ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມປົກປ້ອງ ສິດທິ​ມະ​ນຸດ ຮຽກຮ້ອງ ໃຫ້ຢຸດສົ່ງ ອົບພະຍົບ ຊາວໂຣຮິງຢາ ກັບຄືນໄປ ມຽນມາ


ຊາວມຸສລິມ ໂຣຮິງຢາ ໃຊ້ໂທລະສັບມືຖື ຂອງພວກເຂົາເຈົ້າ ໃນຂະນະນັ່ງຢູ່ເທິງຈອມພູແຫ່ງນຶ່ງ ທີ່ສາມາດແນມລົງໄປເຫັນ ສູນອົບພະຍົບ ບາລູຄາລີ, ບັງກລາແດັສ, ວັນທີ 14 ພະຈິກ 2018.
ຊາວມຸສລິມ ໂຣຮິງຢາ ໃຊ້ໂທລະສັບມືຖື ຂອງພວກເຂົາເຈົ້າ ໃນຂະນະນັ່ງຢູ່ເທິງຈອມພູແຫ່ງນຶ່ງ ທີ່ສາມາດແນມລົງໄປເຫັນ ສູນອົບພະຍົບ ບາລູຄາລີ, ບັງກລາແດັສ, ວັນທີ 14 ພະຈິກ 2018.

ອົງການນີລະໂທດກຳສາກົນ ຫຼື Amnesty International ຮຽກຮ້ອງໃຫ້ມຽນມາ ແລະ
ບັງກລາແດັສ ໃຫ້ຍຸຕິແຜນການຂອງພວກເຂົາເຈົ້າ ທີ່ຈະສົ່ງພວກຊາວມຸສລິມ ໂຣຮິງຢາ
ກັບຄືນໄປຍັງ ລັດຣາໄຄນ໌ ບ່ອນທີ່ອົງການສະຫະປະຊາຊາດ ກ່າວວ່າ ພວກເຂົາເຈົ້າ
ຈະປະເຊີນກັບການສັງຫານແບບຮວບຮັດຕັດຕອນ ແລະ ການ ກໍ່​ໂທດ​ກຳອື່ນໆ ທີ່
ດຳເນີນການ ໂດຍພວກທະຫານມຽນມາ.

ອົງການນິ​ລະ​ໂທດ​ກຳກ່າວວ່າ ການຈັດແຈງທີ່ຈະສົ່ງຊາວໂຣຮິງຢາ ກັບຄືນປ​ະ​ເທດ ​
ຊຶ່ງມີກຳນົດຈະເລີ້ມຕົ້ນຂຶ້ນ ພາຍໃນວັນທີ 15 ພະຈິກມື້ນີ້ ແມ່ນວ່າ ເປັນ “ການເຄື່ອນ
ໄຫວ ທີ່ບໍ່ມີຄວາມ​ຮັບ​ຜິດ​ຊອບ ຊຶ່ງຈະເຮັດໃຫ້ຊີວິດຂອງພວກເຂົາເຈົ້າ ຕົກຢູ່ໃນ
ຄວາມສ່ຽງ.”

ຜູ້ອຳນວຍການ ອົງການນີລະໂທດກຳສາກົນ ປະຈຳພາກພື້ນ ເອເຊຍ ຕາເວັນອອກ
ແລະ ຕາເວັນອອກສຽງໄຕ້ ທ່ານ ນິໂກລັສ ບີຄູລິນ ກ່າວວ່າ “ແມ່ຍິງ ຜູ້ຊາຍ ແລະ
ເດັກນ້ອຍ ຈຳພວກນີ້ ຈະຖືກສົ່ງກັບຄືນໃຫ້​ໄປຢູ່ ໃນເອື້ອມມືຂອງພວກທະຫານ
ມຽນມາ ໂດຍບໍ່ຮັບ​ການ​ຄ້ຳປະກັນ​ໃດໆ ໃນການປົກປ້ອງ ທີ່ຈະດຳລົງຊີວິດຄຽງ
ຂ້າງກັບພວກຄົນ ຜູ້ທີ່ໄດ້ຈູດເຜົາເຮືອນຊານ ຂອງພວກເຂົາເຈົ້າ ແລະທີ່ລູກປືນ
ຂອງພວກເຂົາ ໄດ້ເຮັດໃຫ້ຊາວ​ໂຣ​ຮິງ​ຢາ ຕ້ອງໄດ້ພາກັນຫລົບໜີ.”

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້

Fear, Confusion as Rohingya Repatriation Looms
please wait

No media source currently available

0:00 0:02:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG