ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການຫາຍສາບສູນ ຂອງຊາວເຄັນຢາ ພົວພັນກັບ ການປາບປາມ ລັດທິກໍ່ການຮ້າຍ


ແຜນທີ່ປະເທດ ເຄັນຢາ.
ແຜນທີ່ປະເທດ ເຄັນຢາ.

ປະຊາຊົນຫຼາຍສິບຄົນໄດ້ຫາຍສາບສູນໃນ​ໄລຍະ 2 ປີທີ່ຜ່ານມາໃນການຄວບຄຸມຂອງ ກອງກຳລັງປາບປາມ ລັດທິກໍ່ການຮ້າຍໃນປະເທດ ເຄັນຢາ, ກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ຫລືHRW ໄດ້ກ່າວໃນບົດລາຍງານສະບັບໜຶ່ງທີ່ໄດ້ຖືກເປີດ ເຜີຍໃນວັນພຸດມື້ນີ້.

ອີງຕາມບົດລາຍງານ, ກອງກຳລັງທະຫານຕ່າງໆໄດ້ຈັບກຸມປະຊາຊົນຢ່າງໜອ້ຍ 34 ຄົນ ທີ່​ມີການມີສາຍພົວພັນກັບກຸ່ມກໍ່ການຮ້າຍອິສລາມ Al-Shabab, ແຕ່ວ່າບໍ່ມີໃຜຖືກກ່າວ ໂທດ.

ສະມາຊິກຄອບຄົວຫຼາຍຄົນກ່າວວ່າ ພວກເຂົາເຈົ້າບໍ່ສາມາດຊອກຫາຍາດຕິພີ່ນ້ອງຂອງຜູ້ ທີ່ໄດ້ຖືກຈັບກຸມ, ແລະ ບໍ່ໄດ້ຖືກແຈ້ງໃຫ້ຮູ້ກ່ຽວກັບວ່າພວກເຂົາເຈົ້າຢູ່ບ່ອນໃດ, ແມ່ນກະ ທັ້ງທີ່ໄດ້ລາຍງານການຫາຍສາບສູູນຕໍ່ບັນດາເຈົ້າໜ້າທີ່ກໍຕາມ.

ໃນໄລຍະເວລາດຽວກັນ, ສົບຂອງຄົນ 11 ຄົນທີ່ໄດ້ຖືກຈັບກຸມໂດຍເຈົ້າໜ້າທີ່ລັດຖະບານ ກ່ອນໜ້ານີ້ກໍໄດ້ຖືກພົບເຫັນ, ຊຶ່ງສ້າງຄວາມເປັນຫ່ວງສຳລັບຜູ້ທີ່ຍັງຫາຍສາບສູນຢູ່ ໂດຍ ບໍ່ມີຄຳອະທິບາຍ, ອີງຕາມກຸ່ມ​ປົກ​ປ້ອງສິດທິມະນຸດດັ່ງກ່າວ.

ທ່ານ Ken Roth ຜູ້ອຳນວຍການ​ຂອງ HRW ກ່າວວ່າ “ມັນບໍ່ມີຄວາມສົງໄສເລີຍວ່າ ເຄັນຢາ ໄດ້ປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມປອດໄພທີ່ຮ້າຍແຮງ, ແຕ່ບັນດາ ເຈົ້າ ໜ້າທີ່ ມີພັນທະທີ່ຈະຮັບມືຢ່າງມີປະສິດທິຜົນ ແລະ ເຄົາລົບຂະບວນການທາງກົດ ໝາຍ ໃນການ ບັງຄັບໃຊ້ກົດໝາຍທຸກໆຂໍ້. ການຫາຍສາບສູນ ແລະ ການຕາຍທີ່ບໍ່ໄດ້ ຮັບ ການສືບສວນສອບສວນໃນພາກຕາເວັນອອກສຽງເໜືອແມ່ນຜິດກົດໝາຍ ແລະ ມີ ຄວາມສ່ຽງທີ່ຈະສ້າງຄວາມແຕກແຍກໃນຊຸມຊົນທ້ອງຖິ່ນ ຕ່າງໆ, ເຊິ່ງການຮ່ວມມືຂອງ ພວກເຂົາເຈົ້າແມ່ນມີຄວາມຈຳ​ເປັນ.”

ການປະຕິບັດການປາບປາມລັດທິກໍ່ການຮ້າຍໃນ ເຄັນຢາ ໄດ້​ເພີ້ມທະວີຂຶ້ນ ຫຼັງຈາກການ ໂຈມຕີທີ່ມະຫາວິທະຍາໄລ Garissa ໃນເດືອນເມສາປີ 2015, ເຊິ່ງເຮັດໃຫ້ປະຊາຊົນ 147 ຄົນ ສ່ວນໃຫຍ່ແມ່ນນັກຮຽນ ເສຍຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG