ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ການປະທະກັນ ຮອບໃໝ່ ເກີດຂຶ້ນອີກ ໃນກຸງ Kyiv (ສະໄລດ໌/ວີດີໂອ)


Clashes Break Out in Kyiv Ahead of EU Visit
please wait

No media source currently available

0:00 0:01:52 0:00
ລິງໂດຍກົງ
ພວກທີ່ເຫັນເຫດການ ໃນນະຄອນຫລວງຂອງຢູເຄຣນ ກ່າວວ່າ
ຢ່າງໜ້ອຍມີປະຊາຊົນເສຍຊີວິດ 17 ຄົນໃນການປະທະກັນອີກ
ຄັ້ງໃໝ່ໆທີ່ເກີດຂຶ້ນ ລະຫວ່າງພວກປະທ້ວງຕໍ່ຕ້ານລັດຖະບານ
ແລະຕຳຫຼວດຢູເຄຣນ ໃນເວລາພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ
ປະທານາທິບໍດີ Viktor Yanukovych ປະກາດຢຸດພັກການປະ
ເຊີນໜ້າກັນເປັນການຊົ່ວຄາວກັບບັນດາຜູ້ນຳຝ່າຍຄ້ານ.

ຈຳນວນຜູ້ເສຍຊີວິດທີ່ແຈ້ງໃຫ້ຊາບນັ້ນ ແມ່ນເພີ້ມຈາກ 28 ຄົນ
ທີ່ກະຊວງສາທາລະນະສຸກກ່າວວ່າໄດ້ເສຍຊີວິດໃນການປະທະ
ກັນຫຼາຍບັ້ນໃນຕົ້ນສັບປະດານີ້ຫຼັງຈາກຕຳຫຼວດປາບຈະລາຈົນ ບຸກເຂົ້າໄປໃນຄ້າຍຕູບຜ້າຕັ້ງ ໃນກຸງ Kyiv ນັ້ນ.



ຄວາມຮຸນແຮງດັ່ງກ່າວມີຂຶ້ນໃນຂະນະທີ່ບັນດາລັດຖະມົນຕີຕ່າງປະເທດຂອງ 3 ປະເທດ
ໃນສະຫະພາບຢູໂຣບ ກຳນົດຈະທຳການໂອ້ລົມ ສົນທະນາກັນ ເລື້ອງວິກິດການດັ່ງກ່າວ
ກັບປະທານາທິບໍດີຢູເຄຣນ ທີ່ກຸງ Kyiv. ລາຍງານກ່ອນໜ້ານີ້ເວົ້າວ່າ ການພົບປະກັນໄດ້ ຖືກຍົກເລີກໄປ ເນື່ອງຈາກເກີດຄວາມວຸ້ນວາຍຄືນໃໝ່. ໃນເວລາຕໍ່ມາໃນມື້ດຽວກັນນີ້ສະ ຫະພາບຢູໂຣບ ຈັດກອງປະຊຸມ ສຸກເສີນຂຶ້ນ ທີ່ກຸງ Brussels ເພື່ອໂອ້ລົມສົນທະນາກັນ ເລື້ອງການລົງໂທດຕ່າງໆທີ່ອາດມີຂຶ້ນຕໍ່ພວກທີ່ຮັບຜິດຊອບໃນການກໍ່ຄວາມວຸ້ນວາຍນີ້.



ການປະທະກັນລະຫວ່າງພວກປະທ້ວງຕໍ່ຕ້ານລັດຖະບານ ແລະຕຳຫຼວດ ໄດ້ເພີ່ມທະວີ
ຂຶ້ນໃນສັບປະດານີ້. ນອກຈາກຈຳນວນຜູ້ເສຍຊີວິດນັ້ນແລ້ວຍັງມີປະຊາຊົນຕື່ມອີກ 300 ຄົນເຂົ້າປິ່ນປົວໃນໂຮງໝໍຮວມທັງພວກເຈົ້າໜ້າທີ່ຕຳຫຼວດ 88 ຄົນ ນັກຂ່າວ 6 ຄົນແລະ ສະມາຊິກລັດຖະສະພາຄົນນຶ່ງ.

ປະທານາທິບໍດີ Viktor Yanukovych ແລະພວກຜູ້ນຳປະທ້ວງຕໍ່ຕ້ານລັດຖະບານໄດ້ ຕົກລົງກັນຢຸດພັກການປະເຊີນກັນ ເປັນການຊົ່ວຄາວໃນວັນພຸດມື້ວານນີ້. ຖະແຫຼງການ
ສະບັບນຶ່ງໃນ Website ຂອງປະທານາທິບໍດີ Viktor Yanukovych ກ່າວວ່າມັນມີຈຸດ ປະສົງແນໃສ່ເພື່ອ“ຍຸດຕິການນອງເລືອດ ແລະເຮັດໃຫ້ ສະຖານະການ ຢູ່ໃນສະ ພາບທຸ່ນທ່ຽງ ເພື່ອເຫັນແກ່ຜົນປະໂຫຍດ ຂອງຄວາມສະຫງົບສຸກ ທາງສັງຄົມ” ແຕ່ບໍ່ໄດ້ແຈ້ງລາຍລະອຽດໃດໆໃຫ້ຊາບ.



XS
SM
MD
LG