ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຝ​ຣັ່ງ, ເຢຍ​ຣະ​ມັນ ຮ່ວມ​ກັນ​ ກ່າວ​ປະ​ນາມ ກ່ຽວ​ກັບ ການ​ຕາຍ ​ຂອງ​ນັກ​ຂ່າວ ຊາ​ອຸ


ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຢືນ​ຢູ່ນອກ​ສະ​ຖານ​ກົງ​ສຸນ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, 20 ຕຸ​ລາ, 2018.
ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ຢືນ​ຢູ່ນອກ​ສະ​ຖານ​ກົງ​ສຸນ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ນະ​ຄອນ ອິ​ສ​ຕັນ​ບູ​ລ, 20 ຕຸ​ລາ, 2018.

ຝ​ຣັ່ງ ແລະ ເຢຍ​ຣະ​ມັນ ໄດ້​ກ່າວ​ປະ​ນາມ​ການ​ສັງ​ຫານ​ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ້າວ
ຈາມາລ ຄາຊອກກີ ຢູ່ໃນສະຖານກົງສຸນຂອງປະເທດດັ່ງກ່າວ ໃນນະຄອນ ອິສຕັນບູລ,
ປະເທດ ເທີກີ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ທ່ານ ຈັອງ-ອີ​ຟ ເລີ ດ​ຣຽງ (Jean –Yves Le
Drian) ໃນວັນເສົາວານນີ້ ໄດ້ຮຽກຮ້ອງໃຫ້ທຳ “ການສືບສວນສອບສວນຢ່າງລະອຽດ
ແລະ ພາກພຽນ ເພື່ອຫາຜູ້ທີ່ຮັບຜິດຊອບທີ່ແທ້ຈິງ,” ສຳລັບການຕາຍຂອງທ້າວ
ຄາຊອກກີ. ທ່ານ ເລີ ດຣຽງ ໄດ້ກ່າວເພີ່ມເຕີມວ່າ “ພວກຜູ້ທີ່ມີຄວາມຜິດ ກ່ຽວກັບ
ການຄາດຕະກຳນັ້ນ” ຕ້ອງຖືກນຳມາຮັບຜິດຊອບສຳລັບການກະທຳຂອງພວກເຂົາ.

ໃນ​ຂະ​ນະ​ດຽວ​ກັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ​ນາງ ແອນ​ເຈີ​ລາ ເມີ​ແຄັ​ລ ກັບ​
ລັດຖະມົນຕີການຕ່າງປະເທດຂອງທ່ານນາງ, ທ່ານ ໄຮໂກ ມາສ (Heiko Maas), ກໍ
ໄດ້ກ່າວໃນຖະແຫຼງການຮ່ວມ ເມື່ອວັນເສົາວານນີ້ວ່າ ພວກເພິ່ນກ່າວປະນາມການຕາຍ
ນັ້ນ “ໃນຄວາມເວົ້າທີ່ຮຸນແຮງທີ່ສຸດເທົ່າທີ່ສາມາດເວົ້າໄດ້.” ພວກເພິ່ນໄດ້ສືບຕໍ່ເວົ້າວ່າ
“ພວກເຮົາຄາດຫວັງໃຫ້ໄດ້ຮັບຄວາມໂປ່ງໄສຈາກ ຊາອຸດີ ອາຣາເບຍ” ກ່ຽວກັບ ຂໍ້ມູນ
ການຕາຍຂອງທ້າວ ຄາຊອກກີ ແລະ ໄດ້ເອີ້ນຂໍ້ມູນທີ່ມີຢູ່ໃນເຫດການດັ່ງກ່າວນັ້ນວ່າ
“ບໍ່ພຽງພໍ.”

ທ່ານນາງ ເມີ​ແຄັ​ລ ໄດ້​ກ່າວ​ວ່າ “ຮອດ​ດຽວນີ້ ​ຍັງ​ບໍ່​ໄດ້​ມີ​ກາ​ນ​ອະ​ທິ​ບາຍ​ຫຍັງ​ອອກ​ມາ​ເທື່ອ,
ແລະ ພວກເຮົາຕ້ອງໄດ້ອະທິບາຍ ກ່ຽວກັບ ມັນ.”

ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ທ່າ​ນ​ນາງ ເຟ​ເດຣີ​ກາ ໂມ​ເກ​
ຣີນີ ໄດ້ກ່າວໃນວັນເສົາວານນີ້ວ່າ ສະຖານະການຢູ່ອ້ອມຮອບການຕາຍຂອງທ່ານ ຄາ
ຊອກກີ ແມ່ນມີບັນຫາຢ່າງເລິກເຊິ່ງ, ແລະ ໄດ້ຮຽກຮ້ອງໃຫ້ທຳການສືບສວນສອບສວນ
ທີ່ຮອບຄອບ, ໜ້າເຊື່ອຖື ແລະ ໂປ່ງໄສ.

ຖະ​ແຫຼງ​ການ​ທັງຫຼາຍ​ໄດ້​ຖືກ​ປະ​ກາດ​ອອກ​ມາ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ປະ​ກາດ​ຂອງ ຊາ​ອຸ​ດີ
ອາຣາເບຍ ທີ່ວ່າທ້າວ ຄາຊອກກີ, ຜູ້ທີ່ໄດ້ຫາຍສາບສູນໄປນັບຕັ້ງແຕ່ລາວໄດ້ເຂົ້າໄປ
ໃນສະຖານກົງສຸນຂອງຊາອຸດີ ອາຣາເບຍ ໃນວັນທີ 2 ຕຸລາທີ່ຜ່ານມາວ່າ, ໄດ້ເສຍຊີວິດ
ຢູ່ໃນກົງສຸນ ຫຼັງຈາກ “ການລົມກັນ” ລະຫວ່າງ ລາວ ກັບຄົນທີ່ໄດ້ພົບຢູ່ໃນກົງສຸນນັ້ນ
ໄດ້ກາຍເປັນການຕີກັນຂຶ້ນ.

ຄຳ​ເຫັນ​ຕ່າງໆ​ໃນວັນ​ເສົາ​ວານນີ້ ແມ່ນ​ການ​ຍອມ​ຮັບ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ບານ ຊາ​ອຸ
ວ່າທ້າວ ຄາຊອກກີ ໄດ້ເສຍຊີວິດ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ຜູ້​ທີ່​ໄດ້​ຈັດ​ການ​ຊຸມ​ນຸມ​ໃນ​ຮູບ​ແບບ​ການ​ໂຄ​ສະ​ນາ​ຫາ​ສຽງ​
ໃນລັດ ເນວາດາ ເມື່ອວັນເສົາວານນີ້ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານຍັງບໍ່ພໍໃຈກັບ
ການອະທິບາຍຂອງລັດຖະບານ ຊາອຸ ສຳລັບສິ່ງທີ່ໄດ້ເກີດຂຶ້ນກັບທ້າວ ຄາຊອກກີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG