ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ທິລເລີສັນ ວ່າ ທຸກທາງເລືອກ ຍັງເປີດກວ້າງ ເພື່ອຮັບມື ກັບການຂົ່ມຂູ່ ຂອງ ເກົາຫຼີເໜືອ


ລມຕ ຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ຖະແຫຼງ ຕໍ່ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບໂຄງການນິວເຄລຍ ຂອງເກົາຫຼີເໜືອ. (15 ທັນວາ 2017)​
ລມຕ ຕ່າງປະເທດສະຫະລັດ ທ່ານເຣັກສ໌ ທິລເລີສັນ ຖະແຫຼງ ຕໍ່ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບໂຄງການນິວເຄລຍ ຂອງເກົາຫຼີເໜືອ. (15 ທັນວາ 2017)​

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານເຣັກສ໌ ທິລເລີສັນກ່າວໃນວັນ
ສຸກວານນີ້ວ່າ ຄວາມສາມາດທາງດ້ານນິວເຄລຍທີ່ມີເພີ້ມຂຶ້ນຂອງເກົາຫຼີເໜືອແມ່ນ
ເປັນໄພຂົ່ມຂູ່ໂດຍກົງ ຕໍ່ສະຫະລັດ ແລະ ວໍຊິງຕັນ “ຈະນຳໃຊ້ທຸກມາດຕະການທີ່ຈຳ
ເປັນ” ເພື່ອປ້ອງກັນໂຕ ຕໍ່ການຮຸກຮານເຊັ່ນວ່ານີ້.

ທ່ານທິລລີສັນ ກ່າວວ່າ “ໃນການປະເຊີນໜ້າ ກັບການຂົ່ມຂູ່ແບບນີ້ ການບໍ່ດຳເນີນ
ການຫຍັງເລີຍ ແມ່ນເປັນທີ່ຮັບເອົາບໍ່ໄດ້ ສຳລັບປະເທດໃດກໍຕາມ.”

ລັດຖະມົນຕີການຕ່າງປະເທດທິລເລີສັນກ່າວຕໍ່ສະພາຄວາມໝັ້ນຄົງທີ່ແໜ້ນໄປດ້ວຍ
ຜູູ້ຄົນວ່າ “ພວກເຮົາໄດ້ປະກາດຢ່າງຈະແຈ້ງແລ້ວວ່າ ທຸກໆທາງເລືອກແມ່ນຍັງເປີດ
ກວ້າງ ໃນການປ້ອງກັນປະເທດ ຂອງພວກເຮົາ. ແຕ່ພວກເຮົາ ບໍ່ໄດ້ຊອກສະແຫວງ
ຫາ ຫຼືວ່າຕ້ອງການຢາກເຮັດສົງຄາມກັບເກົາຫຼີເໜືອ.”

ທ່ານເຣັກສ໌ ທິລເລີສັນ ລັດຖະມົນຕີ ກະຊວງຕ່າງປະເທດສະຫະລັດ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະພາຄວາມໝັ້ນຄົງ (15 ທັນວາ 2017)
ທ່ານເຣັກສ໌ ທິລເລີສັນ ລັດຖະມົນຕີ ກະຊວງຕ່າງປະເທດສະຫະລັດ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະພາຄວາມໝັ້ນຄົງ (15 ທັນວາ 2017)

ທ່ານທິລເລີສັນໄດ້ກ່າວຕໍ່ກອງປະຊຸມວ່າດ້ວຍການແຜ່ຜາຍອາວຸດຂອງເກົາຫຼີເໜືອທີ່
ຮຽກໃຫ້ມີຂຶ້ນໂດຍຍີ່ປຸ່ນ ຊຶ່ງເປັນປະທານວຽນຂອງສະພາຄວາມໝັ້ນຄົງໃນອາທິດນີ້.

ທ່ານທິລເລີສັນກ່າວຕື່ມວ່າ “ສະຫະລັດຈະນຳໃຊ້ທຸກມາດຕະການທີ່ຈຳເປັນເພື່ອປ້ອງ
ກັນໂຕ ຕ້ານການຮຸກຮານ ຂອງເກົາຫຼີເໜືອ ແຕ່ຄວາມຫວັງ ຂອງພວກເຮົາ ຍັງມີຢູ່ວ່າ ຄວາມພະຍາຍາມທາງການທູດຈະຊ່ອຍແກ້ໄຂຕໍ່ບັນຫານີ້.”

ລັດຖະມົນຕີ ກະຊວງຕ່າງປະເທດຍີ່ປຸ່ນ ທ່ານຕາໂຣະ ໂກໂນ ກ່າວຄຳປາໄສ ຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (15 ທັນວາ 2017)
ລັດຖະມົນຕີ ກະຊວງຕ່າງປະເທດຍີ່ປຸ່ນ ທ່ານຕາໂຣະ ໂກໂນ ກ່າວຄຳປາໄສ ຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (15 ທັນວາ 2017)

ໃນວັນເສົາມື້ນີ້ ສື່ມວນຊົນຂອງທາງການເກົາຫຼີເໜືອ ໄດ້ແນເປົ້າໝາຍການໂຈມຕີໃສ່
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໂດຍກ່າວເຖິງທ່ານວ່າ “ຜູ້ເຖົ້າບ້າທຣຳ” ແລະເຕືອນເຈົ້າໜ້າທີ່ລັດຖະບານຂອງທ່ານໃຫ້ “ສຸຂຸມຮອບຄອບ ຖ້າພວກເຂົາເຈົ້າບໍ່
ຢາກປະເຊີນກັບຄວາມເສື່ອມເສຍແບບຂົ່ມຂືນແລະການຖືກທຳລາຍ.”

ບົດຂຽນດັ່ງກ່າວ ຍັງເຕືອນຕື່ມວ່າ ຖ້າ “ລັດຖະບານທ່ານທຣຳຫາກຫັນໄປໃຊ້ການຕໍ່
ຕ້ານທາງທະຫານ” ກໍຈະປະເຊີນກັບມາດຕະການຕອບໂຕ້ ທີ່ໜັກກວ່າເກົ່າຈາກເກົາ
ຫຼີເໜືອ ແລະ “ກໍຈະຕົກເລິກລົງໄປເລິກກວ່າເກົ່າໃນໜອງ.”

ທີ່ວໍຊິງຕັນ ທ່ານທຣຳໄດ້ຊີ້ໃຫ້ເຫັນເຖິງການກົດດັນເພີ້ມຂຶ້ນຂອງຣັດເຊຍ ຕໍ່ພຽງຢາງ ນຶ່ງມື້ຫລັງຈາກທ່ານໄດ້ໂທລະສັບໄປໂອ້ລົມ ກັບປະທານາທິບໍດີຣັດເຊຍ ທ່ານວລາດີ
ເມຍ ປູຕິນ.

ເອກອັກຄະລັດຖະທູດ ເກົາຫຼີເໜືອ ປະຈຳ ສະຫະປະຊາຊາດ ທ່ານ ຈາ ຊອງ ນາມ ຟັງການກ່າວ ຄຳປາໄສ ໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງ
ເອກອັກຄະລັດຖະທູດ ເກົາຫຼີເໜືອ ປະຈຳ ສະຫະປະຊາຊາດ ທ່ານ ຈາ ຊອງ ນາມ ຟັງການກ່າວ ຄຳປາໄສ ໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງ

ທ່ານທຣຳກ່າວວ່າ ຈຸດເພັ່ງເລັງຕົ້ນຕໍຂອງການໂອ້ລົມຂອງທ່ານ ກັບປະທານາທິບໍດີ
ປູຕິນ ໃນວັນພະຫັດຜ່ານມານີ້ແມ່ນເລື່ອງເກົາຫຼີເໜືອ ໂດຍໃຫ້ຂໍ້ສັງເກດວ່າວໍຊິງຕັນ
ຕ້ອງການຄວາມຊ່ອຍເຫລືອຈາກມົສກູ ໃນເລື່ອງພຽງຢາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG