ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ທ່ານນາງ ຊູຊານ ໄຣສ໌ ຖອນໂຕ ຈາກການສະໝັກເປັນ ລັດຖະມົນຕີຕ່າງປະເທດ ສຫລ


ເອກອັກຄະລັດຖະທູດສະຫະລັດ ປະຈໍາອົງການ ສະຫະປະຊາຊາດ ທ່ານນາງ Susan Rice ຖອນໂຕອອກຈາກ ການສະໝັກເປັນ ລັດຖະມົນຕີການຕ່າງປະເທດ ສຫລ.
ເອກ​ອັກຄະ​ລັດຖະທູດ ສະຫະລັດ ປະ​ຈໍາ ອົງການ​ສະຫະ​ປະ
ຊາ​ຊາດ ທ່ານ​ນາງ Susan Rice ​ໄດ້​ຖອນ​ຊື່​ຂອງ ທ່ານ​ນາງ
ອອກ​ຈາກ​ການ​ພິຈາລະນາ ​ເຂົ້າແທນ​ຕໍາແໜ່​ງ ລັດຖະມົນຕີ
ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ຜູ້ຈະລາ​ອອກ​ໄປ.

ທ່າ​ນນາງ Rice ​ຢູ່​ໃນ​ຈໍາ​ນວນຜູ້​ນໍາ​ໜ້າ​ຄົນ​ນຶ່ງ ​ໃນ​ຕໍາແໜ່​ງນີ້ມາ ຈົນເຖິງ​ເວລາ​ທີ່ ທ່ານ​ນາງ ​ໄດ້​ປະ​ເຊີນ​ໜ້າ​ກັບ​ຄື້ນຟອງ​ແຫ່ງ​ ການ​ຕໍາ​ໜິຕິຕຽນ​ຈາກ ພັກ​ເຣພັບ​ບລິກກັນ ​ຍ້ອນຄໍາ​ຖະ​ແຫລ​ງຂອງ​ທ່ານ​ຕໍ່ ປວງ​ຊົນ​ ກ່ຽວ​ກັບ​ການ​ໂຈມ​ຕີ ກົງ​ສູນ​ສະຫະລັດ ທີ່​ເມືອງ Benghazi ປະ​ເທດ ລີ​ເບຍ​ໃນ​ວັນ​ທີ 11 ກັນຍາ​ຜ່ານ​ມາ.

ທ່ານ​ນາງ ​ໄດ້​ກ່າວ​ຕໍ່ ​ໂທລະພາບ NBC ​ໃນ​ວັນ​ພະຫັດ ວານ​ນີ້​ວ່າ ທ່ານ​ນາງ ຈະໄດ້​ຮັບ​ກຽດ​ອັນ​ສູງ ທີ່​ຈະ​ຮັບ​ໃຊ້​ຢູ່​ໃນ​ຕໍາ​ແໜ່​ງດ່ັງກ່າວ ​ແຕ່​ວ່າ ການ​ຖອນ​ໂຕ​ອອກ​ນັ້ນ​ເປັນ​ທາງ​ເລືອກທີ່​ຖືກຕ້ອງ​ໃນ​ເມືອ​ຕໍ່າ​ແໜ່​ງດັ່ງ​ກ່າວ ​ໄດ້​ກາຍ​ມາ​ເປັນ​ເລື້ອງ​ການ​ເມືອງ​ເຊັ່ນ​ນີ້.

ກ່ຽວຂ້ອງກັນ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG