ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

HRW ຂໍໃຫ້ ທ່ານໂອບາມາ ຊ່ອຍຍຸຕິ ການລະເມີດ ສິດທິມະນຸດ ໃນກໍາປູເຈຍ


ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ຂໍຮ້ອງໃຫ້ປະທານາທິບໍດີສະຫະລັດ ທ່ານ Barack Obama ​ຈົ່ງຍຸຕິການລະເມີດ ສິດທິມະນຸດ ໃນກໍາປູເຈຍ.
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ຂໍຮ້ອງໃຫ້ປະທານາທິບໍດີສະຫະລັດ ທ່ານ Barack Obama ​ຈົ່ງຍຸຕິການລະເມີດ ສິດທິມະນຸດ ໃນກໍາປູເຈຍ.
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຂໍຮ້ອງ
​ໃຫ້ປະທານາທິບໍດີສະຫະລັດ ທ່ານ Barack Obama ​ຈົ່ງ
ໃຊ້​ການ​ເດີນ ​ເດີນທາງ​ໄປ​ຢ້ຽມຢາມ​ກໍາປູ​ເຈຍຄັ້ງຈະ​ມາ​ນີ້ຂອງ​
ທ່ານ ຮຽກຮ້ອງ​ໃຫ້ຍຸຕິການ​ລ່ວງ​ລະ​ເມີດ​ສິດທິມະນຸດ ທີ່​ມີ​ມາ
ເປັນ​ເວລາ​ດົນນານ ຮວມ​ທັງ​ການ​ກ່າວ​ຫາກ່ຽວ​ກັບ​ການສັງ
ຫານທີ່​ຮວບ​ຮັດ​ຕັດ​ຕອນ ການ​ທໍລະ ມານ ​ແລະການ​ລັກພາ​ໂຕ.

ກຸ່ມປົກ​ປ້ອງ​ສິດທິ​ມະ​ນຸດທີມີຫ້ອງການ​ຕັ້ງຢູ່​ນະຄອນ​ນິວຢ້ອກ
ກຸ່ມ​ນີ້ກ່າວ ​ຢູ່​ໃນ​ລາຍງານ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານມື້​ນີ້​
ວ່າ ຫລາຍ​ກວ່າ 300 ​ຄົນ​ໄດ້​ຖືກ​ສັງຫານ​ ​ໃນການໂຈມ​ຕີ​ທີ່​ມີ​ຈຸດ
ປະສົງທາງການ​ເມືອງ ຢູ່​ໃນ​ກໍາປູ​ເຈ​ຍ ​ໃນຮອບ​ສອງ​ທົດ​ສະ​ວັດ
ຜ່ານ​ມາ ​ພາຍ​ໃຕ້​ກາ​ນປົກຄອງ​ຂອງນາ​ຍົກ​ລັດຖະມົນຕີ Hun
Sen​. ກຸ່ມ​ປົກປ້ອງ​ສິດທິ​ມະນຸດກຸ່ມນີ້ຍັງ​ເວົ້າ​ວ່າ ​ແທນ​ທີ່​ຈະ​ທໍາ​
ການ​ສືບສວນ ເບິ່ງການ​ກະທໍາ​ຜິດ ລັດຖະບານ​ກໍາປູເຈຍຊໍ້າພັດບໍ່​ເອົາ​ໃຈ​ໃສ່​ກ່ຽວ​ກັບ
ເລື່ອງ​ເຫຼົ່ານີ້ ​ແລະ​ໃນ​ບາງ​ກໍລະນີ ​ຍັງໄດ້ສົ່ງ​ເ​ສີມພວກ​ທີ່​ເຊື່​ອກັນ​ວ່າ​ເປັນຜູ້​ຮັບຜິດຊອບໃນ​
ການ​ໂຈມ​ຕີນັ້ນ.

ຮອງ​ຜູ້ອຳນວຍການ ກຸ່ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ປະ​ຈໍາ​ເຂດເອ​ເຊຍ ທ່ານ Phil Robertson ກ່າວ​ຕໍ່ວີ​ໂອ​ເອວ່າ ປະທານາທິບໍດີ Obama ຊຶ່ງໃນອາທິດ​ໜ້າ​ນີ້ ຈະ​ເປັນປະທາ​ນາ​ທິບໍດີສະຫະລັດຄົນ​ທໍາ​ອິດ ເດີນທາງໄປ​ຢ້ຽມຢາມກໍາປູ​ເຈຍ ແມ່ນ ຢູ່​ໃນທ່າ​ທີ​ທີ່ພິ​ເສດ ທີ່ຈະ​ຮຽກຮ້ອງ​ຢ່າງ​ເປີດ​ເຜີຍ ​ໃຫ້​ປັບ​ປຸ​ງການ​ເຄົາ ລົບ​ນັບຖື​ສິດ ທິ​ມະນຸດ.

ລາຍ​ງານນີ້ໄດ້​ກ່າວ​ຊົມ​ເຊີີຍສະຫະລັດ ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຕຳ ໜິຕິຕຽນ​ປະຫວັດ​ການ​ເຄົາລົບ​ນັບຖື​ສິດທິ​ມະນຸດ​ຂອງ​ກຳປູ​ເຈຍ​ຢ່າ​ງ​ເປັນ ການ​ເປີດ​ເຜີຍ​ນັ້ນ ​ແຕ່​ທ່ານ Robertson ກ່າວ​ວ່າ ການ​ດໍາ​ເນີນ ມາດ ຕະການ​ຂອງ​ວໍ​ຊິງ​ຕັນ ບໍ່​ໄດ້​ສອດຄ່ອງ​ກັບ​ຄຳ​ເວົ້າສະ​ເໝີ​ໄປ.

ກ່ຽວຂ້ອງກັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG