ກຸ່ມສິດທິມະນຸດສໍາຄັນກຸ່ມນຶ່ງ ຕິຕຽນກໍາປູເຈຍ ທີ່ບໍ່ຈ່າຍເງິນ
ເດືອນໃຫ້ແກ່ພະນັກງານທ້ອງຖິ່ນ ຂອງສານອາຊະຍາກໍາສົງ
ຄາມຂະເໝນແດງ.
ພະນັກງານກໍາປູເຈຍປະມານ 200 ຄົນຂອງສານທີ່ໄດ້ຮັບການ
ໜູນຫລັງຈາກສະຫະປະຊາຊາດ ໄດ້ພາກັນຢຸດງານປະທ້ວງໃນ
ວັນຈັນທີ່ຜ່ານມາ ຫລັງຈາກບໍ່ໄດ້ຮັບເງິນມາໄດ້ຫລາຍເດືອນ.
ກຸ່ມສີ້ງຊອມສິດທິມະນຸດ Human Rights Watch ກ່າວໃນວັນ
ພະຫັດມື້ນີ້ວ່າ ລັດຖະບານເຈດຕະນາກັກເງິນນັ້ນໄວ້ ເພື່ອຂັດ
ຂວາງການດໍາເນີນຄະດີພວກຜູ້ນໍາຂະເໝນແດງ.
ຝ່າຍລັດຖະບານກໍາປູເຈຍຂອງສານດັ່ງກ່າວ ທີ່ຂາດງົບປະມານຢູ່ເກືອບຮອດ 3 ລ້ານໂດລາ
ໄດ້ປະເຊີນກັບການກ່າວຫາວ່າ ບໍລິຫານງານຢ່າງຜິດພາດ, ສໍ້າລາດບັງຫລວງ ແລະກິນ
ສິນບົນ ນັບຕັ້ງແຕ່ໄດ້ຖືກຈັດຕັ້ງຂຶ້ນ ໃນປີ 2006 ເປັນຕົ້ນມາ.
ຍີ່ປຸ່ນ ທີ່ເປັນຜູ້ບໍລິຈາກລາຍໃຫຍ່ລາຍນຶ່ງໃຫ້ແກ່ສານດັ່ງກ່າວ ໄດ້ສະເໜີແນະວ່າ ເງິນຊ່ວຍເຫລືອຂອງຕົນຈໍານວນນຶ່ງ ທີ່ຕັ້ງໃຈມອບໃຫ້ຝ່າຍນາໆຊາດຂອງສານນັ້ນ ອາດສາມາດເອົາໄປໃຊ້ຈ່າຍເງິນເດືອນໃຫ້ແກ່ ພະນັກງານໄດ້.
ແຕ່ວ່າ ກຸ່ມສີ້ງຊອມສິດທິມະນຸດ ກ່າວວ່າ ບັນດາຜູ້ບໍລິຈາກນາໆຊາດ ຄວນໂຈະທຶນບໍລິຈາກ
ນັ້ນໄວ້ໃນອະນາຄົດ ຈົນກວ່າວ່າ ລັດຖະບານກໍາປູເຈຍ ຈ່າຍພາກສ່ວນຂອງຕົນ ສໍາລັບສານ
ອາຊະຍາກໍາສົງຄາມ.
ກຸ່ມດັ່ງກ່າວເວົ້າເປັນໃນໆອີກວ່າ ລັດຖະບານ ນາຍົກ Hun Sen ທີ່ນໍາພາໂດຍອະດີດສະມາ
ຊິກ ຂະເໝນແດງ ນັ້ນ "ທໍາທ່າເຮັດວ່າ ທຸກຍາກຫລາຍ ຈົນບໍ່ສາມາດຮັບຜິດຊອບຕໍ່ບັນດາ
ຜູ້ທີ່ໄດ້ຮັບເຄາະຮ້າຍຈາກພວກຂະເໝນແດງ ຫລາຍລ້ານຄົນນັ້ນ."