ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ປົກ​ປ້ອງ​ສິດທິມະນຸດ ກ່າວວ່າ ຕຳຫຼວດເທີກີ ໃຊ້ພາວະສຸກເສີນ ທໍລະມານນັກໂທດ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ຄຸມຕົວພວກຫລົບໜີ 11 ຄົນ ຂອງໜ່ວຍກ້າຕາຍ ທີ່ພົວພັນໃນການກໍ່ລັດຖະປະຫານ ທີ່ຈະໂຄ່ນລົ້ມ ປະທານາທິບໍດີ Recep Tayyip Erdogan, Mugla, Turkey, 1 ສິງຫາ, 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ຄຸມຕົວພວກຫລົບໜີ 11 ຄົນ ຂອງໜ່ວຍກ້າຕາຍ ທີ່ພົວພັນໃນການກໍ່ລັດຖະປະຫານ ທີ່ຈະໂຄ່ນລົ້ມ ປະທານາທິບໍດີ Recep Tayyip Erdogan, Mugla, Turkey, 1 ສິງຫາ, 2016.

ຕຳຫຼວດ​ໃນ​ເທີ​ກີ​ໄດ້​ນຳ​ໃຊ້​ພາວະສຸກ​ເສີນ​ສະບັບໃໝ່ ທີ່​ໄດ້​ມີ​ການ​ປະກາດຫຼັງ​ຈາກ​ກາ​ນກໍ່​ລັດຖະປະຫານ​ທີ່ປະສົບ​ກັບ​ຄວາມ​ລົ້ມ​ແຫຼວໃນ​ເດືອນ​ກໍລະກົດ ​ເພື່ອ​ທໍລະ​ມານພວກ​ທີ່​ຖືກ
​ຄຸມ​ຂັງ ອິງ​ຕາມ​ລາຍ​ງານ​ທີ່​ໄດ້​ນຳ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານ​ມື້​ນີ້​ໂດຍ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ Human Rights Watch.

ລາຍ​ງານໄດ້​ກ່າວ​ເຖິງ 13 ກໍລະນີ ທີ່​ມີການ​ທໍລະມານ ດ້ວຍ​ນ້ຳມື​ຂອງ​ພວກ​ຕຳຫຼວດ ຊຶ່ງ​ມີຂຶ້ນ​ໄດ້​ກໍ​ຍ້ອນ​ພາວະ​ສຸກ​ເສີນ ທີ່​ຈະ​ໃຫ້​ອະ​ໄພ ​ແກ່​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ບໍ່​ຕ້ອງ​ຮັບຜິດ ຊອບ​ຕໍ່​ການກະທຳ​ລົງ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ລົງ​ໄປ​ນັ້ນ.

“ດ້ວຍ​ການ​ຍົກ​ເລີກການປົກ​ປ້ອງຄຸ້ມ​ຄອງຕໍ່​ການ​ທໍລະມານ​ດັ່ງກ່າວ ລັດຖະບານ​ເທີ​ກີ ​ແມ່ນ​ວ່າ ​ໄດ້​ຂຽນເຊັກທີ່​ຫວ່າງ​ເປົ້າ ​ແບບບໍ່ຈຳກັດ ​ໃຫ້​ພວກ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ ທີ່​ຈະ​ທຳ​ການ​ທໍລະມານ ​ແລະ​ປະຕິບັດ​ຕໍ່​ພວກ​ທີ່​ຖືກ​ຄຸມ​ຂັງແບບໃດ​ກໍ​ໄດ້ ຕາມ​ທີ່ ​ພໍ​ໃ​ຈ,​” ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ Hugh Williamson ຜູ້​ອຳນວຍ​ການຂອງ​ອົງການ Human Rights Watch ທີ່​ຮັບຜິດຊອບ​ກ່ຽວ​ກັບ​ຢູ​ໂຣບ​ແລະ​ເອ​ເຊຍ​ກາງ.

ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Erdogan ​ໄດ້​ປະກາດ​ສະພາວະ​ສຸກ​ເສີນ​ ​
ໃນ​ເດືອນກໍລະກົດ​ຜ່ານ​ມາ​ນີ້ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ກໍ່​ລັດຖະປະຫານ​ທີ່ປະສົບ​ກັບ​ຄວາມ​ລົ້ມແຫຼວ. ນັບ​ຕັ້ງ​ແຕ່​ນັ້ນ​ມາ ​ໄດ້​ມີ​ຜູ້​ຄົນ ຫຼາຍ​ກວ່າ 30 ພັນ​ຄົນ ​ໄດ້​ຖືກ​ຈັບ​ກຸມຄຸມ​ຂັງ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ເປັນ​ພວກ​ທະຫານ ພວກ​ເຈົ້າໜ້າ​ທີ່​ໃນ​ລະ​ບົບ​ສຶກສາ ​ແລະ​ຈາກ​ຂະ​ແໜງ​ຕຸລາການ.

ການ​ກ່າວ​ຫາ​ທີ່​ວ່າ​ນີ້ ມີ​ຂຶ້ນຢູ່​ໃນ​ລາຍ​ງານ ຊຶ່ງ​ຮວມທັງ ການ​ບີບຄັ້ນພວກ​ນັກ​ໂທດ ການ​ຕົບ​ຕີ ບໍ່​ໃຫ້​ຫລັບ​ນອນ ​ແລະ​ການ​ທຳ​ລະ​ມານ​ທາງ​ເພດ ຊຶ່ງ​ນຶ່ງກໍລະນີ​ໃນ​ນັ້ນ ກໍ​ແມ່ນ​ວ່າ ພວກ​ຕຳ
ຫຼວດ​ໄດ້​ບອກ​ກັບ​ນັກ​ໂທດ​ຄົນ​ນຶ່ງ​ວ່າ ພວກ​ເຂົາ​ເຈົ້າ​ສາມາດ​ທີ່​ຈະ​ຂ້າ​ລາວ​ໄດ້ ​ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຫົວຊາ​ນຳ​ດອກ ​ເພາະວ່າ​ນີ້​ແມ່ນ​ຢູ່​ໃນ​ພາວະ​ສຸກ​ເສີນ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG