ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບທາດກົ່ວ ລະດັບສູງ ຢູ່ໃນເຂົ້າ ທີ່ຊື້ ຈາກຕ່າງປະເທດ (ວີດິໂອ)


ພໍ່ນາ ພວມດຳນາ ທີ່ທົ່ງນາແຫ່ງນຶ່ງ ໃນເຂດຊານເມືອງ Changsha ທີ່ແຂວງ Hunan ຂອງຈີນ.
ພໍ່ນາ ພວມດຳນາ ທີ່ທົ່ງນາແຫ່ງນຶ່ງ ໃນເຂດຊານເມືອງ Changsha ທີ່ແຂວງ Hunan ຂອງຈີນ.
ການສຶກສາຄັ້ງໃໝ່ໂດຍຄະນະນັກວິທະຍາສາດຢູ່ໃນສະຫະລັດ
ສະແດງໃຫ້ເຫັນວ່າ ເຂົ້າ ທີ່ນຳເຂົ້າມາຈາກບາງປະເທດ ມີທາດ
ກົ່ວສູງ ທີ່ອາດເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງພວກທາລົກ ແລະ ເດັກນ້ອຍທັງຫຼາຍ.

ພວກນັກວິທະຍາສາດໄດ້ວິໄຈເບິ່ງເຂົ້າ ທີ່ນຳເຂົ້າມາຍັງສະຫະ
ລັດ ຈາກເຂດເອເຊຍ ຢູໂຣບ ແລະ ອາເມຣິກາໃຕ້. ພວກເຂົາ
ເຈົ້າເວົ້າວ່າ ໂຕຢ່າງເຂົ້າ ທີ່ນຳມາ ຈາກໄຕ້ຫວັນແລະຈີນ ແມ່ນ
ມີລະດັບຂອງທາດກົ່ວສູງທີ່ສຸດ.

ໂດຍທົ່ວໄປແລ້ວຄະນະນັກວິທະຍາສາດພົບວ່າມີລະດັບຂອງ
ທາດກົ່ວແຕ່ 6 ຫາ 12 ມິລລີກຣາມຕໍ່ນຶ່ງກິໂລ ຊຶ່ງບາງຊະນິດທີ່ມີປະລິມານສູງສຸດແມ່ນຢູ່ ໃນອາຫານຂອງພວກເດັກນ້ອຍ.

ທ່ານ Tsanagurayi Tongesayi ຫົວໜ້າທີ່ນຳພາການສຶກສາຄົ້ນຄວ້າກ່າວວ່າ ພວກທາ ລົກແລະເດັກນ້ອຍ ທີ່ກິນຜະລິດຕະພັນເຂົ້າເຫຼົ່ານີ້ ທຸກໆມື້ ອາດມີຄວາມສ່ຽງໃນລະຫວ່າງ 30 ຫາ 60 ເທື່ອ ສູງກວ່າລະດັບ ທີ່ຖືວ່າຍອມຮັບໄດ້ ໂດຍອົງການອາຫານ ແລະຢາຂອງ ສະຫະລັດ. ທ່ານເວົ້າວ່າ ພວກທາລົກແລະເດັກນ້ອຍໃນເຂດເອເຊຍແມ່ນມີຄວາມສ່ຽງສູງ ເຖິງສອງເທົ່າ ຍ້ອນພວກເຂົາກິນເຂົ້າຫຼາຍກວ່າເຂດອື່ນໆ.

ເຂົ້າກິນ ທີ່ນຳເຂົ້າຈາກຕ່າງປະເທດແມ່ນປະກອບເປັນແຕ່ພຽງ 7 ເປີເຊັນທໍ່ນັ້ນຂອງປະລິ ມານເຂົ້າທັງໝົດທີ່ບໍລິໂພກກັນຢູ່ໃນສະຫະລັດ ແຕ່ແນວໃດກໍຕາມ ການສຶກສາດັ່ງກ່າວນີ້ ເວົ້າວ່າ ເນື່ອງຈາກມີການນຳເຂົ້າເພີ້ມຂຶ້ນ ເຂົ້າກິນເຫຼົ່ານີ້ ຈຶ່ງພົບເຫັນ ມີການວາງຂາຍ ຢູ່ ຕາມຕະຫຼາດທີ່ເປັນຕາໜ່າງຊູເປີ້ມາກເກັດແລະຮ້ານອາຫານຢູ່ໃນສະຫະລັດຕະຫຼອດເຖິງ ຕະຫຼາດແຫ່ງຕ່າງໆຂອງພວກຊົນກຸ່ມນ້ອຍ.

US Study Finds High Levels of Lead in Imported Rice
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ
XS
SM
MD
LG