ບັນດາອົງການປົກປ້ອງສິດທິມະນຸດແຖວໜ້າ ໄດ້ຮຽກຮ້ອງໃຫ້ສະຫະລັດ ສະເໜີໃຫ້ບ່ອນ ພັກພາສຸກເສີນແກ່ບັນດານັກຂຽນຂອງ Bangladesh ທີ່ເປັນເປົ້າໝາຍຂອງກຸ່ມຫົວຮຸນແຮງຈັດອິສລາມ ຍ້ອນຄວາມເຊື່ອໃນທາງໂລກຂອງເຂົາເຈົ້ານັ້ນ.
ກຸ່ມດັ່ງກ່າວ ແມ່ນຮວມມີສູນກາງນັກຂຽນອາເມຣິກັນ ຫຼື PEN American Center ກຸ່ມປົກປ້ອງສິດທິມະນຸດ Human Right Watch ອົງການອິດສະຫຼະພາບ Freedom House ອົງການນັກຂ່າວບໍ່ມີພົມແດນ ໄດ້ສົ່ງຈົດໝາຍຮ້ອງຂໍຕໍ່ລັດຖະມົນການຕ່າງປະເທດສະຫະລັດ ທ່ານ John Kerry.
ເນື້ອໄນຂອງຈົດໝາຍກ່າວວ່າ “ບັນດານັກຂຽນທັງຫຼາຍທີ່ກ່າວມານີ້ ແມ່ນບໍ່ສາມາດທີ່ຈະ ຂໍການປົກປ້ອງຄຸ້ມກັນຕົວເອງໄດ້ ຈາກລັດຖະບານຂອງພວກເຂົາເຈົ້າ ແລະຍັງໄດ້ຢູ່ໃນສະພາບການຖືກຂົ່ມຂູ່ ກ່ຽວກັບການໂຈມຕີຮ້າຍແຮງ ຈາກກຸ່ມທີ່ບໍ່ແມ່ນລັດຖະບານ ຊຶ່ງໄດ້ດຳ ເນີນການຕາມຄຳຂົ່ມຂູ່ຂອງພວກເຂົາ ແລະສຳນວນຄຳເວົ້າແມ່ນໄດ້ຊ້ຳຄືນເຖິງອະດີດ.”
ນັກຂຽນຂ່າວທາງອິນເຕີແນັດ ຫຼື bloggers 4 ຄົນແລະຜູ້ພິມຜູ້ໂຄສະນາຄົນນຶ່ງ ແມ່ນໄດ້ຖືກສັງຫານໃນບັງກລາແດັສ ໃນປີນີ້ ພຽງປີດຽວ ແລະ ຍັງມີອີກຫຼາຍສິບຄົນ ທີ່ໄດ້ຖືກຂົ່ມຂູ່ຈາກກຸ່ມລັດອິສລາມ.
ຈົດໝາຍດັ່ງກ່າວ ໄດ້ລົງນາມໂດຍ 7 ອົງການເພື່ອສິດທິມະນຸດ ແລະໄດ້ກ່າວວ່າ ກຸ່ມອິສລາມຫົວຮຸນແຮງຈັດ ເຊັ່ນ Ansa rai-Islam Ansarullah Bangla Team ຫລື ABT ຊຶ່ງເປັນກຸ່ມກໍ່ການຮ້າຍ Al-Qaida ໃນຊົມພູທະວີບນັ້ນໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນການສັງຫານເຫລົ່ານີ້.
ກຸ່ມ ABT ແລະກຸ່ມອິສລາມຫົວຮຸນແຮງອື່ນໆ ໄດ້ພິມເຜີຍແຜ່ລາຍຊື່ ທີ່ປະກອບພວກຂຽນຂ່າວລົງອິນເຕີແນັດ ຫລື bloggers ພວກນັກຂຽນແລະຜູ້ພິມຜູ້ໂຄສະນາ ຊຶ່ງພວກກຸ່ມດັ່ງ ກ່າວປະຕິຍານຕົນແລ້ວວ່າ ຈະສັງຫານນັ້ນ.