ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ ຊາວກຳປູເຈຍ 5 ແສນຄົນ ໄດ້ຮັບຜົນກະທົບ ຍ້ອນການ ຍາດເອົາດິນ ປະຊາຊົນ


ເດັກນ້ອຍແມ່ຍິງຄົນນຶ່ງຖືປ້າຍປະທ້ວງ ໃກ້ໆກັບ ເດັກນ້ອຍຜູ້ຊາຍ ໃນຖານະພວກທີ່ເຄີຍອາໄສຢູ່ໃນຄຸ້ມ Dey Krahorm ໂຮມຊຸມນຸມກັນ ກ່ອນທີ່ເຂົາເຈົ້າຈະຖືກຂັບໄລ່ໜີ.
ເດັກນ້ອຍແມ່ຍິງຄົນນຶ່ງຖືປ້າຍປະທ້ວງ ໃກ້ໆກັບ ເດັກນ້ອຍຜູ້ຊາຍ ໃນຖານະພວກທີ່ເຄີຍອາໄສຢູ່ໃນຄຸ້ມ Dey Krahorm ໂຮມຊຸມນຸມກັນ ກ່ອນທີ່ເຂົາເຈົ້າຈະຖືກຂັບໄລ່ໜີ.
ກຸ່ມປົກປ້ອງສິດທິມະນຸດທີ່ສຳຄັນຂອງກຳປູເຈຍ ກ່າວວ່າ
ມີຫລາຍກວ່າ 5 ແສນຄົນ ໄດ້ຮັບຜົນກະທົບຍ້ອນບັນຫາ
ຂັດແຍ້ງເລື່ອງດິນຢູ່ໃນທົ່ວປະເທດໃນຮອບ 14 ປີກວ່າໆ
ຜ່ານມານີ້.

ທ່ານ Am Sam Ath ນັກສືບສວນຄົນສຳຄັນຂອງກຸ່ມປົກ
ປ້ອງສິດທິມະນຸດ Licadho ກ່າວໃນວັນພະຫັດວານນີ້ວ່າ ຄື້ນຟອງຂອງການຍາດແຍ່ງເອົາດິນຍັງດຳເນີນຢູ່ຕໍ່ມາໃນ
ປີນີ້ ຊຶ່ງໄດ້ມີຜົນກະທົບຕໍ່ບັນດາຄອບຄົວ ໃນເກືອບທຸກໆ
ແຂວງ ຮວມທັງ ບັນຫາຂັດແຍ້ງ ລະຫວ່າງພວກຊາວບ້ານ
ແລະບັນດາບໍລິສັດ ພັດທະນາ ຫລືພວກຕັດໄມ້.

ລັດຖະບານກຳປູເຈຍໄດ້ປະຕິເສດຕໍ່ໂຕເລກດັ່ງກ່າວ. ທ່ານ Sar Sovann ເອກອະທິ ບໍດີກະຊວງຄຸ້ມຄອງດິນກ່າວຕໍ່ພວກນັກຂ່າວໃນວັນພະຫັດວານນີ້ວ່າບໍ່ໄດ້ສະທ້ອນໃຫ້ ເຫັນເຖິງສະພາບການໂຕຈິງ. ທ່ານເວົ້າວ່າມີແຕ່ 3 ຫາ 4 ພັນບ່ອນເທົ່ານັ້ນທີ່ມີບັນຫາ.

ທ່ານເວົ້າວ່າ ທາງກະຊວງ ບໍ່ໄດ້ຮັບຮູ້ ໂຕເລກນີ້. ພວກເຮົາ ຈະຮັບຮູ້ຈັ່ງໃດ ໃນເມື່ອວ່າ ມັນບໍ່ເປັນຄວາມຈິງ? ຄຳຕອບກໍຄືວ່າ ພວກເຮົາມີ 3 ຫາ 4 ບັນຫາຂັດແຍ້ງຈາກໃບຕາ ດິນຈຳນວນ 1,000 ໃບ.

ໃນຂະນະທີ່ທ່ານ Sar Sovann ຖະແຫຼງຢູ່ນັ້ນພວກຊົນກຸ່ມນ້ອຍຊາວບ້ານເຜົ່າ Kouy
ປະມານ 300 ຄົນ ກໍໄດ້ພາກັນປະທ້ວງທີ່ແຂວງພະວິຫານ ໂດຍເວົ້າວ່າ ບໍລິສັດຈີນ 2
ບໍລິສັດ ພວມດຸດໄຖພື້ນທີ່ ເພື່ອເລີ້ມລົງມືພັດທະນາ ໃນດິນຂອງພວກເຂົາເຈົ້າ.
XS
SM
MD
LG