ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Tillerson ຖືກຕ້ອງຕິ ສຳລັບແຜນການ ຈະບໍ່ເຂົ້າຮ່ວມ ກອງປະຊຸມ NATO


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຍ່າງລົງຈາກເຮືອບິນ (Photo: State Dept. Flickr)
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ຍ່າງລົງຈາກເຮືອບິນ (Photo: State Dept. Flickr)

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ຖືກຕ້ອງ​ຕິ ​ໃນການ ຕັດສິນໃຈທີ່ຈະບໍ່​ໄປຮ່ວມໃນກອງປະຊຸມລັດຖະມົນ ຕີການຕ່າງປະເທດຂອງອົງການ
NATO ທີ່ຈະຖືກຈັດຂຶ້ນໃນນະຄອນ ຫຼວງ ບຣັສໂຊສ ເດືອນໜ້ານີ້, ແລະ ສຳລັບການປະ
ກາດວ່າ ທ່ານຈະເດີນທາງໄປປະເທດ ຣັດເຊຍ ໃນທ້າຍເດືອນເມສາ ດ້ວຍ.

ໃນກອງປະຊຸມຖະ​ແຫຼງຂ່າວຂອງກະຊວງການຕ່າງປະເທດວັນອັງຄານວານນີ້, ຮັກສາ​ການໂຄສົກ ທ່ານ Mark Toner ໄດ້ຕອບຄຳຖາມຫຼາຍຂໍ້ ກ່ຽວກັບ ກອງປະຊຸມອົງການ
NATO ຂອງບັນດານັກຂ່າວ. ນັກຂ່າວຄົນໜຶ່ງໄດ້ກ່າວວ່າ ລາວຮູ້ຂ່າວມາວ່າ ອົງການ
NATO ໄດ້ສະເໜີຫຼາຍໆມີື້ໃຫ້ທ່ານ Tillerson ​ເລືອກ ເພື່ອໃຫ້ທ່ານສາມາດ​ໄປຮ່ວມ
ກອງປະຊຸມໄດ້, ແຕ່ວ່າຂໍ້ສະເໜີ​ເຫຼົ່ານັ້ນໄດ້ຖືກປະຕິເສດ. ທ່ານ Toner ໄດ້ກ່າວວ່າ ບັນ
ຫາແມ່ນຄວາມຂັດແຍ້ງຂອງການຈັດເວລາ.

ທ່ານໄດ້ກ່າວວ່າ “ພວກເຮົາປະທັບໃຈກັບຄວາມພະຍາຍາມທີ່ຈະອຳ ນວຍຄວາມສະ
ດວກໃຫ້ແກ່ລັດຖະມົນຕີ Tillerson ຢ່າງແນ່ນອນ. ຂ້າພະເຈົ້າສາມາດເວົ້າໄດ້ວ່າ
ພວກເຮົາກໍໄດ້ສະເໜີມື້ອື່ນໆທີ່ທ່ານລັດ ຖະມົນຕີສາມາ​ດ​ໄປຮ່ວມໄດ້, ແລະ ຂໍ້ສະເໜີ
ທີ່ວ່ານັ້ນແມ່ນກຳລັງຖືກພິຈາລະນາຢູ່. ມັນມີຄວາມສຳຄັນທີ່ຕ້ອງຈື່ໄວ້ວ່າ ມັນບໍ່ແມ່ນ
ພຽງ​ແຕ່ການຕັດສິນໃຈສຳລັບສຳນັກງານໃຫຍ່ອົງການ NATO ເທົ່ານັ້ນ, ແຕ່ຂໍ້ສະ
ເໜີມື້ພວກນີ້ ມັນກໍຈະຕ້ອງຖືກຮອງຮັບ ຢ່າງເປັນເອກະສັນໂດຍບັນດາປະເທດພັນ
ທະມິດທັງໝົດ 28 ປະເທດອີິກດ້ວຍ.”

ເຈົ້າໜ້າທີ່ກະຊວງການຕ່າງປະເທດອີກຄົນໜຶ່ງໄດ້ກ່າວວ່າ ທ່ານ Tillerson ຈະເດີນທາງ
ໄປ ອີຕາລີ ໃນເດືອນເມສານີ້ ​ເພື່ອ​ເຂົ້າຮ່ວມກອງປະຊຸມ ກຸ່ມ G-7 ແລະ ຫຼັງຈາກນັ້ນກໍຈະ
ໄປ ຣັດເຊຍ.

ໃນລະຫວ່າງກອງປະຊຸມຖະ​ແຫຼງຂ່າວນັ້ນ, ທ່ານ Toner ໄດ້ກ່າວວ່າ ທ່ານບໍ່ໄດ້ຮັບການ
ປະກາດຢ່າງເປັນທາງການ​ໃດໆ ກ່ຽວກັບ ການເດີນ ທາງໄປປະເທດ ຣັດເຊຍ ເທື່ອ, ແລະ ບໍ່ສາມາດເວົ້າໄດ້ວ່າ ທ່ານ Tillerson ຈະພົບປະກັບປະທານາທິບໍດີ ຣັດເຊຍ ທ່ານ
Vladimir Putin ຫຼື ບໍ່.

ແທນທີ່ຈະເຂົ້າຮ່ວມກອງປະຊຸມ ກັບບັນດາພັນທະມິດອົງການ NATO 28 ປະເທດເປັນ
ຄັ້ງທຳອິດຂອງທ່ານນັ້ນ, ທ່ານ Tillerson ມີກຳນົດທີ່ຈະເຂົ້າຮ່ວມໃນການພົບປະ ລະ ຫວ່າງປະທານາທິບໍດີ ດໍໂນລ ທຣຳ ​ແລະ​ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຢູ່ຣີສອດ Mar-a-Lago ຂອງທ່ານ ທຣຳ ຢູ່ລັດຟລໍຣິດາ ​ໃນວັນທີ 6 ຫາ 7 ເມສາເດືອນໜ້ານີ້ ອີງ ຕາມການລາຍງານຂອງອົງການຂ່າວ Reuters.

​ເມື່ອ​ມີ​ການຖາມກ່ຽວກັບ ວ່າ ການບໍ່ເຂົ້າຮ່ວມໃນກອງປະຊຸມ NATO ຂອງທ່ານ
Tillerson ນັ້ນ ຈະສົ່ງຂໍ້ຄວາມຫາບັນດາພັນທະມິດຂອງ ສະຫະລັດ ແນວໃດ, ທ່ານ
Toner ໄດ້ກ່າວຢໍ້າວ່າ ສະຫະລັດ ຍັງຄົງມີຄວາມໝັ້ນໝາຍຕໍ່ອົງການ NATO ຢູ່ຄືເກົ່າ
100 ເປີເຊັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Tillerson Nato
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG