ສອງອົງການປົກປ້ອງສິດທິມະນຸດ ໄດ້ກ່າວຫາປະເທດແກມ
ເບຍທີ່ຕັ້ງຢູ່ໃນເຂດ ອາຟຣິກາຕາເວັນຕົກ ວ່າກັກຂັງຢ່າງຜິດ
ກົດໝາຍໝູ່ເພື່ອນແລະຍາດຕິພີ່ນ້ອງ ຫລາຍສິບຄົນ ຂອງ
ພວກທີ່ຖືກກ່າວຫາວ່າ ພົວພັນກັບການພະຍາຍາມເຮັດລັດ
ຖະປະຫານ ໃນທ້າຍປີກາຍນີ້.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ແລະອົງ
ການນິລະໂທດສາກົນ ກ່າວໃນວັນພຸດມື້ນີ້ວ່າ ແກມເບຍ ໄດ້
ກັກຂັງບັນດາໝູ່ເພື່ອນ ແລະຍາດຕິພີ່ນ້ອງເຫຼົ່ານີ້ ໂດຍບໍ່ໄດ້
ແຈ້ງໃຫ້ຊາບກ່ຽວກັບບ່ອນກັກຂັງເຂົາເຈົ້າ ແລະພໍ່ແມ່ທີ່ເຖົ້າແກ່ແລ້ວ ແລະລູກຊາຍຄົນນຶ່ງທີ່ຍັງເປັນໄວລຸ້ນ ກໍຮວມຢູ່ໃນຈຳນວນພວກຖືກກັກຂັງ.
ທ່ານ Daniel Bekele ຜູ້ອຳນວຍການຝ່າຍອາຟຣິກາຂອງ Human Rights Watch
ກ່າວວ່າ “ບັນດາເຈົ້າໜ້າທີ່ແກມເບຍ ບໍ່ຫົວຊາກັບມາດຕະຖານທີ່ເປັນ ພື້ນຖານສິດທິ
ມະນຸດ ໂດຍກັກຂັງຄົນແບບບໍ່ມີການຕິດຕໍ່ກັບຄົນອື່ນໄດ້ ຊຶ່ງເຮັດໃຫ້ມີຄວາມເປັນຫ່ວງ
ຢ່າງໃຫຍ່ຫລວງຕໍ່ການບັງຄັບໃຫ້ຫາຍສາບສູນ.”
ກຸ່ມປົກປ້ອງສິດທິມະນຸດທັງສອງ ຮຽກຮ້ອງໃຫ້ແກມເບຍ ເປີດເຜີຍເຖິງສະຖານທີ່ຂອງ
ພວກທີ່ຖືກຈັບ ແລະໃຫ້ຕັ້ງຂໍ້ຫາກ່ຽວກັບຄວາມຜິດຂອງເຂົາເຈົ້າ ຫລືບໍ່ກໍ ປ່ອຍເຂົາເຈົ້າ
ໃຫ້ເປັນອິດສະຫຼະ.
ພວກທີ່ຖືກຈັບທັງໝົດແມ່ນພົວພັນກັບການໂຈມຕີທຳນຽບລັດຖະບານແກມເບຍ ທີ່ບໍ່
ປະສົບຜົນສຳເລັດ ຢູ່ໃນນະຄອນຫລວງ Banjul ໃນວັນທີ 30 ເດືອນທັນວາ ປີ 2014.