ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ກ່າວ​ຫາ ບັນດາຜູ້ນຳຊູດານໃຕ້ວ່າ ສ້າງຜົນກຳໄລຈາກສົງຄາມ


ດາຣາຮູບເງົາ ທ່ານ George Clooney, ຂວາ, ແລະທ່ານ Don Cheadle, ຊ້າຍ, ມາເຖິງກອງປະຊຸມນັກຂ່າວ ເພື່ອສົນທະນາ ສືບສວນການສໍ້ລາດບັງຫລວງ.
ດາຣາຮູບເງົາ ທ່ານ George Clooney, ຂວາ, ແລະທ່ານ Don Cheadle, ຊ້າຍ, ມາເຖິງກອງປະຊຸມນັກຂ່າວ ເພື່ອສົນທະນາ ສືບສວນການສໍ້ລາດບັງຫລວງ.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ຫລັກ​ຖານ ກ່ຽວ​ກັບ​ຜົນ​ກຳ​ໄລອັນ​ໃຫຍ່ຫລວງ​ຈາກ​ການ​ເຮັດ​ສົງຄາມ ​ໂດຍ​ບັນດາ​ຜູ້ນຳ​ສູງ​ສຸດທາງ​ການເມື​ອງຂອງຊູ​ດານ
ໃຕ້ຈຳນວນ​ນຶ່ງ ຮວມທັງ​ຜູ້ນຳ​ຂອງ​ທັງສອງ​ຝ່າຍ ​ຢູ່​ໃນສົງຄາມ​ກາງ​ເມື​ອງ​ຂອງ​ປະ​ເທດ.

ບັນດາ​ຜູ້​ຮ່ວມກໍ່​ຕັ້ງ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດດາຣາ Hollywood ທ່ານ George Clooney ​ແລະ​ນັກ​ເຄື່ອນ​ໄຫວ ທ່ານ John Prendergast ​ໄດ້​ນຳ​ອອກ​ເຜີຍແຜ່​ການ​
ພົບ​ເຫັນດັ່ງກ່າວ ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ທີ່​ສະ​ໂມ​ສອນ​ນັກ​ຂ່າວ​ແຫ່ງ​ຊາດ ທີ່​ນະຄອນຫລວງວໍຊິງຕັນ.

George Clooney on Evidence of South Sudan's President Being Corrupt
please wait

No media source currently available

0:00 0:00:44 0:00

ລາຍ​ງານ​ຂອງ​ກຸ່ມເຂົາ​ເຈົ້າ ທີ່​ມີ​ຊື່ວ່າ The Sentry ​ໄດ້​ກ່າວ​ຫາ ປະທາ​ນາ​ທິບໍ ດີ​ຊູ​ດານ​ໃຕ້ ທ່ານ Salva Kiir ອ​ະດີດ​ຮອງ​ປະທາ​ນາ​ທິບໍດີ​ຄົນທີ​ນຶຶ່ງ ທ່ານ Reik Machar ​ແລະ​ບັນດາ​ນາຍ​ພົນ​ຊູ​ດານ​ໃຕ້ວ່າ ພາກັນ​ລັກ​ເງິນ​ຫລາຍ​ລ້ານ​ໂດ​ລາ​ຈາກ​ຄັງ​ເງິນ​ລັດ ​ນັບ​ແຕ່ປີ 2005 ​ເປັນຕົ້ນມາ ເວລາ​ຂໍ້​ຕົກລົງ​ສັນຕິພາບ​ໄດ້ແຜ້ວ​ທາງ​ໄປ​ສູ່ການ​ເປັນ​ເອກ​ກະລາດ ຂອງ​ຊູ​ດານ​ໃຕ້ ຈາກ​ຊູ​ດານ ທີ່​ໄດ້​ລົງ​ນາມກັນ.

