາມີຣີ ແມ່ນຜູ່ນຶ່ງໃນພວກທີ່ຕຳໜິດັ່ງທີ່ອົງການຂ່າວນັ້ນໄດ້ລາຍງານໄປ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