ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຍົາວະຊົນ ຍິງລາວ ເຂົ້າໄປຂາຍ ບໍລິການ ທາງເພດ ໃນໄທ ຫຼາຍຂຶ້ນ


ຊ່ອງໂສເພນີ ແຫ່ງນຶ່ງ ໃນພາກອີສານຂອງໄທ
ຊ່ອງໂສເພນີ ແຫ່ງນຶ່ງ ໃນພາກອີສານຂອງໄທ
ນັກ​ເຄື່ອນ​ໄຫວ​ ເພື່ອ​ຄຸ້ມ​ຄອງ​ສິດທິ​ສະຕີ​ ໃນ​ໄທ ລະບຸ​ວ່າ​ ແມ່ຍິງ​
ແລະ​ ນັກຮຽນ-ນັກ​ສຶກສາລາ​ວ ​ເດີນທາງ​ ເຂົ້າມາ​ຂາຍ​ບໍລິການ​
ທາງ​ເພດ​ ໂດຍສະໝັກ​ໃຈ ໃນ​ຊ່ອງ​ໂສ​ເພນີ​ຢູ່​ໄທ ຫຼາຍ​ຂຶ້ນນັບ​ມື້

ລິງໂດຍກົງ

ນັກ​ເຄື່ອນ​ໄຫວ ​ເພື່ອ​ການ​ຄຸ້ມ​ຄອງ ສິດທິ​ສະຕີ​ ໃນ​ໄທ​ ເປີດ​ເຜີຍ​ວ່າ ກໍລະນີ​ທີ່​ໜ້າ​ເປັນ ຫ່ວງ​ ແລະ​ກໍາລັງ​ຈະ​ກາຍ​ເປັນ​ບັນຫາ​ໃຫຍ່​ທີ່​ເກີດ​ຂຶ້ນຢູ່​ໃນ​ເຂດ​ຕົວ​ເມືອງ​ໃຫຍ່​ຂອງ​ຈັງ ຫວັດ​ຕ່າງໆ ​ໃນ​ພາກ​ອີສານ​ຂອງ​ໄທ ທີ່​ມີ​ເຂດ​ຊາຍ​ແດນ​ຕິດ​ຕໍ່​ກັບປະ​ເທດ​ລາວ​ໃນ​ເວລາ​ນີ້ ກໍ​ຄື ບັນຫາ​ການ​ລັກລອບ​ຂາຍ​ບໍລິການ​ທາງ​ເພດ​ຢ່າງ​ສະໝັກ​ໃຈ ​ໂດຍ​ບັນດາ​ແມ່ຍິງ​ລາວ ​ໂດຍສະ​ເພາະ​ແມ່ນ​ເຍົາວະ​ຊົນ​ລາວ​ເພດຍິງ ທີ່​ຍັ​ງ​ເປັນ​ນັກ​ຮຽນ-ນັກ​ສຶກສາ​ຢູ່​ນັ້ນ ຖື​ເປັນ​ກຸ່ມ​ທີ່​ສະໝັກ​ໃຈ​ຂາຍ​ບໍລິການ​ທາງ​ເພດ​ເພີ່ມ​ຂຶ້ນຢ່າງ​ໄວວາ​ທີ່​ສຸດ. ​

ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້​ມູນ​ ດ້ວຍການ​ສໍາພາດ​ເຍົາວະ​ຊົນລາວ​ເພດ​ຍິງ ທີ່​ເດີນທາງ​ເຂົ້າມາ​ລັກ​ລອບ​ ຂາຍ​ແຮງ​ງານ​ ໃນ​ເຂດ​ຈັງຫວັດ​ໜອງ​ຄາຍ ອຸດອນ​ທາ​ນີ ຂອນແກ່ນ ນະຄອນ​ພະນົມ ມຸກດາ​ຫານ ອໍານາດ​ຈະເລີ​ນ ​ແລະ​ອຸບົນ ​ໃນລະຍະ 5 ປີ​ມາ​ນີ້ ພົບ​ວ່າ​ສ່ວນ​ໃຫຍ່ ສະໝັກ​ໃຈ​ທີ່​ຈຂາຍ​ບໍລິການ​ທາງ​ເພດ​ ເພື່ອ​ຫາ​ລາຍ​ໄດ້​ໄປ​ໃຊ້​ຈ່າຍ ທັງ​ໃນ​ສ່ວນ​ທີ່​ເປັນ​ຄ່າ​ໃຊ້ຈ່າຍ​ໃນ​ຊີວິດ​ປະ​ຈໍາ​ວັນ ​ແລະ​ຄ່າ​ທໍານຽມ​ການ​ສຶກສາ.

ຍິງລາວ ທີ່ຢູ່ຕາມຊ່ອງຂາຍປະເວນີ ໃນໄທ
ຍິງລາວ ທີ່ຢູ່ຕາມຊ່ອງຂາຍປະເວນີ ໃນໄທ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ເດີນທາງ​ ເຂົ້າມາຂາຍ​ບໍລິການ​ ທາງ​ເພດ​
ຂອງ​ບັນດາ​ນັກຮຽນ-ນັກ​ສຶກສາລາ​ວດັ່ງກ່າວກໍ​ຍັງ​ເປັນ​ການ​ເດີນ
ທາງ​ເຂົ້າມາ​ຫຼາຍໆ​ຄັ້ງ ​ໂດຍ​ສະ​ເພາະ​ແມ່ນ​ຊ່ວງວັນ​ຢຸດ​ປະ​ຈໍາ​ອາ
ທິດ ​ແລະ​ວັນ​ຢຸດ​ໃນ​ເທດສະການ​ຕ່າງໆ​ຂອງ​ໄທ​ນັ້ນ ຖື​ເປັນ​ຊ່ວງ​
ເວລາ​ທີ່​ບັນດາ​ນັກ ຮຽນ​-ນັກ​ສຶກສາລາ​ວ ​ໄດ້​ພາກັນເດີນທາງ​ເຂົ້າ​
ມາ​ໃນ​ໄທ​ຫຼາຍ​ເປັນ​ພິ​ເສດ ດັ່ງ​ທີ່​ນັກ​ເຄຶ່ອນ​ໄຫວ​ ໄດ້​ໃຫ້ການ​ຢືນ
ຢັນ​ວ່າ:

“ຕອນ​ນີ້ໜ່ະ ມັນ​ຈະ​ມີ​ລັກສະນະ​ ຂອງ​ຄວາມ​ຫຼາກ​ຫຼາຍ​
ຂອງການ​ ໃຫ້ການ​ບໍລິການ ຢ່າງ​ເຊັ່ນ​ວ່າ ​ຍິງ​ລາວ​ທີ່​ເຂົ້າ
ມາ​ນີ້ ​ເປັນ​ພວກຮຽນ​ໜັງສື ຮຽນ​ວັນ​ຈັນ​ເຖິງວັນ​ສຸກ ຕອນ​ແລງ​ວັນ​ສຸກ​ກໍ​ຈະ​ເຂົ້າ ມາ​ຂາຍ​ບໍລິການ ​ແລ້ວ​ກໍ​ວັນ​ອາທິດກັບ​ໄປ ຫຼື​ໃນ​ຊ່ວງ​ເທດສະ ການວັນ​ຢຸດ ກໍ​ຈະ​ເປັນຊ່ວງ​ທີ່​ຍິງ​ເຫຼົ່າ​ນັ້ນ​ໄດ້​ມີ​ໂອກາດ​ໄດ້​ເຂົ້າມາ​ຫາ​ເງິນ​ໃນ​ເມືອງ​ໄທ ກໍ​ຄື​ເຂົ້າ ມາ​ແລ້ວ ກໍ​ມາ​ຂາຍ​ບໍລິການ ​ແລ້ວ​ກໍ​ກັບ​ໄປ​ຮຽນ​ໜັງສື​ຕໍ່.” ​


ແຕ່​ຢ່າງ​ໃດ​ກໍ​ຕາມ ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຍັງ​ບໍ່​ມີ​ສະຖິຕິ​ທີ່​ຊັດເຈນ ວ່າມີ​ເຍົາວະ​ຊົນ​ລາວ​ເພດ​ຍິງ ຈໍານວນ​ເທົ່າ​ໃດ​ແທ້ ທີ່​ເດີນທາງ​ເຂົາມາ​ຂາຍ​ບໍລິການທາງ​ເພດ​ຢູ່​ໃນ​ໄທ ​ແຕ່​ຖ້າ​ຫາກ​ອິງ​ຕາມ​ອົງການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງ​ດ້າວ​ໃນ​ໄທ ກໍ​ເຊື່ອ​ວ່າ​ມີ​ແຮງ​ງານ​ລາວ​ຫຼາຍ​ກວ່າ 6 ​ແສນ​ຄົນ ທີ່​ລັກລອບ​ທໍາ​ງານ​ໃນ​ໄທ ​ໂດ​ຍຜິດ​ກົດໝາຍ ​ແລະ​ໃນ​ນີ້​ກໍ​ຄື​ແຮງ​ງານ​ລາວ​ເພດ ຍິງ ​ເຖິງ 56% ທີ່​ຖືເປັນ​ກຸ່ມ​ສ່ຽງ ທີ່​ຈະ​ຖືກ​ບີບ​ບັງຄັບ ຫຼື​ສະໝັກ​ໃຈ​ຂາຍ​ບໍລິ ການ​ທາງ​ເພດ​ຢູ່​ໃນ​ໄທ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ແຮງ​ງານ​ໃນ​ລາວ​ຕໍ່າ​ຫຼາຍ ​ໃນ​ຂະນະ​ທີ່​ລະດັບ​ຄ່າ​ຄອງ​ຊີບ ກັບ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ສ່ວນ​ທ່ານ​ນາງ​ອ່ອນ​ຈັນ ທໍາ​ມະ​ວົງ ລັດຖະມົນຕີ​ວ່າການ​ກະຊວງແຮງ​ງານ ແລະ​ສະ​ວັດ​ດີກາ​ນສັງຄົມ ກໍ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ ກະຊວງ​ແຮງງານ ກໍາລັງ​ກວດກາ​ ບັນດາ​ຫົວ ໜ່ວຍ​ທຸລະ​ກິດ​ແລະ​ໂຮງງານ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ເກັບ​ກໍາ​ຂໍ້​ມູນ​ກ່ຽວ​ກັບ​ການປະຕິບັດ​ຕາມ​ກົດ ໝາຍວ່າ​ດ້ວຍ​ອັດຕາ​ຄ່າ​ຈ້າງ​ແຮງ​ງານ​ຂັ້ນ​ຕໍ່າ ທີ່​ມີ​ຜົນ​ບັງຄັບ​ໃຊ້​ນັບ​ເປັນ​ລະຍະ​ເວລາ​ກວ່າ 1 ປີ​ມາ​ແລ້ວ ຫາກ​ແຕ່​ກໍ​ຍັງ​ຄົງ​ ມີ​ລາຍ​ງານ​ວ່າ​ບັນດາ​ນາຍ​ຈ້າງ​ ຈໍານວນບໍ່​ໜ້ອຍ​ທີ່​ຍັງ​ບໍ່​ຍອມ​ຈ່າຍ​ຄ່າ​ຈ້າງ​ຕາມ​ອັດຕາ​ຂັ້ນ​ຕໍ່າ​ດັ່ງກ່າວ​ຢູ່​ເລື້ອຍ​ມາ​ຈົນ​ເຖິງ​ປັດຈຸບັນ​ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ມີ​ການ​ຮ້ອງ​ຮຽນ​ຂອງ​ບັນດາ​ຜູ້​ອອກ​ແຮງ​ງານ​ດ້ວຍ​ວ່າ ມີນາ​ຍຈ້າງ​ຈໍາ ນວນ​ບໍ່​ໜ້ອຍ​ທີ່​ເຖິງ​ແມ່ນ​ວ່າ​ຈະ​ໄດ້​ມີ​ການ​ຈ່າຍ​ຄ່າ​ຈ້າງ​ຕາມ​ອັດຕາ​ຂັ້ນ​ຕໍ່າ​ທີ່​ລັດຖະບານ​ລາວ​ກໍານົດ​ໄວ້​ກໍ​ຕາມ ຫາກ​ແຕ່​ກໍ​ປາກົດ​ວ່າ ມີ​ການ​ປັບ​ລົດ​ສະ​ວັດ​ດີກາ​ນ​ ແລະ​ຜົນ​ປະ​ໂຫຍ​ດ​ໃນ​ດ້ານ​ອື່ນໆ​ຂອງ​ຜູ້ອອກ​ແຮງ​ງານ​ລົງ ​ເຊັ່ນ​ຄ່າ​ຕອບ​ແທນ​ໃນ​ການ​ທໍາ​ງານ​ເກີນ​ເວລາ ຫຼື​ການ​ບໍ່​ຍອມ​ສົມທົບ​ຄ່າທໍາ​ນຽນໃນ​ການ​ປະກັນ​ສັງຄົມ​ໃຫ້​ແຮງ​ງານ ຈຶ່ງ​ເຮັດ​ໃຫ້​ມີ​ຜູ້​ອອກ​ແຮງ​ງານ​ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດ້ານ​ສະ​ວັດ​ດີກາ​ນນັ້ນ​ເອງ.

​ເພາະສະ​ນັ້ນ ຖ້າ​ຫາກ​ມີ​ການ​ກວດ​ສອບ​ພົບ​ວ່າ​ໜ່ວຍ​ທຸລະ​ກິດ​ໃດ​ບໍ່​ໄດ້​ປະຕິບັດ​ຕາມ​ຂໍ້​ກໍາໜົດ​ດັ່ງກ່າວ ກໍ​ຈະ​ມີ​ການ​ລົງ​ໂທດ​ຕາມ​ກົດໝາຍ ​ໂດຍ​ບໍ່​ມີ​ການ​ຍົກ​ເວັ້ນ ຫາກ​ແຕ່​ວ່າ​ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັງ​ຄົງ​ບໍ່​ມີ​ລາຍ​ງານ​ທີ່​ກ່ຽວກັບການ​ລົງ​ໂທດ​ບັນດາ​ນາຍ​ຈ້າງ​ທີ່​ບໍ່​ປະຕິ ບັດ​ຕາມ​ກົດໝາຍ​ແຮງ​ງານ​ໃນ​ລາວ​ແຕ່​ຢ່າງ​ໃດ.
XS
SM
MD
LG