ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Tillerson ເດີນທາງ ໄປຄູເວດ ຊາອຸດີ ອາຣາເບຍ ແລະກາຕ້າ ເພື່ອແກ້ ​ການປິດ​ລ້ອມ ກາ​ຕ້າ.


ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ຂວາ ສຳພັດມື ກັບລັດຖະມັນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson, ຊ້າຍ.
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ຂວາ ສຳພັດມື ກັບລັດຖະມັນຕີຕ່າງປະເທດສະຫະລັດ ທ່ານ Rex Tillerson, ຊ້າຍ.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ Rex Tillerson ກຳລັງ​ຢູ່ທີ່​ປະ​ເທດ ​ຄູ​ເວດ
​ໃນ​ຄວາມ​ພະຍາຍາມ​ເພື່ອຊ່ວຍແກ້​ໄຂສະພາບການ​ບໍ່ໄປ​ບໍ່​ມາ ກ່ຽວກັບ​ການ​ປິດ​ລ້ອມ
​ກາ​ຕ້າ ​ໂດ​ຍບັນດາປະ​ເທດ​ເພື່ອນ​ບ້ານ​ໃ​ນ​ເຂດ​ອ່າວ​ເປີ​ເຊຍ.

ທ່ານ Tillerson ຍັງ​ມີ​ກຳນົດ ທີ່​ຈະ​ໄປ​ຢ້ຽມຢາມ​ຊາ​ອຸ​ດີ ອາຣາ​ເບ​ຍ ​ແລະ​ກາ​ຕ້າ ​ໃນ​ອາ
ທິດ​ນີ້.

ທ່ານ Tillerson ​ໄດ້​ພົບ​ປະໃນ​ວັນ​ຈັນ​ວານ​ນີ້​ ກັບ ປະທານາທິບໍດີ​ເທີ​ກີ ທ່ານ Recep
Erdogan ຫລັງ​ຈາກໄປຢ້ຽມຢາມ​ຢູ​ເຄຣນໃນ​ວັນ​ອາທິດ. ກ່ອນ​ເດີນ ທາງ​ອອກ​ຈາກ​
ເທີ​ກີ ​ໄປ​ຫາຄູ​ເວດ ທີ່​ປຶກສາ​ຝ່າຍ​ສື່ສານຂັ້ນ​ສູງ ທ່ານ R.C. Hammond ກ່າວ​ວ່າ ຈຸດ
ປະສົງໃນການ​ເດີນທາງ ຂອງ​ທ່ານ Tillerson ​ໄປ ຢ້ຽມຫຼາຍໆ​ປະ​ເທດ​ໃນ​ອ່າວ​ເປີ​ເຊຍ
​ອາທິດ​ນີ້ກໍ​ເພື່ອສໍາ​ຫລວດ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການທີ່​ອາດຈະ​ພົບ​ເຫັນຊ່ອງ​ທາງ
ໃນ​ການ​ແກ້​ໄຂບັນຫາ​ໄດ້.

ທ່ານ Hammond ກ່າວ​ວ່າ ທ່ານ Tillerson ​ເດີນທາງໄປ​ຢ້ຽມຢາມ​ຍ້ອນ​ການ​ເຊີນ​
ຂອງ Emir ​ແຫ່ງ​ຄູ​ເວດ ​ແລະ​ເປັນ​ບ່ອນ​ຢຸດ​ແວ່​ຂອງ​ທ່ານແຫ່ງ​ທຳ​ອິດ​ແມ່ນ ຄູ​ເວດຊີ​ຕີ້.
ທ່ານ Hammond ກ່າວ​ວ່າ ບໍ່​ເປັນ​ເລື່ອງ​ໃໝ່​ທີ່ປະທານາທິບໍດີ​ທຣໍາ ​ໄດ້​ຮ້ອງ​ຂໍ​ໃຫ້ລັດ
ຖະມົນຕີ​ຕ່າງປະ​ເທດ​ຫາ​ການ​ແກ້​ໄຂ​ວິ​ກິດ​ການ​ກາ​ຕ້າ ​ແລະນັ້ນ ແມ່ນ​ບົດບາດຂອງ
ສະຫະລັດ ທີ່ຈະເຮັດ​ໃຫ້​ພັກ​ຝ່າຍ​ຕ່າງໆ​ສືບ​ຕໍ່ໂອ້​ລົມ​ກັນ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Tillerson Qatar
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG