ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ ສຫລ ກົດດັນ ເຄັນຢາ ເລື້ອງສິດທິມະນຸດ


ປະທານາທິບໍດີ ເຄນຢາ ທ່ານ Uhuru Kenyatta.
ປະທານາທິບໍດີ ເຄນຢາ ທ່ານ Uhuru Kenyatta.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ ​ໄດ້​ຮຽກຮ້ອງ​ໃຫ້ ປະທານາທິ
ບໍດີສະຫະລັດ ທ່ານ Barack Obama ​ໃຊ້​ການ​ເດີນ​ທາງຂອງ
​ທ່ານໄປ​ຢ້ຽມຢາມ​ເຄັນ​ຢາ ໃນໄວໆນີ້ ກົດ​ດັນ​ຕໍ່ລັດຖະບານປະ
ເທດດັ່ງກ່າວໃຫ້​ປັບ​ປຸງ​ປະຫວັດດ້ານສິດທິ​ມະນຸດ​ຂອງ​ຕົນ.

ກຸ່ມປົກປ້ອງສິດທິ​ມະນຸດ Human Right Watch ​ໄດ້​ເຜິີຍແຜ່
ໜັງສື​ສະບັບ​ນຶ່ງ ​ໃນ​ວັນ​ພຸດ​ມື້​ນີ້ ຕາງໜ້າໃຫ້ 17 ອົງການຈັດຕັ້ງ
ດ້ານ​ສິດທິ​ມະນຸດ. ໜັງ​ສື​ສະບັບນີ້ກ່າວ​ວ່າ ບັນດາ​ອົງການຈັດ
ຕັ້ງ​ສິດທິ​ມະນຸດ ມີ​ຄວາມ​ເປັນ​ຫ່ວງ​ວ່າ ​ປະທານາທິບໍດີເຄັນ​ຢາ
ທ່ານ Uhuru Kenyetta ກຳລັງ​ບ່ອນທຳລາຍ ລັດຖະທຳ​ມະ
ນູນເຄັນ​ຢາ​ແລະ​ພັນທະ​ຂອງ​ຕົນ​ຕໍ່ກົດ​ໝາຍ​ສິດທິ​ມະນຸດ​ສາກົນພາຍໃຕ້​ຂໍ້​ອ້າງ​ “ການ​ສົ່ງ​ເສີມ​ຄວາມ​ປອດ​ໄພແຫ່ງ​ຊາດ​ແລະປາບປາມການ​ກໍ່​ການ​ຮ້າຍ.”

ໜັງສືສະບັບ​ກ່າວຕື່ມ​ວ່າ ປະທານາທິບໍດີ Obama ມີ​ໂອ​ກາດ​ອັນ​ພິເສດ ທີ່​ຈະ​ຮຽກ​ຮ້ອງ
ໃຫ້ ປະທານາທິບໍດີ ​ເຄັນ​ຢາ ຍຶດໝັ້ນ​ໃນລັດຖະທຳ​ມະນູນສະບັບ ປີ 2010 ​ໃນ​ຂະນະ​ທີ່ ສະຫະລັດເປັນ​ນຶ່ງ​ໃນພັນທະ​ມິດ​ໃກ້​ຊິດ​ທີ່​ສຸດຂອງ​ເຄັນ​ຢາ ​ໃນ​ການ​ຕໍ່ສູ້​ຕ້ານການ​ກໍ່​ການ
​ຮ້າຍ.

ໜັງ​ສື​ກ່າວ​ວ່າ “ພວກ​ເຮົາ​ຮຽກຮ້ອງ​ໃຫ້​ທ່ານ ຈົ່ງ​ຍົກ​ເອົາ​ບັນ​ຫາ​ສຳຄັນ​ທັງ​ຫລາຍ​ເຫລົ່າ​ນີ້
ຂື້ນ​ມາຫາລື ​ໃນ​ລະຫວ່າງການ​ຢ້ຽມຢາມ​ເຄັນ​ຢາ ຄັ້ງ​ປະຫວັດສາດ​ທີ່​ຈະ​ມີ​ຂື້ນນີ້.”

ທ່ານ Obma ມີ​ກຳນົດເດີນທາງໄປຢ້ຽມຢາມ​ເຄັນ​ຢາ ​ໃນ​ທ້າຍ​ເດືອນ​ນີ້ ຊຶ່ງ​ເປັນ​ເປັນ​ການ
​ຢ້ຽມຢາມ​ບ້ານ​ເກີດ​ບິດາ​ຂອງ​ທ່ານເທື່ອ​ທຳ​ອິດ ​ໃນ​ນາມ ປະທານາທິບໍ ດີສະຫະລັດ.

ກະຊວງ​ຕ່າງປະ​ເທດ ສະຫະລັດ ​ໄດ້​ອອກ​ຄຳ​ເຕືອນຕໍ່ຊາວ​ອາ​ເມຣິກັນ ທີ່​ຈະເດີນທາງ​ໄປ
​ເຄັນ​ຢາ ກ່ອນ​ທີ່ທ່ານ Obama ໄປຮ່ວມກອງ​ປະຊຸມ​ສຸດ​ຍອດ ນັກວິ​ສະ​ຫະກິດໂລກ ​ໃນ​
ວັນ​ທີ 24 ​ຫາ​ວັນທີ 26 ກໍລະ​ກົດ ທີ່​ນະຄອນ​ໄນ​ໂຣບີ. ກອງ​ປະຊຸມ​ສຸດ​ຍອດດັ່ງກ່າວ ​ຄາດ
​ວ່າ​ຈະ​ມີຜູ້ເຂົ້າຮ່ວມ 1,500 ຄົນ​ ຈາກ​ທົ່ວ​ໂລກ.

XS
SM
MD
LG