ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HWR ເຕືອນວ່າ ການຈຳກັດ ການເດີນທາງ ໃນຢູເຄຣນ ຂັດຂວາງ ການຮັກສາ ສຸຂະພາບ


ກຸ່ມປົກປ້ອງສິດທິ​ມະນຸດ Human Rights Watch ຫຼື HRW
ທີ່ມີຫ້ອງການ ຢູ່ສະຫະລັດ​ ກ່າວ​ວ່າ ການຈຳກັດຮັດແຄບໃນ
ການເດີ​ນທາງໄປ​ມາຂອງລັດຖະບານ ຢູ​ເຄຣນໄດ້ກໍ່ໃຫ້ເກີດ​ມີ​
ການ​ຊັກ​ຊ້າ​ຢ່າງ​ຮ້າຍ​ແຮງໃນກາ​ນຈັດ​ສົ່ງຢາປົວພະຍາດຢູ່ໃນ​
ເຂດ ທີ່ຄວບ​ຄຸມ​ໂດຍ​ພວກ​ກະບົດ ທາງ​ພາກ​ຕາ​ເວັນ​ອອກປະ
ເທດ.

ກຸ່ມ​ດັ່ງກ່າວ ​ໄດ້​ອອກຖະ​ແຫລ​ງການ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ໂດຍກ່າວ
ວ່າ ຕົນ​ໄດ້​ອີງ​ການກ່າວອ້າງຂອງຕົນ ​ຈາ​ກການສຳພາດທາງ​ໂທ
ລະ​ສັບ ແລະສຳພາດໂຕຈິງ ​ເປັນ​ເວລາ 10 ມື້ ກັບ​ພະນັກງານ
​ການ​ແພດ ​ແລະ​ພວກຄົ​ນ​ເຈັບ​ໃນ​ພາກ​ຕາ​ເ​ວັນ​ອອກ​ຂອງຢູ​ເຄຣນ.

ກຸ່ມ HRW ກ່າວ​ວ່າ ການ​ຈຳກັດໃນການ​ເດີນທາງ ໄດ້ເປັນອຸບປະສັກຂັດຂວາງ ຕໍ່ການ​
ເຂົ້າ​ໄປເຖິງປະຊາຊົນ​ຢູ​ເຄຣນ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ປະເທດ ທີ່ຕ້ອງ​ການ​ເດີນທາງ
​ໄປ​ຫາເຂດ​ຄວບ​ຄຸ​ມ​າຂອງ​ລັດຖະບານ ​ເພື່ອ​ຊົມໃຊ້​ການບໍລິການ ດ້ານການແພດທີ່ໄດ້
ຮັບທຶນ​ຈາກລັດຖະບານ. ກຸ່ມ​ດັ່ງກ່າວເວົ້າ​ວ່າ ພວກ​ຄົນ​ເຈັບ ທີ່ກຳລັງ​ໄດ້ຮັບການປິ່ນປົວ
ກ່ຽວກັບການຕິດເຊື້ອ HIV ເປັນໂຣກປອດແຫ້ງ ​ແລະ​ຕິດ​ຢາ​ເສບ​ຕິດ​ນັ້ນ ແມ່ນ​ໄດ້​ຮັບ​ຜົນ​
ກະທົບ​ຈາກ​ການ​ຈຳກັດດັ່ງກ່າວເປັນ ການສະເພາະ.

ກຸ່ມດັ່ງກ່າວເວົ້າຕື່ມ​ວ່າ ການ​ຈຳກັດນີ້​ຍັງໄດ້ເຮັດໃຫ້ມີ​ການ​ຊັກຊ້າ ​ໃນ​ການ​ສົ່ງ​ຢາ​ປົວ
​ພະຍາດ ຈຶ່ງພາໃຫ້ມີ​ການ​ຂາດ​ແຄນ​ຢູ່​ຕາມສະຖານທີ່ການແພດຕ່າງໆ.

​ນອກນັ້ນ ໃນ​ວັນ​ສຸກ​ມື້ນີ້ ອົງການເອພີ ອ້າງ​ຄຳ​ເວົ້າ​ລັດຖະມົນຕີ ຕ່າງປະ​ເທດ ຢູ​ເຄຣນ
ທ່ານ Yevhen Perebiynis ທີ່​ກ່າວ​ວ່າ ຢູເຄຣນ ​ໄດ້ຍືນຄຳ​ຮ້ອງ​ຂໍ​ຢ່າງ​ເປັນທາງ​ການ
​ຕໍ່ສະຫະ​ປະຊາ​ຊາດ ໃຫ້​ສົ່ງ​ໜ່ວຍ​ປະຕິບັດ​ງານ​ຮັກສາ​ສັນ ຕິພາບ ​ໄປຍັງ​ພາກ​ຕາ​ເວັນ
ອອກ​ຂອງຢູ​ເຄຣນ.

ພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ໄດ້​ເລີ້ມ​ກໍ່ກະບົດດ້ວຍກຳລັງອາວຸດ ຢູ່​ພາກ
​ຕາ​ເວັນ​ອອກ​ຂອງຢູ​ເຄຣນ ​ໃນ​ເດືອນ​ເມສາ ປີ​ກາຍ​ນີ້. ນັບ​ແຕ່​ນັ້ນ​ມາ ຫລາຍ​ພັນ​ຄົນ​ໄດ້​
ເສຍ​ຊີວິດ​ຍ້ອນ​ຄວາມ​ຮຸນ​ແຮງດັ່ງກ່າວ.

ເບິ່ງວີດີໂອກ່ຽວຂ້ອງ:

In Eastern Ukraine, Civilian Casualties Push Men to Join Rebels
please wait

No media source currently available

0:00 0:02:33 0:00

XS
SM
MD
LG