ເຈົ້າຄອງກໍາແພງນະຄອນນິວຢອກ ທ່ານ Michael Bloomberg ກ່າວວ່າ ຈົດໝາຍທີ່ມີສານພິດ ທີ່ີຖືກສົ່ງໄປເຖິງທ່ານນັ້ນ ແມ່ນກ່ຽວຂ້ອງກັບການປຸກລະດົມທີ່ມີການເຜີຍແຜ່ຂ່າວຢ່າງກ້ວາງຂວາງຂອງທ່ານ ກ່ຽວເລື້ອງການຄວບຄຸມປືນ.
ທ່ານ Bloomberg ໄດ້ກ່າວຕໍ່ບັນດານັກຂ່າວ ໃນແລງວັນພຸດ
ວານນີ້ ຫຼັງຈາກໄດ້ມີການພົບເຫັນສານພິດ ricin ທີ່ຮ້າຍແຮງ
ເຖິງຕາຍ ຢູ່ໃນຈົດໝາຍ 2 ຊອງ ທີ່ສົ່ງໄປເຖິງທ່ານ. ທ່ານກ່າວວ່າ
ຈົດໝາຍສະບັບນຶ່ງໃນນັ້ນ ມີຂໍ້ຄວາມທີ່ກ່າວເຖິງວຽກງານຂອງ
ທ່ານໃນການຊຸກຍູ້ໃຫ້ມີການຮັບຜ່ານກົດໝາຍຄວບຄຸມປືນ
ຂອງສະຫະລັດທີ່ເຄ່ງຄັດຂຶ້ນ ແຕ່ທ່ານ ກ່າວວ່າ ທ່ານຈະບໍ່ຍອມ
ໃຫ້ມັນມາຂັດຂວາງທ່ານ.
ທ່ານ Bloomberg ເວົ້າວ່າ: “ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ຂ້າພະເຈົ້າບໍ່ຊາບ
ຈົດໝາຍດັ່ງກ່າວໄດ້ກ່າວເຖິງ ຄວາມພະຍາຍາມຂອງພວກເຮົາໃນການຕໍ່ຕ້ານປືນ.
ປີນີ້ ຄາດກັນວ່າຈະມີຮອດ 12,000 ຄົນ ທີ່ຈະຖືກສັງຫານຍ້ອນອາວຸດປືນ
ແລະອີກ 19,000 ຄົນ ຄາດວ່າຈະຂ້າຕົວຕາຍຍ້ອນປືນເຊັ່ນກັນ ແລະພວກເຮົາ
ກໍຈະບໍ່ຍ່າງໜີຈາກການດໍາເນີນຄວາມພະຍາຍາມເຫລົ່ານັ້ນ.”
ທ່ານ Bloomberg ແມ່ນຜູ້ຈັດຕັ້ງຄົນສໍາຄັນຂອງກຸ່ມ ຄະນະເຈົ້າຄອງກໍາແພງເມືອງທີ່ຕໍ່ຕ້ານ
ປືນຜິດກົດໝາຍ ທີ່ເອີ້ນກັນວ່າ Mayors Against Illegal Guns ຊຶ່ງກຸ່ມດັ່ງກ່າວໄດ້ສ້າງຕັ້ງ
ຂຶ້ນໃນປີ 2006 ໃນກອງປະຊຸມຂອງເຈົ້າຄອງກໍາແພງເມືອງ 15 ຄົນ ຊຶ່ງປະຈຸບັນນີ້ ສະມາ
ຊິກກຸ່ມແມ່ນມີຫຼາຍກວ່າ 950 ເຈົ້າເມືອງແລ້ວ ຈາກທົ່ວສະຫະລັດ.
ກຸ່ມດັ່ງກ່າວໄດ້ເພີ່ມທະວີຄວາມພະຍາຍາມຂຶ້ນໃນປີນີ້ ຫຼັງຈາກທີ່ມີມືປືນທີ່ໃຊ້ປືນຍາວ
ສັງຫານ 26 ຄົນ ທີ່ສ່ວນໃຫຍ່ແມ່ນພວກເດັກນ້ອຍຢູ່ໂຮງຮຽນແຫ່ງນຶ່ງ ໃກ້ໆກັບເມືອງ
Newtown ໃນລັດ Connecticut. ທາງກຸ່ມໄດ້ສະໜັບສະໜູນຄວາມພະຍາຍາມຂອງຕົນ
ໂດຍການໂຄສະນາຢ່າແຜ່ຫລາຍ ທີ່ໃຊ້ຈ່າຍເງິນທຶນເຖິງ 12 ລ້ານ ຊຶ່ງສ່ວນນຶ່ງ ແມ່ນມາ
ຈາກເງິນຄໍາສ່ວນຕົວອັນມະຫາສານ ຂອງທ່ານ Bloomberg ເອງ.