ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ມີຄວາມຮູ້ສຶກ ໃນແງ່ບວກ ກ່ຽວກັບ ເກົາຫຼີເໜືອ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຄຳປາໄສທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ. 22 ສິງຫາ, 2017.
ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຄຳປາໄສທີ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ. 22 ສິງຫາ, 2017.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ມີຄວາມຍິນດີ ຮັບເອົາ
ການຕັດສິນໃຈຂອງ ເກົາຫຼີເໜືອ ທີ່ຈະຫຼຸດຜ່ອນການໃຊ້ຄຳ ເວົ້າທີ່ຈະນຳໄປສູ່ສົງຄາມ
ໃນການຕອບໂຕ້ຕໍ່ມາດຕະການລົງໂທດໃໝ່ ໂດຍສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ໃນການກ່າວຕໍ່ບັນດານັກຂ່າວ ທີ່ກະຊວງການຕ່າງປະເທດໃນວັນອັງຄານວານນີ້ ທ່ານ
Tillerson ກ່າວວ່າ “ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ ເຫັນວ່າ ລະບອບການປົກຄອງໃນ
ພຽງຢາງ ສະແດງໃຫ້ເຫັນຢ່າງແຈ້ງຊັດ ກ່ຽວກັບ ລະດັບຂອງການຍັບຍັ້ງທີ່ພວກເຮົາ
ບໍ່ໄດ້ເຫັນໃນເມື່ອກ່ອນ."


ສະຫະລັດ ຫວັງວ່າ ເລື່ອງນີ້ຈະໝາຍຄວາມວ່າ ເກົາຫຼີເໜືອ ມີແຜນທີ່ຈະຄວບຄຸມ
“ການກະທຳທີ່ຍຸແຍ່” ຂອງເຂົາເຈົ້າໃນອະນາຄົດ, ທ່ານ Tillerson ໄດ້ກ່າວເພີ່ມເຕີມວ່າ
“ບາງເທື່ອພວກເຮົາກຳລັງເຫັນຊ່ອງ ທາງທີ່ຈະນຳໄປສູ່ການເຈລະຈາກັນ ໃນອະນາ
ຄົດ.”

ໃນຕອນເຊົ້າຂອງວັນດັ່ງກ່າວ ປະທານາທິບໍດີ ດໍໂນລ ທຣຳ ໄດ້ວາງ ມາດຕະການລົງ
ໂທດຕໍ່ບັນດາບໍລິສັດ ແລະ ສ່ວນບຸກຄົນຕ່າງໆຂອງ ຈີນ ແລະ ຣັດເຊຍ ທີ່ມີສ່ວນຮ່ວມ
ໃນຂໍ້ຕົກລົງທາງທຸລະກິດກັບ ເກົາຫຼີເໜືອ ເຊິ່ງເຊື່ອກັນວ່າ ໄດ້ຊ່ວຍເຫຼືອໂຄງການອາ
ວຸດນິວເຄລຍຂອງພວກເຂົາ.

ກະຊວງການເງິນ ສະຫະລັດ ໄດ້ກ່າວວ່າ 10 ບໍລິສັດ ແລະ ສ່ວນ ບຸກຄົນ 6 ຄົນ ໄດ້
ຊ່ວຍເຫຼືອ ເກົາຫຼີເໜືອ ສ້າງລາຍໄດ້ທີ່ອາດຖືກ ໃຊ້ເພື່ອໃຊ້ຈ່າຍໃນໂຄງການອາວຸດ
ຕ່າງໆ. ບັນດາທຸລະກິດ ແລະ ພວກຜູ້ບໍລິຫານງານຂອງເຂົາເຈົ້າ ໄດ້ທຳການຄ້າຂາຍ
ກັບພວກບໍລິສັດ ທີ່ຖືກວາງມາດຕະການລົງໂທດກ່ອນໜ້ານີ້ ແລະ ຄົນຜູ້ທີ່ໄດ້ເຮັດວຽກ
ໃຫ້ກັບພາກສ່ວນພະລັງງານ Roth Korean.

ກະຊວງຍຸຕິທຳ ສະຫະລັດ ໄດ້ຮ່າງການຟ້ອງຮ້ອງປັບໄໝເງິນ 11 ລ້ານໂດລາຈາກ
ພວກບໍລິສັດທີ່ມີຫ້ອງການຕັ້ງຢູ່ໃນ ຈີນ ແລະ ສິງກະໂປ ທີ່ຖືກກ່າວຫາ ກ່ຽວກັບ ການ
ຮ່ວມຫົວກັນເພື່ອຊ່ວຍເຫຼືອ ເກົາຫຼີເໜືອ ຫຼີກລ່ຽງມາດຕະການລົງໂທດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG