ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ: ຕຳຫລວດອີຣ່ານ ຈັບແມ່ຂອງຍິງສາວ ທີ່ນອນຢູ່ໂຮງໝໍ


ຮູບພາບຈາກກ້ອງວົງຈອນປິດ ສະແດງໃຫ້ເຫັນຢູ່ໂທລະພາບ ເຫັນພວກແມ່່ຍິງດືງ ຍິງສາວອາຍຸ 16 ປີ ນາງອາມີຄາ ເຈີຣາວານ ອອກຈາກລົດໄຟ ຢູ່ສະຖານີລົດໄຟ ເຕຫະຣ່ານ ວັນທີ 1 ຕຸລາ 2023
ຮູບພາບຈາກກ້ອງວົງຈອນປິດ ສະແດງໃຫ້ເຫັນຢູ່ໂທລະພາບ ເຫັນພວກແມ່່ຍິງດືງ ຍິງສາວອາຍຸ 16 ປີ ນາງອາມີຄາ ເຈີຣາວານ ອອກຈາກລົດໄຟ ຢູ່ສະຖານີລົດໄຟ ເຕຫະຣ່ານ ວັນທີ 1 ຕຸລາ 2023

ກຸ່ມປົກ​ປ້ອງສິດທິມະນຸດອີ່ຣ່ານກຸ່ມນຶ່ງ ກ່າວວ່າ ພວກເຈົ້າໜ້າທີ່ໄດ້ຄຸມຂັງແມ່ຂອງ​ຍິງສາວຄົນນຶ່ງທີ່ຮັກສາໂຕຢູ່ໂຮງໝໍ ຫລັງຈາກອັນ​ທີ່ພວກນັກເຄື່ອນໄຫວ​ກ່າວ​ວ່າ ເປັນການປະເຊີນໜ້າກັບຕຳຫລວດ ຍ້ອນບໍ່ໃຫ້ໃສ່ຜ້າປົກຫົວຮີຈາບ.

ກຸ່ມປົກ​ປ້ອງສິດທິມະນຸດ Hengaw ໄດ້ລາຍງານການຈັບກຸມໃນວັນພະຫັດວານນີ້ ​ຜູ້ເປັນແມ່ຂອງນາງອາມີຕາ ເຈຣາວານ.

ນາງເຈຣາວານ ກຳລັງໄປໂຮງຮຽນກັບພວກໜູ່ຂອງລາວໃນຕອນເຊົ້າວັນອາທິດໂດຍ​ບໍ່​ໄດ້​ປະ​ຕິ​ບັດ​ຕາມຄຳສັ່ງໃຫ້ໃສ່ຜ້າປົກຫົວຮີຈາບ. ພວກນັກເຄື່ອນໄຫວກ່າວວ່າ ລາວໄດ້ເຂົ້າໄປແຖວ​ທີ 4 ລົດໄຟໃຕ້ດິນເຕຫະຣ່ານແລະຢູ່ສະຖານີຈະຕຸລັດ Shohada ຫລັງຈາກໄດ້ເກີດ​ການ​ຕໍ່​ສູ້​ຂັດ​ຂືນ ຕໍ່ພວກເຈົ້າໜ້າທີ່ ນາງໄດ້ຖືກຊຸກ ແລະຫົວຂອງລາວໄດ້ຕຳເຂົ້າໃສ່ເຫລັກ ເຮັດໃຫ້ນາງສະຫລົບໄປ.

ທ່ານມາຊູດ ໂດໂຣສຕີ ຫົວໜ້າບໍລິຫານບໍລິສັດລົດໄຟໃຕ້ດິນ ໄດ້ອ້າງວ່າຄວາມ ດັນເລືອດໄດ້​ຫຼຸດຕໍ່າ​ລົງ ອາດເຮັດໃຫ້ຍິງສາວອາຍຸ 16 ປີສະ​ຫລົບ​ໄປ. ທ່ານຍັງໄດ້ເນັ້ນຢໍ້າວ່າ ບໍ່ມີບັນທຶກໃດໆຂອງການຊຸກໃຫ້ນາງລົ້ມ ໂດຍຜູ້ໃດຜູ້ນຶ່ງ ຮວມທັງພະນັກງານລົດໄຟໃຕ້ດິນ

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG