ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ HRW ຮຽກຮ້ອງໃຫ້ ມີການປະຕິຮູບ ທາງການເມືອງ ໃນກຳປູເຈຍ


ທ່ານຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ
ທ່ານຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ

ກຸ່​ມປົກປ້ອງສິດທິ​ມະນຸດ ທີ່​ມີ​ຫ້ອງການ​ຢູ່ ສະຫະລັດ ກ່າວ​ວ່າ
ຜູ້ນຳ​ກຳປູເຈຍ ທ່ານ Hun Sen ​ໄດ້ “​ໃຊ້​ຄວາມ​ຮຸນ​ແຮງ​ທາງ​
ດ້ານ​ການ​ເມືອງ​ຊຳ້ແລ້ວ​ຊຳ້ອີກ ການປາບປາມ ​ແລະ​ການສໍ້​
ລາດ​ບັງ​ຫລວງ ​ເພື່ອ​ກຳ​ອຳນາດຕໍ່ໄປ” ​ໃ​ນ ຂະນະ​ທີ່​ຜູ້ນຳ​ຄົນ
ນີ້ ໄດ້ກຳ​ອຳນາດມາເກືອບຄົບຮອບ 30 ປີ​ແລ້ວ.

ກຸ່​ມປົກປ້ອງສິດທິ​ມະນຸດ Human Right Watch ກ່າວໃນ​
ວັນ​ອັງຄານ​ມື້​ນີ້​ວ່າ ວັນຄົບຮອບ​ຂອງ ທ່ານ​ Hun Sen ​ເຮັດ​
ໃຫ້​ທ່ານ​ເປັນ​ຜູ້ນຳ​ການ​ເມືອງຄົນ​ທີ່ຫົກ ​ທີ່ກຳອຳນາດຍາວ
​ນານ​ສຸດ​ໃນ​ໂລກ ຊຶ່ງເປັນການກຳແໜ່ງທີ່ກຸ່​ມປົກປ້ອງ​ສິດ
ທິ​ມະນຸດດັ່ງກ່າວ ເວົ້າ​ວ່າ​ ​ໄດ້​ບັນລຸ​ຜົນ​ໂດຍຜ່ານການໃຊ້
ຄວາມຮຸນ​ແຮງ​ແລະ​ຄວາມ​ຢ້ານ​ກົວ.

ຢູ່​ໃນ​ລາຍ​ງານ​ສະບັບ​ນຶ່ງ​ ທີ່ນຳອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້​ນີ້ ຜູ້ອຳນວຍການ ຝ່າຍເອ
ເຊຍຂອງກຸ່ມ Human Right Watch ທ່ານ Brad Adams ກ່າວ​ວ່າ ກຳປູ​ເຈຍມີ​ຄວາມ​ຈໍ
າ​ເປັນ​ຢ່າງ​ຮີບ​ດ່ວນ​ຕ້ອງໄດ້​ປະຕິ​ຮູບ ​ເພື່ອ​ໃຫ້​ປະຊາຊົນ​ຂອງ​ຕົນ ​ສາມາດຊົມໃຊ້​ສິດທິ​ມະ
ນຸດຂັ້ນພື້ນຖານ​ຂອງ​ເຂົາ​ເຈົ້າ ​ໂດຍປາດ​ສະ​ຈາກ​ຄວາມຢ້ານ​ກົວ ໃນ​ການ​ຖືກຈັບ​ກຸ​ມ ທໍ
ລະມານ ຫລື​ປະຫານ​ຊີວິດ. ທ່ານ Adams ກ່າວ​ວ່າ ບັນດາ​ຜູ້​ໃຫ້ການ​ຊ່ວຍ​ເຫລືອນາໆ​
ຊາດ ​ຈຳເປັນຕ້ອງໄດ້​ຊ່ວຍ​ເພື່ອໃຫ້ເກີດການ​ປະຕິ​ຮູບ​ດັ່ງກ່າວ.

ອາຊີບ​ຂອງ​ທ່ານ Hun Sen ຊຶ່ງຮວມທັງ​ເວລາ​ຂອງ​ທ່ານ ​ໃນ​ນາມເປັນນາ ຍົກລັດຖະມົນ​
ຕີ ທີ່​ເລີ້ມ​ມາ​ແຕ່​ວັນ​ທີ 14 ມັງກອນປີ 1985 ແມ່ນໄດ້​ບັນທຶກ​ເຫດການ​ຢູ່​ໃນ​ລາຍ​ງານ ທີ່ມີ​
ຫົວ​ເລື້ອງ​ວ່າ “30 ປີ​ ຂອງທ່ານ Hun Sen: ຄວາມຮຸນ​ແຮງ ການປາບປາມ ​ແລະ​ການສໍ້
​ລາດ​ບັລງຫລວງ ​ໃນກຳປູ​ເຈຍ.”

ອາທິດ​ແລ້ວ​ນີ້ ຜູ້ນຳ​ອະ​ວຸ​ໂສ​ພັກ​ລັດຖະບານ​ກຳປູ​ເຈຍ​ຄົນ​ນຶ່ງ ​ໄດ້​ຕິຕຽນ​ພັກ​ການ​ເມືອງ
​ຝ່າຍ​ຄ້ານກຳປູ​ເຈຍ ຢ່າງ​ຮ້າຍ​ແຮງ ​ແລະ​ເຕືອນ​ເຂົາ​ເຈົ້າ​ ​ໃຫ້​ພາກັນ​ຫລີກ​ລ່ຽງການຕຳ​ໜິ
ຕິ​ຕຽນຢ່າງ​ເປີດ​ເຜີຍ​ຕໍ່ວັນຄົບຮອບໃນການພັງທະລາຍລົງຂອງອຳ ນາດການປົກຄອງ
ຂະເໝນແດງ ທີ່ເປັນບັນຫາໂຕ້ແຍ້ງ ໃນ​ວັນ​ທີ 7 ​ເດືອນ​ມັງ​ກອນ.​

XS
SM
MD
LG