ທ່ານ Clooney ກ່າວ​ວ່າ “ຄວາມ​ຈິງ​ກໍ​ຄື ​ເຂົາ​ເຈົ້າ​ພາກັນ​ລັກ​ເງິນ​ ເພື່ອສະໜັບສະ​ໜຸນ​
ທະ​ຫານ​ເຂົາ​ເຈົ້າ​ ​ໃຫ້​ໂຈມ​ຕີ ​ແລະ​ຂ້າກັນ​ເອງ. ຫລັກ​ຖານ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ​ ​ລະ​ອຽດ ​ແລະ​ປະຕິ​ເສດ​ບໍ່​ໄດ້.”

ທ່ານ​ກ່າວ​ວ່າ “ມັນ​ຮວມທັງ​ການ​ຄ້າ​ອາວຸດ ບັນດາທະນາຍຄວາມ​ສາກົນ ທະນາຄານ​ສາກົນ ອະສັງຫາລິມມະ​ຊັບ​ສາກົນ. ​ແລະ​ເປັນ​ເພາະວ່າ ພວກ​ນັກສະ​ແດງ​ສາກົນເຫລົ່າ​
ນີ້ ທີ່​ພວກ​ເຮົາຍັງ​ສາມາດ​ໃຫ້​ຂໍ້​ແກ້​ໄຂ​ຕ່າງໆ ​ເພື່ອ​ຊ່ວຍ​ຍຸຕິການ​ກະ ທຳ​ຜິດ ​ເພື່ອ​ປ້ອງ​ກັນ​ບັນດາ​ພົນລະ​ເຮືອນ​ທີ່​ໄຮ້​ດຽງ​ສາ.”

ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir, ຊ້າຍ, ຕິດຕາມດ້ວຍ ຫົວໜ້າທະຫານ ທ່ານ Paul Malong, ຂວາ.
ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir, ຊ້າຍ, ຕິດຕາມດ້ວຍ ຫົວໜ້າທະຫານ ທ່ານ Paul Malong, ຂວາ.

ທ່ານ Prendergast ​ໄດ້​ຮຽກຮ້ອງ​ໃຫ້​ສະຫະລັດ ​ແລະ​ບັນດາ​ລັດຖະບານ​ຕ່າງໆ ຢູ່​ທົ່ວ​ໂລກ ​ໃຫ້ຢຸດ​ການ​ລັກ​ເງິນທີ່​ສົ່ງຜ່ານ​ທາງ​ລະບົບ​ການ​ເງິນ​ສາກົນ. ທ່ານ​ກ່າວ​ວ່າ ອົງການ Sentry ​ໄດ້​ສະ​ເໜີໃຫ້​ໃຊ້​ວິທີ​ການ​ໃໝ່ ​ຈະ​ໃຊ້ “ນະບາຍທີ່​ເປັນ​ເຄຶ່ອງມື​ການ​ເງິນນຳພາ
ຢ່າງ​ແນ່ນອນ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ​ມີ​ສະ​ເພາະ​ໄວ້​ໃຫ້​ແກ່​ການ​ຕ້ານ​ການກໍ່​ການ​ຮ້າຍ ​ເພື່ອ​ເປັນ​ການ​ຕໍ່ສູ້​ກັບ​ການຈັດ​ຕັ້ງ​ກະທຳ​ຜິດ ​ເພື່ອຫ້າມ​ແຜ່ຜາຍອາ​ວຸດ​ນິວ​ເຄລຍ. ​ແຕ່​ໃນ​ເວລາ​ນີ້​ພວກ​ເຮົາ​ຕ້ອງການ​ໃຊ້​ບັນດາ​ນະ​ໂຍບາຍເຄື່ອງມືເຫລົ່ານີ້ ​ໃນ​ການ​ບໍລິການ​ສິດທິ​ມະນຸດ ​ແລະ​ສັນຕິພາບແລະ ການ​ປົກຄອງ​ທີ່​ດີ​ໃນ​ຊູ​ດານໃຕ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

South Sudan Clooney
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG