ເດັກນ້ອຍຫຼາຍຮ້ອຍຄົນ ທີ່ມີອາຍຸນ້ອຍເຖິງ 14 ປີ ໄດ້ຖືກຈັບ ທໍລະມານ ແລະໃສ່ຄຸກ
ໂດຍພວກເຈົ້າໜ້າທີ່ອີຣັກ ແລະຊາວເຄີດ ໃນການກ່າວຫາວ່າ ພົວພັນກັບລັດອິສລາມ
ອີງຕາມ ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ທີ່ກ່າວຢູ່ໃນ
ລາຍງານ.
ທ່ານໂຈ ເບັກເກີຈາກອົງການ HRW ກ່າວໂດຍໃຊ້ຊື່ຫຍໍ້ ຂອງກຸ່ມຫົວຮຸນແຮງ ນີ້ວ່າ
“ພວກເດັກນ້ອຍໄດ້ຖືກກ່າວຫາວ່າພົວພັນກັບກຸ່ມ ISIS ກຳລັງຖືກກັກຂັງ ແລະມັກຖືກ
ທໍລະມານ ແລະຖືກດຳເນີນຄະດີ ໂດຍບໍ່ຖືສຳຄັນລະດັບການພົວພັນທີ່ແທ້ຈິງຂອງເຂົາ
ເຈົ້າກັບກຸ່ມດັ່ງກ່າວ. ວິທີການລົງໂທດແບບນີ້ບໍ່ແມ່ນຄວາມຍຸຕິທຳ ແລະຈະເຮັດໃຫ້ຊີ
ວິດອັນຍາວນານໄດ້ຮັບຜົນທີ່ຕິດຕາມມາໃນທາງບໍ່ດີ ສຳລັບພວກເດັກນ້ອຍເຫຼົ່ານີ້
ຫຼາຍຄົນ.”
ລາຍງານກ່າວວ່າ ໃນທ້າຍປີ 2018 ອີຣັກ ແລະລັດຖະບານຂອງປະຈຳຂົງເຂດຂອງ
ຊາວເຄີດ ຫຼື KRG ໄດ້ກັກຂັງພວກເດັກນ້ອຍປະມານ 1,500 ຄົນ ຍ້ອນຖືກການກ່າວ
ຫາ ໃຫ້ການຮ່ວມມືກັບກຸ່ມລັດອິສລາມ.
ໃນເດືອນພະຈິກ ປີ 2018 ອົງການ HRW ກ່າວວ່າ ຕົນໄດ້ສຳພາດພວກເດັກນ້ອຍ
29 ຄົນ ທີ່ກຳລັງຕິດຄຸກ ແລະອະດີດພວກນັກໂທດທີ່ມີອາຍຸແຕ່ 14 ຫາ 18 ປີ ຜູ້ທີ່ໄດ້
ຖືກກ່າວຫາ ຫຼືຖືກຕັດສິນວ່າພົວພັນກັບລັດອິສລາມ ໂດຍລັດຖະບານ KRG ຮວມທັງ
24 ຄົນ ທີ່ໄດ້ກັກຂັງຢູ່ສູນດັດສ້າງພວກແມ່ຍິງ ແລະເດັກນ້ອຍ ໃນເມືອງເອີບິລ ເມືອງ
ເອກຂອງເຂດຊາວເຄີດ.
ອົງການ HRW ກ່າວວ່າ ຕົນໄດ້ສຳພາດພວກຊາຍໜຸ່ມຫຼາຍຄົນ ຜູ້ທີ່ໄດ້ຕິດຄຸກ ເພາະ
ເຂົາເຈົ້າສົງໃສວ່າ ໃຫ້ການຮ່ວມມືກັບພວກກໍ່ການຮ້າຍ.
ຜູ້ນຶ່ງກ່າວວ່າລາວໄດ້ຖືກຈັບ ເພາະວ່າລາວເຮັດວຽກຢູ່ຮ້ານອາຫານໃນເມືອງໂມຊູລ ທີ່
ບັງເອີນໄດ້ໃຫ້ບໍລິການໃຫ້ແກ່ສະມາຊິກກຸ່ມລັດອິສລາມ. ລາວກ່າວວ່າ ຊື່ຂອງລາວອາດ
ພົບເຫັນ ຢູ່ໃນບັນຊີທີ່ກຸ່ມລັດອິສລາມໄດ້ເກັບກຳເອົາໄວ້ ເພື່ອວ່າເຂົາເຈົ້າສາມາດຈ່າຍ
ໃຫ້ແກ່ພະນັກງານຮ້ານອາຫານ.
ພວກເດັກນ້ອຍຄົນອື່ນໆ ກ່າວວ່າ ເຂົາເຈົ້າບໍ່ໄດ້ພົວພັນໂດຍກົງ ກັບກຸ່ມການກໍ່ການ
ຮ້າຍ ພຽງແຕ່ວ່າເປັນຄົນຄົວກິນ ຄົນຂັບລົດ ຫຼືເປັນຍາມ ເພາະວ່າຄອບຄົວເຂົາເຈົ້າຕ້ອງ
ການເງິນ. ພວກໜຸ່ມນ້ອຍຈຳນວນນຶ່ງກ່າວວ່າ ຍາດຕິພີ່ນ້ອງເຂົາເຈົ້າໄດ້ເປັນສະມາຊິກ
ກຸ່ມລັດອິສລາມ ແລະກົດດັນໃຫ້ເຂົາເຈົ້າເຂົ້າຮ່ວມ ໃນຂະນະທີ່ຄົນອື່ນໆ ບໍ່ໄດ້ເປັນພາກ
ສ່ວນຂອງກຸ່ມດັ່ງກ່າວ ແຕ່ໄດ້ຖືກປະນາມຍ້ອນ ມີຮ້ອງທຸກ ຫຼືຜິດຖຽງທາງຄອບຄົວ.