ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ນິລະໂທດກຳ ສາກົນ ຮຽກຮ້ອງ ໃຫ້ຫວຽດນາມ ປ່ອຍໂຕ ນັກອະນຸລັກ ສິ່ງແວດລ້ອມ


ນັກເຄື່ອນໄຫວເພື່ອສິດທິ ຊາວຫວຽດນາມ ທ່ານ ເລ ດິນ ລວງ (Le Dinh Luong) ແມ່ນກຳລັງ ສະແດງໃຫ້ເຫັນ ຂໍ້ຄວາມ ທີ່ຂຽນລົງໃນມື ໃນພາບຖ່າຍນີ້ ທີ່ບໍ່ໄດ້ລະບຸວັນເວລາ.
ນັກເຄື່ອນໄຫວເພື່ອສິດທິ ຊາວຫວຽດນາມ ທ່ານ ເລ ດິນ ລວງ (Le Dinh Luong) ແມ່ນກຳລັງ ສະແດງໃຫ້ເຫັນ ຂໍ້ຄວາມ ທີ່ຂຽນລົງໃນມື ໃນພາບຖ່າຍນີ້ ທີ່ບໍ່ໄດ້ລະບຸວັນເວລາ.

ອົງການນິລະໂທດກຳສາກົນ ທວງໃຫ້ຫວຽດນາມ ປ່ອຍໂຕທ່ານເລ ດິນ ລວງ
ນັກອະນຸລັກສິ່ງແວດລ້ອມ ທີ່ມີກຳນົດວ່າ ຈະຖືກນຳຂຶ້ນສານໃນວັນພະຫັດມື້ນີ້.

ທ່ານເລ ດິນ ລວງ ໄດ້ຖືກກ່າວຫາວ່າ ປະກອບສ່ວນເຂົ້າຮ່ວມໃນກິດຈະກຳທີ່
ແນໃສ່ “ເພື່ອໂຄ່ນລົ້ມລັດຖະບານ” ຊຶ່ງອົງການນິລະໂທດກຳສາກົນ ກ່າວວ່າ
ເປັນຂໍ້ຫາທາງການເມືອງ ນັ້ນ.

ຍານາງແຄລ ອາລກາ ຈາກອົງການນິໂລໂທດກຳສາກົນ ກ່າວໃນວັນພຸດວານນີ້
ວ່າ “ໃນການລົນນະລົງ ແບບສັນຕິ ເພື່ອຊາວປະມົງ ທີ່ໄດ້ຮັບຜົນກະທົບຈາກ
ໄພພິບັດດ້ານສະພາບແວດລ້ອມ ແລ້ວ ທ່ານ ເລ ດິນ ລວງ ອາດຈະໄດ້ຮັບໂທດ
ຈຳຄຸກຕະຫລອດຊີວິດ ຫຼືແມ່ນໂທດປະຫານ ກໍເປັນໄດ້.”

ທ່ານນາງໄດ້ຮຽກຮ້ອງໃຫ້ ຫວຽດນາມ ຍົກເລີກຂໍ້ຫາດັ່ງກ່າວ ໂດຍເວົ້າວ່າ ທ່ານ
ເລ ດິນ ລວງ ໄດ້ຖືກປະຕິເສດບໍ່ໃຫ້ຕິດຕໍ່ກັບທະນາຍຄວາມ ຈົນຫວ່າງບໍ່ເທົ່າໃດ
ອາທິດທີ່ຜ່ານມາ ໂດຍພາໃຫ້ມີຄວາມສົງໄສ ກ່ຽວກັບວ່າ ທ່ານຈະໄດ້ຮັບການດຳ
ເນີນຄະດີ ແບບເປັນທຳ ຫຼືບໍ່.

ທ່ານເລ ດິນ ລວງ ເປັນນັກເຄື່ອນໄຫວ ເພື່ອໃຫ້ມີສິດເສລີພາບ ໃນການປາກເວົ້າ
ມາເປັນເວລາດົນນານແລ້ວ. ທ່ານຊ່ວຍເປັນຜູ້ນຳພາ ໃນການຕໍ່ສູ້ ກ່ຽວກັບການຈ່າຍ
ເງິນຊົດເຊີຍໃຫ້ແກ່ຊາວປະມົງ ທີ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າ ໄດ້ຖືກທຳລາຍ
ຍ້ອນໂຮງງານເຫຼັກກ້າ ໄຕ້ຫວັນ ປ່ອຍສານພິດລົງໃສ່ນ້ຳ ໃນປີ 2016 ໂດຍເຮັດໃຫ້
ປາ ເປັນຈຳນວນຫຼວງຫຼາຍຕາຍ.

ບໍລິສັດດັ່ງກ່າວ ຍອມຮັບເອົາຄວາມຮັບຜິດຊອບ ກໍເມື່ອ ມີການປະທ້ວງລະເບີດຂຶ້ນ
ໃນທົ່ວປະເທດຫວຽດນາມ.

ເຈົ້າໜ້າທີ່ໄດ້ຈັບພວກປະທ້ວງ 40 ຄົນ ໃນຂະນະທີ່ ອີກຈຳນວນນຶ່ງໄດ້ຫລົບໜີອອກ
ຈາກປະເທດ. ທ່ານເລ ດິນ ລວງ ໄດ້ຖືກຈັບເຂົ້າຄຸກ ໃນປີກາຍນີ້ ແລະໄດ້ຖືກປະຕິເສດ
ບໍ່ໃຫ້ມີການເຂົ້າຢ້ຽມ ຫຼືຕິດຕໍ່ກັບທະນາຍຄວາມ ຈົນມາຮອດເດືອນແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG