ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມ​ຂັດ​ແຍ້ງ​​ກຳ​ລັງ​ເພີ່ມ​ຂຶ້ນ ​ຢູ່​ພາຍ​ໃນ​ພັກຣີພັບ​ບລີ​ກັນ ​ກ່ຽວ​ກັບ​ການ​ສະໜັບສະໜຸນ​ ຂອງ ສ​ຫລ ຕໍ່ຢູ​ເຄຣນ


(ພາບ​ໃນ​ແຟ​ມ) ທ່ານຣອນ ເດິ​ແຊນ​ຕິ​ສ, ຜູ້​ປົກ​ຄອງລັດ ຖາມ​ສະ​ບາຍ​ດີ​ຕໍ່​ຝູງ​ຊົນໃນ​ງານ​ຊຸມ​ນຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມີ​ນາ, 2023 ໃນ​ເມືອງ Davenport, ລັດ​ໄອ​ໂອ​ວາ.
(ພາບ​ໃນ​ແຟ​ມ) ທ່ານຣອນ ເດິ​ແຊນ​ຕິ​ສ, ຜູ້​ປົກ​ຄອງລັດ ຖາມ​ສະ​ບາຍ​ດີ​ຕໍ່​ຝູງ​ຊົນໃນ​ງານ​ຊຸມ​ນຸມ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ມີ​ນາ, 2023 ໃນ​ເມືອງ Davenport, ລັດ​ໄອ​ໂອ​ວາ.

ຄວາມ​ຂັດ​ແຍ້ງ​ກັນ​ກຳ​ລັງ​ເພີ່ມ​ຂຶ້ນ​ຢູ່​ພາຍ​ໃນ​ພັກຣີພັບ​ບລີ​ກັນ​ກ່ຽວ​ກັບລະດັບ​ທີ່​ສະຫະລັດ​ຄວນ​ສືບ​ຕໍ່​ສະໜັບສະໜູນ​ຢູ​ເຄຣນ ໃນ​ຄວາມ​ພະຍາຍາມທີ່​ຈະ​ຂັບ​ໄລ່​ກຳລັງ​ທະ​ຫານຣັດເຊຍ ທີ່​ພະຍາຍາມ​ເຂົ້າ​ຍຶດຄອງພາກ​ສ່ວນ​ໃຫຍ່​ຂອງ​ປະ​ເທດ ນັ້ນອອກ​ໄປ.

ໃນຂະນະທີ່ພັກຣີພັບບລີກັນຄົນສຳຄັນໃນວໍຊິງຕັນ ຍັງຄົງສະໜັບສະໜຸນຄວາມ ພະຍາຍາມຂອງສະຫະລັດຢ່າງກວ້າງຂວາງ ເຊິ່ງໄດ້ສົ່ງເງິນ ແລະ ອາ​ວຸດ​ຍຸດ​ໂທ​ປະ​ກອນ​ມູນ​ຄ່າຫຼາຍສິບຕື້ໂດລາໄປໃຫ້ຢູເຄຣນ ນັບຕັ້ງແຕ່ການບຸກລຸກ ຢ່າງ ເຕັມຮູບແບບຂອງຣັດເຊຍເລີ້ມ​ຂຶ້ນ ໃນເດືອນກຸມພາ 2022 ນັ້ນກໍ​ຕາມ ແຕ່​ວ່າ ສຽງຄັດຄ້ານ ກໍນັບມື້ນັບດັງຂຶ້ນ ໃຫ້​ພວກເຂົາ​ເຈົ້າ​ໄດ້​ຍິນ.

ໃນອາທິດນີ້, ຜູ້ປົກ​ຄອງລັດຟ​ລໍ​ຣິ​ດາ, ທ່ານຣອນ ເດິ​ແຊນ​ຕິ​ສ (Ron DeSantis) ໄດ້ກາຍເປັນສະມາຊິກພັກຣີພັບບລີກັນ ທີ່​ມີ​ຊື່​ສຽງຄົນຫລ້າສຸດ ທີ່ສະເໜີວ່າ ສະຫະລັດຄວນເຊົາ ​ໃຫ້​ການສະໜັບສະໜຸນຕໍ່ຢູເຄຣນ. ​ເຖິງ​ແມ່ນ​ວ່າ ​ທ່ານ​ບໍ່​ໄດ້​ປະກາດ​ ການ​ລົງສະໝັກ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການກໍ​ຕາມ, ທ່ານເດິ​ແຊນ​ຕິ​ສ ກໍຄາດ​ວ່າ ​ຈະ​ຫາທາງ​ໃຫ້​ໄດ້​ຮັບ​ການມອບ​ໝາຍ​ໃຫ້​ຕາງ​ໜ້າ​ພັກຣີ​ພັບ​ບ​ລີ​ກັນໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ໃນ​ປີ 2024.

ໃນວັນຈັນຜ່ານ​ມາ ທ່ານທັກ​ເກີ ຄາ​ສັນ (Tucker Carlson) ຜູ້​ຈັດ​ລາຍ​ການ ໂທ​ລະ​ພາບ Fox News ໄດ້ສົ່ງຂໍ້ຄວາມທີ່​ເປັນ​ຄຳຕອບຂອງທ່ານເດິ​ແຊນ​ຕິ​ສ ຕໍ່ຄໍາຖາມ ທີ່ຜູ້​ຈັດ​ລາຍ​ການໄດ້ສົ່ງໄປຫາຜູ້ທີ່​ຄາດ​ວ່າ ຈະ​ລົງແຂ່ງຂັນເປັນປະ ທານາທິບໍດີ ຈາກພັກຣີພັບບລີກັນຫຼາຍຄົນ, ໂດຍຖາມກ່ຽວກັບທ່າ​ທີຂອງພວກ ເພິ່ນຕໍ່ເລື້ອງສົງຄາມທີ່​ວ່ານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG