ເຈົ້າໜ້າທີ່ລັດຖະສະພາສະຫະລັດ ກ່າວວ່າ ຈົດໝາຍສະບັບນຶ່ງ
ທີ່ສົ່ງເຖິງຜູ້ແທນສະພາສູງ Roger Wicker ສັງກັດພັກຣີພັບ
ບລິກັນຈາກລັດ Mississippi ທາງພາກໃຕ້ ໄດ້ຖືກກວດເຫັນວ່າ
ມີສານພິດricin ທີ່ເປັນອັນຕະລາຍເຖິງຕາຍນັ້ນ.
ຈົດໝາຍດັ່ງກ່າວໄດ້ຖືກຄົ້ນພົບ ຢູ່ບ່ອນເກັບຈົດໝາຍທີ່ສົ່ງເຖິງ
ບັນດາສະມາຊິກລັດຖະສະ ພາສະຫະລັດ ຊຶ່ງທາງເຈົ້າໜ້າທີ່ກ່າວ
ວ່າ ຈົດໝາຍດັ່ງກ່າວນັ້ນໄດ້ຖືກກວດສອບເບິ່ງ 3 ຄັ້ງ ແລະກໍພົບ
ວ່າບັນຈຸສານພິດ ricin ໃນທຸກໆຄັ້ງ. ເຈົ້າໜ້າທີ່ກໍາກັບດ້ານກົດ
ໝາຍແລະການປົກຄອງຂອງສະພາສູງ ກ່າວວ່າ ຈົດໝາຍສະບັບ
ນັ້ນ ແມ່ນຕີກາສົ່ງມາຈາກ ເມືອງ Memphis ລັດ Tennessee
ທີ່ຢູ່ໃກ້ໆກັບຊາຍແດນລັດ Mississippi.
ທ່ານ Roger Wicker ໄດ້ອອກຄໍາຖະແຫລງສັ້ນໆ ກ່າວຂອບໃຈ
ບັນດາເຈົ້າໜ້າທີ່ຮັກສາກົດໝາຍ ທີ່ໄດ້ເຮັດວຽກຢ່າງໜັກແລະຮອບຄອບ ເພື່ອປົກປ້ອງ
ບັນດາສະມາຊິກລັດຖະສະພາແລະພະນັກງານ ໃຫ້ປອດໄພ.
ເຈົ້າໜ້າທີ່ຕໍາຫຼວດປະຈໍາລັດຖະສະພາ ກ່າວວ່າ ພວກຕົນໄດ້ອອກປະຕິບັດການສືບສວນ
ສອບສວນ ຮ່ວມກັນກັບທາງຫ້ອງການ FBI ແລ້ວ.
ໄດ້ມີການຄົ້ນພົບຈົດໝາຍທີ່ມີສານພິດ ricin ມາກ່ອນ ໃນຫ້ອງກໍາກັບເບິ່ງນໍາຈົດໝາຍ
ທີ່ສົ່ງເຖິງລັດຖະສະພາ ໃນປີ 2004 ທີ່ໄດ້ພາໃຫ້ມີການອັດຕຶກຫ້ອງການຂອງສະພາທັງ
ສອງຫຼັງເປັນການຊົ່ວຄາວ. ສານພິດ ricin ແມ່ນສານພິດທີ່ຮ້າຍແຮງ ຊຶ່ງພຽງແຕ່ຢົດດຽວ
ກໍສາມາດຂ້າຜູ້ໃຫຍ່ໄດ້.