ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

HRW ຮຽກຮ້ອງໃຫ້ຈີນ ແກ້ໄຂ ການລະເມີດສິດທິ ຂອງປະຊາຊົນ


FILE - ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ຍ່າງຜ່ານຫຼັງປະທານປະເທດຈີນ ທ່ານ Xi Jinping ຂະນະທີ່ທ່ານທັງສອງໄດ້ໄປເຖິງ ອານຸສາວະລີວິລະຊົນ ໃນລະຫວ່າງເຂົ້າພິທີ ຂີດໝາຍ ມື້ຂອງການສະລະຊີບ ຫຼື Martyr’s Day ຢູ່ທີ່ຈັດຕຸລັດ ຖຽນອັນເມີນ ໃນນະຄອນຫລວງປັກກິ່ງ in Beijing, China, Sept. 30, 2014.
FILE - ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ຍ່າງຜ່ານຫຼັງປະທານປະເທດຈີນ ທ່ານ Xi Jinping ຂະນະທີ່ທ່ານທັງສອງໄດ້ໄປເຖິງ ອານຸສາວະລີວິລະຊົນ ໃນລະຫວ່າງເຂົ້າພິທີ ຂີດໝາຍ ມື້ຂອງການສະລະຊີບ ຫຼື Martyr’s Day ຢູ່ທີ່ຈັດຕຸລັດ ຖຽນອັນເມີນ ໃນນະຄອນຫລວງປັກກິ່ງ in Beijing, China, Sept. 30, 2014.

ອົງການ​ສິ້ງຊອມ​ສິດທິ​ມະນຸດ ຫຼື HRW ​ໄດ້​ຮຽກຮ້ອງ​ໄປ​ຍັງຄະນະ
​ກຳມະການສູນ​ກາງ​ພັກ​ຄອມ​ມິ​ວນິສຈີນ ທີ່​ປົກຄອງ​ປະ​ເທດ​ຢູ່​ນັ້ນ
ໃຫ້ເອົາ​ບາດກ້າວຕ່າງໆ​ ​ເພື່ອປົວແປງແກ້​ໄຂ ​ການລະ​ເມີດ​ສິດທິ​
ມະນຸດ ຂອງ​ຈີນ. ຄຳ​ຮຽກຮ້ອງ​ດັ່ງກ່າວ ໄດ້​ມີ​ຂຶ້ນ ຢູ່​ທີ່​ກອງ​ປະ​ຊຸມ
4 ມື້ຂອງ HRW​ ​ເຊິ່ງ​ໄດ້​ເລີ້ມ​ຕົ້ນຂຶ້ນໃນ​ວັນ​ຈັນ​ມື້​ນີ້ ​ໃນ​ນະຄອນ
ຫລວງ​ປັກ​ກິ່ງ.

ຜູ້ອຳ​ນວຍ​ການ HRW ປະຈຳ​ປະ​ເທດ​ຈີນ ​ທ່ານ​ນາງ Sophie
Richardson ກ່າວຢູ່​ໃນ​ໜັງ​ສື​ສະບັບ​ນຶ່ງ​ ເຖິງ​ປະທານ​ປະ​ເທດ​ຈີນ
ທ່ານ ສີ ຈິນຜິ​ງ​ ​ທີ່​ເປັນ​ເລຂາທິການ​ໃຫຍ່​ຂອງ​ພັກຄອມ​ມິ​ວນິສຈີນ
ນຳ​ນັ້ນ ວ່າ ​ພາຍ​ໃຕ້​ການ​ນຳພາ​ຂອງທ່ານ​ນັ້ນ “ການ​ປະຕິ​ຮູບ​
ດ້ານ​ກົດໝາຍ​ທີ່​ສຳຄັນຕ່າງໆ​ໄດ້​ຢຸດ​ສະ​ງັກລົງ ​ແລະທາງລັດ
​ໄດ້​ລະ​ເມີດສິດທິ​ຂັ້ນພື້ນຖານທາງ​ກົດໝາຍຂອງປະຊາຊົນຈີນ
ໃນ​ທຸກໆ​ມື້ ຫຼືບໍ່ ກໍ​ບໍ່​ໄດ້ ທຳ​ການ​ປົກ​ປ້ອງສິດທິ​ເຫຼົ່ານັ້ນ.”

ທ່ານ​ນາງ​ກ່າວ​ອີກ​ວ່າ ການ​ເອົາ “​ບາດກ້າວ​ອັນ​ໃຫຍ່​ໂຕ” ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ ຖ້າ
ຈີນຢາກ​ຈະ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ໃດໆ ກ່ຽວ​ກັບດ້ານ​ສິດທິ​ມະນຸດ​ນັ້ນ ​ແລະທ່ານ​ນາງ​ໄດ້​ແນະ​ນຳບາດກ້າວ 3 ຢ່າງ. ​

ມາດ​ຕະການ​ທີ່​ທ່າ​ນນາງ Richardson ​ແນະນຳ ກໍ​ຄື: ​ໃຫ້​ປ່ອຍ​ນັກ​ໂທດ​ທັງ​ໝົດ ທີ່​ຖືກ​
ກັກ​ຂັງ ​ຍ້ອນ​ໄດ້​ສະ​ແດງ​ຄວາມ​ເຫັນ ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ຢ່າງສັນຕິ ​ໃຫ້​ຖອນ​ການຕັດ
ສິນໃຈ​ທຸກ​ຢ່າງ​ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ກ່ຽວ​ກັບຮົງ​ກົງ​ນັ້ນ ​ແລະໝາຍ​ໝັ້ນ​ຕໍ່​ການ​ລົບ
ລ້າງ​ການ​ຈັບ​ປະຊາຊົນ ​ໄປ​ກັກ​ຂັງ​ໂດຍ​ພະລະການ​ໃນ​ທຸກ​ຮູບ​ແບບ.

ວີດີໂອ: ຈີນຫ້າມຊາວມຸສລິມ ວີເກີ້ ສະຫລອງບຸນ ຣາມາດານ

China Bans Many Uighur Muslims From Ramadan Fast
please wait

No media source currently available

0:00 0:02:11 0:00

XS
SM
MD
LG