ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກໍ່ ຄວາມຮຸນແຮງ ຕໍ່ຊາວມຸສລິມ ຍັງດໍາເນີນຢູ່ຕໍ່ມາ ໃນມຽນມາ


ກູ່ມປົກປ້ອງສິດທິທະນຸດທີ່ສໍາຄັນກ່າວວ່າ ຄວາມຮຸນແຮງຕໍ່ ຊາວມຸສລີມ
ທີ່ເປັນຊົນກຸ່ມນ້ອຍຂອງມຽນມາ ຍັງດໍາເນີນຢູ່ຕໍ່ມາ 6 ອາທິດຫລັງຈາກ ລັດຖະບານໄດ້ປະກາດພາວະສຸກເສີນ.
ກູ່ມປົກປ້ອງສິດທິທະນຸດທີ່ສໍາຄັນກ່າວວ່າ ຄວາມຮຸນແຮງຕໍ່ ຊາວມຸສລີມ ທີ່ເປັນຊົນກຸ່ມນ້ອຍຂອງມຽນມາ ຍັງດໍາເນີນຢູ່ຕໍ່ມາ 6 ອາທິດຫລັງຈາກ ລັດຖະບານໄດ້ປະກາດພາວະສຸກເສີນ.

ຢູ່​ຕໍ່​ມາ 6 ອາທິດຫລັງ​ຈາກ ​ລັດຖະບານ​ໄດ້​ປະກາດ​ພາວະສຸກ​ເສີນ ​ຢູ່ທີ່ລັດ
Rakhine ​ໃນ​ພາກ​ຕາ​ເວັນ​ຕົກ ຂອງ​ປະ​ເທດ.

ອົງການ​ນິລະ​ໂທດກຳ​ສາກົນ​ຫຼື Amnesty International ກ່າວ​ວ່າ ກໍາລັງ​ຮັກສາ
​ຄວາມ​ປອດ​ໄພ​ຂອງ​ລັດຖະບານ ແລະ​ພວກ​ຊົນ​ເຜົ່າ Rakhine ທີ່​ເປັນ​ຊາວ​ພຸດ ຍັງ
ສືບຕໍ່ທຳ​ການໂຈມ​ຕີ ຮວມ​ທັງ ​ການຂົ່ມຂືນ ການມ້າງ​ເພເຮືອນຊານ ​ແລະ​ການ​ສັງ
ຫານແບບ​ຜິດ​ກົດໝາຍ ຕໍ່ພວກຊົນເຜົ່າ Rohingyas ​ແລະພວກ ມຸສລິ​ມຈຸອື່ນໆ.

ລັດຖະບານ​ກ່າວ​ວ່າ ຢ່າງ​ໜ້ອຍ 78 ຄົນ​ໄດ້​ເສຍ​ຊີວິດ​ຢູ່​ໃນ​ເຂດດັ່ງກ່າວ ນັບ​ຕັ້ງ​ແຕ່​
ທ້າຍ​ເດືອນ​ພຶດສະພາ​ເປັນ​ຕົ້ນ​ມາ ​ເວລາ​ເກີດ​ຄວາມ​ເຄັ່ງຕືງທີ່​ມີ​ມາ​ເປັນ​ເວລາ​ຍາວ​ນານ
​ລະຫວ່າງເຜົ່າ Rakhine ​ແລະ​ເຜົ່າ Rohingyas ​ໄດ້​ລະ​ເບີດ​ຂຶ້ນ ກາຍ​ເປັນຄວາມ​
ຮຸນ​ແຮງ.

ນັກ​ຄົ້ນ​ຄວ້າກ່ຽວ​ກັບ​ເລື່ອງ​ມຽນມາ ຂອງ​ອົງການ​ນິລະ​ໂທດ​ກຳ​ສາກົນ ທ່ານ
Benjamine Zawacki ກ່າວ​ວ່າ ການ​ປະກາດ​ພາວະ​ສຸກ​ເສີນ ທີ່​ໄດ້​ເລີ້ມໃນ​ວັນ​ທີ
10 ເດືອນ​ມິ​ຖຸ​ນາ ​ໄດ້​ເຮັດ​ໃຫ້ກາ​ນປະ​ທະ​ກັນ​ທາງ​ດ້ານ​ສາສະໜາ​ຫຼຸດລົງ ຢູ່​ໃນບາງ​
ບ່ອນ​. ​ແຕ່​ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອເອ ວ່າ ມັນ​ບໍ່​ໄດ້​ໃຫ້​ການ​ຄຸ້ມ​ຄອງ​ຕໍ່ຊາວ​ມຸສລິ​ມ ຈາກ
​ການ​ລ່ວງ​ລະ​ເມີດ​ທາງ​ດ້ານສິດ​ທິມະນຸດ ​ແຕ່​ຢ່າງ​ໃດ​ເລີຍ.

XS
SM
MD
LG