ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຂອງແນວໂຮມ ປ່ຽນເປົ້າໝາຍ ໄປໃສ່ກຸ່ມ Nusra


ຮູບພາບໜັງສືພິມ ທີ່ຖືກໄຟໄໝ້ ຈາກການໂຈມຕີ ຂອງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ໃສ່ສຳນັກງານໃຫຍ່ ຂອງກຸ່ມ al-Nusra Front
ຮູບພາບໜັງສືພິມ ທີ່ຖືກໄຟໄໝ້ ຈາກການໂຈມຕີ ຂອງແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ໃສ່ສຳນັກງານໃຫຍ່ ຂອງກຸ່ມ al-Nusra Front

ກຸ່ມ​ຕິດຕາມ​ເບິ່ງ​ການສູ້​ລົບ​ກັນ​ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ຊີ​ເຣຍ
ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ແນວ​ໂຮມ ພາຍ​
ໃຕ້​ການ​ນຳພາ​ຂອງ​ສະຫະລັດ​ໃນ​ຄືນ​ຜ່ານ​ມາ​ນີ້ ​ໄດ້​ຫັນປ່ຽນ​
ຈາກ​ການ​ແນ​ເປົ້າ​ໝາຍໃສ່​ກຸ່ມ ລັດ​ອິສລາມ ​ໄປ​ໃສ່ກຸ່ມ​ຫົວ​
ຮຸນ​ແຮງ​ອື່ນອີກສອງກຸ່ມ.

ກຸ່ມ​ສິ້ງ​ຊອມ​ດ້ານ​ສິດທິ​ມະນຸດ Syrian Observatory ທີ່​ມີ
​ຫ້ອງການ​ຕັ້ງຢູ່​ໃນ​ອັງກິດ ກ່າວ​ວ່າ ການ​ໂຈມ​ຕີ​ເລີ້ມແຕ່​ວັນ​ພຸດ
​ວານ​ນີ້ ຫາ​ວັນ​ພະ ຫັດ​ມື້​ນີ້ ​ແມ່ນທຳລາຍ​ກຸ່ມ Nusra ທີ່​ແຂວງ
Idlib ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ຊີ​ເຣຍ. ການ​ໂຈມ​ຕີ
​ທາງ​ອາກາດ​ດັ່ງກ່າວ ນັບ​ວ່າ​ເປັນ​ຄັ້ງ​ທີສອງ​ເທົ່າ​ນັ້ນ ທີ່​ແນ​ໃສ່​
ພວກ​ກະບົດກຸ່ມນີ້ທີ່​ເປັນ​ເຄືອ​ຂ່າຍຂອງ​ອານ​ກາ​ອິດາ ນັບ​ແຕ່ການ​ໂຈມ​ຕີ​ທາງ​ອາກາດຕໍ່​ກຸ່ມລັດ​ອິສລາມ ​ໄດ້​ເລີ້ມ​ຂຶ້ນ​ໃນເດືອນ​ກັນຍາເປັນ​ຕົ້ນ​ມາ.

​ກຸ່ມ Nusra ​ໄດ້​ຊະນະ​ພວກ​ກະບົດ​ຫົວ​ນິຍົມແນວທາງ​ປານ​ກາງ​ທີ່​ໄດ້​ຮັບ​ການສະໜັບສະ
ໜຸນ​ຈາກ​ຝ່າຍ​ຕາ​ເວັນ​ຕົກ​ໃນຂົງ​ເຂດ​ດຽວ​ກັນໃນສັບ ປະດາ​ຜ່ານ​ມາ​ນີ້.

ການ​ໂຈມ​ຕີ​ບັ້ນ​ທຳ​ອິດ​ໃສ່​ກຸ່ມ Nusra ​ໃນ​ເດືອນ​ກັນຍາ ​ແມ່ນ​ແນເປົ້າ ​ໝາຍ​ໃສ່​ທີ່​ໝັ້ນ​ແຫ່ງ​ນຶ່ງ ທີ່​ສະຫະລັດ ​ເອີ້ນ​ວ່າ ກຸ່ມ Khorasan ​ໂດຍ​ກ່າວ​ຫາ​ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ມີແຜນ
ການ “​ເປັນ​ໄປ​ໄດ້​ທີ່​ສຸດ” ທີ່​ຈະ​ທຳ​ການ​ໂຈມ​ຕີ​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ.

ກຸ່ມ​ Syrian Observatory ຍັງ​ແຈ້ງ​ໃຫ້​ຊາບໃນ​ວັນ​ພະຫັດ​ມື້​ນີ້​ເຊັ່ນ​ກັນ​ວ່າ ກຸ່ມ Ahra al-Sham ຊຶ່ງ​ເປັນ​ກຸ່ມ​ກະບົດ​ຫົວ​ຮຸນ​ແຮງ​ອີກ​ກຸ່ມ​ນຶ່ງ ​ໄດ້​ຖືກ​ໂຈມ​ຕີ​ເປັນ​ຄັ້ງ​ທຳ​ອິດ ຢູ່​ເລາະ​ເຂດ​ຊາຍ​ແດນ​ຂອງ​ເທີ​ກີ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ແນວ​ໂຮມ​ປະຈຳ​ວັນ​ມາ ສ່ວນ​ໃຫຍ່​ແມ່ນ​ແນ​ໃສ່​ເປົ້າ​ໝາຍ​ໃສ່​ກຸ່ມ​ລັດ​ອິສລາມ​ໃນ​ພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ຊີ​ເຣຍທີ່​ແຕກ​ແຍກ ​ຊຶ່ງໄດ້​ປະ​ສົບກັບ​ສົງ​ຄາມ​ກາງ​ເມືອງ​ມາ​ 3 ປີແລ້ວ ນັ້ນ ກຳລັງ​ປະ​ເຊີນ
ກັບ​ຮຸກ​ຮານ​ຈາກ​ກຸ່ມ​ລັດ​ອິສລາມ ຊຶ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ ທີ່​ພາກັນ​ຕໍ່​ສູ້ ​ເພື່ອ​ຂະຫຍາຍ​ຂອບເຂດການຄວບຄຸມຂອງຕົນ​ຢູ່ໃນ​ຊີ​ເຣຍ​ແລະ​ອີຣັກນັ້ນ.

ສະຖານີ​ໂທລະພາບ​ອີຣັກ ລາຍງານຂ່າວ​ໃນ​ແລງ​ວັນ​ພຸດວານ​ນີ້ ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກຳລັງ​ລັດຖະບານ ຕໍ່ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສ ລາມ​ໃນເມືອງ Beiji ທີ່​ປະສົບ​ກັບ​ຄວາມ​ວຸ້ນວາຍ ​ໃນ​ພາກ​ເໜືອ​ຂອງ ແບັກ​ແດດ. ​ເມືອງດັ່ງກ່າວ​ເປັນ​ທີ່ຕັ້ງໂຮງ​ກັ່ນ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຂອງ​ອີຣັກທີ່​ໄດ້​ຖືກ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມເຂົ້າ​ຄວບ​ຄຸມຕັ້ງ​ແຕ່​ເດືອນ​ມິຖຸນາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ​ນັ້ນ.

XS
SM
MD
LG