ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW ຮຽກຮ້ອງ ໃຫ້ມຽນມາ ຍົກເລິກ ການກ່າວຫາ ພວກປະທ້ວງ


ແຜນທີ່ມຽນມາ
ແຜນທີ່ມຽນມາ
ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ກໍ​າລັງຮຽກ
ຮ້ອງ​ໃຫ້​ມຽນ ມາຍົກ​ເລີກ​ການ​ກ່າວ​ຫາ ​ແກ່​ບັນດາ​ນັກ​ເຄື່ອ​ນ​
ໄຫ​ວທີ່​ນໍາພາ​ການ​ປະ​ທ້ວງ​ເນື່ອງ ​ໃນຂີດໝາຍ ວັນ​ສັນຕິພາບ
ນາໆ​ຊາດ​ຂອງສະຫະ​ປະຊາ​ຊາດ ໂດຍບໍ່ໄດ້​ຮັບ​ອະ ນຸຍາດ
​ຈາກລັດຖະບານ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ​ທີ່​ມີ​ສຳ
ນັກງານ​ຢູ່ນະຄອນ ນິວຢ້ອກກ່າວ​ວ່າ ນັກ​ເຄື່ອນ​ໄຫວປະ​ມານ
13 ຄົນ ອາດ​ຈະປະ​ເຊີນ​ກັບ​ການ​ຖືກ​ກ່າວ​ຫາວ່າ ພາກັນ​ຈັດ
ການ​ປະ​ທ້ວງ​ແບ​ບສະຫງົບ​ໃນ​ເດືອນ​ແລ້ວ​ນີ້​ເພື່ອ​ຮຽກຮ້ອງ
ໃຫ້​ມີ​ການຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ພວກຊົນກຸ່ມນ້ອຍ. ​

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ປະຕິ​ເສດ ຕໍ່​ຄໍາ​ຮ້ອງ​ຂໍ​ຈັດການ​ປະ​ທ້ວງ ​ໂດຍ​ກ່າວ​ວ່າ ມັນ​ຈະ​ລົບ​ກວນ​ການ​ສັນ ຈອນ​ໄປມາ ​ເປັນ​ອັນ​ຕະລາຍ​ແກ່​ສາທາລະນະ ​ແລະ​ອາດ​ເປັນ​ເຫດພາໃຫ້​ເກີດ ຄວາມ​ຮຸນ​ແຮງ.

ຜູ້​ນໍາ​ສອງ​ຄົນ​ໄດ້​ຖືກ​ກ່າວ​ຫາ​ໄປ​ແລ້ວ​ວ່າ ຈັດການ​ປະ​ທ້ວງ ​ໂດຍບໍ່ໄດ້​ຮັບ​ອະນຸ ຍາດ.

ລັດຖະບານ​ໄດ້​ຂູ່​ຂວັນ​ທີ່​ຈະຕັ້ງຂໍ້​ຫາ​ໃສ່​ອີກ 11 ຄົນ. ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ສັນຕິ
ພາບອາດ​ຈະ​ປະ​ເຊີນກັບ​ການ​ຕິດ​ຄຸກດົນ​ເຖິງ 10 ປີ ຖ້າ​ຫາກ​ເຂົາ​ເຈົ້າຖືກ​ຟ້ອງ​ແບບແຍກ​ກັນ ​ຈາກທັງ 10 ເມືອງ ທີ່​ເຂົາ​ເຈົ້າຜ່ານ​ໄປ​ໂດຍບໍ່​ໄດ້​ຮັບ​ອະນຸຍາດນັ້ນ.

ທ່ານ Phil Robertson ຮອງຜູ້ອຳນວຍການ​ເຂດ​ເອ​ເຊຍ​ ຂອງກຸ່ມ​ປົກ​ປ້ອງສິດ ທິ​ມະນຸດ Human Rights Watch ກ່າວ​ວ່າ ຂໍ້​ຫາ​ເຫຼົ່ານີ້​ເບິ່ງ​ຄື​ວ່າແນ່ໃສ່​ເພື່ອ​ຂູ່​ຂວັນ​ບໍ່​ໃຫ້ກຸ່ມ​ອື່ນ​ໆ​ທໍາ​ການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ. ທ່ານກ່າວ​ວ່າ ລັດຖະ ບານພົນລະເຮືອນ​ແຕ່​ພຽງ​ໃນ​ນາມຈະ “ສູນ​ເສຍປ້າຍ​ຊື່ ການ​ປະຕິ​ຮູບຢ່າງ​ໄວວາ ຖ້າ​ຫາກມີ​ການ​ຈັບ​ກຸມ ​ແລະດຳ​ເນີນ​ຄະດີ​ພວກ​ປະ​ທ້ວງແບບສະຫງົບ.”

ກ່ຽວຂ້ອງກັນ

XS
SM
MD
LG