ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ແທນ ເອກກະຊົນ ສຫລ ຮຽກຮ້ອງໃຫ້ ພຽງຢາງ ຍຸຕິ ໂຄງການ ນີວເຄລຍ (ສະໄລດ໌)


ຫົວໜ້າບໍລິຫານບໍລິສັດ Google ທ່ານ Eric Schmidt ແລະອະດີດ ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານ Bill Richardson ກໍາລັງຢ້ຽມຢາມເກົາຫລີ ເໜືອ.
ຫົວໜ້າບໍລິຫານບໍລິສັດ Google ທ່ານ Eric Schmidt ແລະອະດີດ ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານ Bill Richardson ກໍາລັງຢ້ຽມຢາມເກົາຫລີ ເໜືອ.
ຜູ້ຕາງໜ້າ​ເອກ​ກະ​ຊົນ ຂອງ​ຄະນະບໍລິຫານບໍລິສັດ Google ​
ແລະ​ບັນດາ​ຜູ້​ນໍາສະຫະລັດຄົນ​ອື່ນໆ ທີ່ກໍາລັງ​ຢ້ຽມຢາມເກົາ
ຫລີ​ເໜືອ ກ່າວ​ວ່າ ຕົນ​ກໍາ​ລັງຮຽກຮ້ອງ​ ໃຫ້ພຽງ​ຢາງ ​ຍຸຕິໂຄງ
ການ​ອາວຸດ​ນິວ​ເຄລຍ ແລະ​ອະນຸຍາດໃຫ້ ​ມີ​ການຂະຫຍາຍ
​ການ​ໃຊ້ອິນ​ເຕີ​ແນັດ ​ແລະ​ໂທລະສັບ​ມື​ຖື.

ອ​ະດີດ​ຜູ້​ປົກຄອງ​ລັດ New Mexico ທ່ານ Bill Richardson
ຊຶ່ງ ເປັນຜູ້​ນໍາພາ​ຄະນະ ​ໄດ້​ກ່າວ​ຕໍ່ອົງ​ເອພີ ​ໃນ​ວັນ​ພຸດ​ນີ້​ວ່າ ຄະ
ນະຂອງ​ທ່ານ ຍັງໄດ້​ຊຸກຍູ້​ໃຫ້​ມີ​ການ​ປະຕິບັດ​ຢ່າ​ງ​ຍຸຕິ​ທໍາ ​ຕໍ່ຄົນ
ສັນຊາດ​ອາ​ເມ ຣິກັນ ທີ່​ຖືກ​ຄຸມ​ຂັງ​ຢູ່ທີ່​ປະ​ເທດ​ຄອ​ມມິ​ວນິສ​ເກົາ
ຫຼີ​ເໜືອ​ທີ່​ໂດດດ່ຽວ​ນັ້ນ.

ທ່ານ Richardson ອະດີດ​ເອກ​ອັກຄະ​ລັດຖະທູດສະຫະລັດ
ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ປະທານ​ບໍລິຫານຂອງບໍລິສັດ Google ທ່ານ Eric Schmidt ​ໄດ້ໄປ​ເຖິງ​ກຸງ​ພຽງຢາງ​ໃນ​ວັນ​ຈັນຜ່ານ​ມາ ​ເພຶ່ອ ທໍາການ​ຢ້ຽມຢາມ​ເປັນ​ເວລາສີ່
​ວັນ ​ໃນ​ອັນ​ທີ່​ພວກເຂົາ​ເຈົ້າ​ບັນ​ລະ​ຍາຍ​ວ່າ “​ເພື່ອ​ມະ​ນຸດ​ສະ​ທໍາ.”

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້ຕິ​ຕຽນ​ການ​ເດີນ​ທາງໄປ​ຢ້ຽມ ຢາມ ໂດຍເວົ້າວ່າ “ບໍ່​ເປັນເວລາ​ທີ່​ເໝາະ​ສົມ.”ການ​ຢ້ຽມຢາມໄດ້​ມີ​ຂຶ້ນ ຫຼັງຈາກການ​ທົດ​ລອງ​ລູກ​ສອນ​ໄປ​ລະຍະ​ຍາວ ຂອງ​ເກົາຫລີ​ເໜືອ ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ເປັນ​ການເຄື່ອນ​ໄຫວທີ່ຖືກ​ປະ ນາມ​ໂດຍວໍ​ຊິງ​ຕັນວ່າ​ເປັນ​ການ​ຂົ່ມຂູ່​ຕໍ່ຄວາມ​ປອດ​ໄພ​ຢູ່​ໃນ​ຂົງ​ເຂດ​ແລະ ລະ​ເມີດຕໍ່ມະຕິ​ຂອງ
ສະພາ​ໝັ້ນຄົງສະຫະ​ປະຊາ​ຊາດ.

ທ່ານ Eric Schmidt ແລະທ່ານ Bill Richardson ໄດ້ຮັບອະນຸຍາດ ໃຫ້ເຂົ້າເບິ່ງການໃຊ້ອິນເຕີແນັດ ຂອງເກົາຫລີເໜືອ:


XS
SM
MD
LG