ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂ່າວຣອຍເຕີ້ 2 ຄົນ ໃນມຽນມາ ຖືກປ່ອຍ ຫຼັງຈາກ ຕິດຄຸກ ຫຼາຍກວ່າ 500 ວັນ


ພວກນັກຂ່າວຂອງອົງ​ການ​ຂ່າວຣອຍເຕີ 2 ຄົນ ທ່ານວາ ໂລນ ແລະ ທ່ານໂຈ ຊໍ ອູ ສະແດງປະຕິກິລິຍາ ຂະນະທີ່ພວກເຂົາເຈົ້າ ໄດ້ຖືກປ່ອຍໂຕໃຫ້ເປັນອິດສະລະ ຈາກຄຸກ ອິນເຊນ ຫຼັງຈາກ ທີ່ໄດ້ຮັບການອະໄພຍະໂທດ ໂດຍທ່ານປະທານາທິບໍດີ ໃນນະຄອນຢາງກຸ້ງ ຂອງມຽນມາ, ວັນທີ 7 ພຶດສະພາ 2019.
ພວກນັກຂ່າວຂອງອົງ​ການ​ຂ່າວຣອຍເຕີ 2 ຄົນ ທ່ານວາ ໂລນ ແລະ ທ່ານໂຈ ຊໍ ອູ ສະແດງປະຕິກິລິຍາ ຂະນະທີ່ພວກເຂົາເຈົ້າ ໄດ້ຖືກປ່ອຍໂຕໃຫ້ເປັນອິດສະລະ ຈາກຄຸກ ອິນເຊນ ຫຼັງຈາກ ທີ່ໄດ້ຮັບການອະໄພຍະໂທດ ໂດຍທ່ານປະທານາທິບໍດີ ໃນນະຄອນຢາງກຸ້ງ ຂອງມຽນມາ, ວັນທີ 7 ພຶດສະພາ 2019.

ພວກນັກຂ່າວຂອງອົງ​ການ​ຂ່າວຣອຍເຕີ 2 ຄົນ ທີ່ໄດ້ຖືກຈັບກຸມ ໃນຂໍ້ຫາລະເມີດກົດ
ໝາຍ ວ່າດ້ວຍຂໍ້ມູນລັບຂອງທາງການມຽນມາ ໃນສະໄໝເປັນອານານິຄົມ ນັ້ນ ໄດ້ຖືກ
ປ່ອຍໂຕ ໃນວັນອັງຄານມື້ນີ້.

ທ່ານວາ ໂລນ ແລະ ທ່ານໂຈ ຊໍ ອູ ແມ່ນລວມຢູ່ໃນບັນດານັກໂທດ ຫຼາຍພັນຄົນ ທີ່ໄດ້
ຮັບອະໄພຍະໂທດ ໂດຍປະທານາທິບໍດີ ວິນ ມີອິນ ອັນເປັນສ່ວນນຶ່ງ ຂອງການໃຫ້
ນິລະໂທດ ປະຈຳປີ ທີ່ໄດ້ຖືກປະກາດແຈ້ງອອກມາໂດຍທາງການ ໃນຊ່ວງເວລາຍາມ
ບຸນປີໃໝ່ ຊຶ່ງໄດ້ເລີ້ມຕົ້ນຂຶ້ນໃນວັນທີ 17 ເມສາຜ່ານມານີ້.

ພວກນັກ​ຂ່າວທັງສອງໄດ້ຖືກຕ້ອນຮັບໂດຍບັນດານັກຂ່າວໃນຂະນະທີ່ຍ່າງອອກມາ
ຈາກປະຕູຄຸກ ອິນເຊນ (Insein) ທີ່ມີຊື່ສຽງບໍ່​ດີ ໃນນະຄອນຢາງກຸ້ງ ຊຶ່ງ ທ່ານ ວາ ໂລນ
ໄດ້ປະຕິຍານວ່າ ຈະສືບຕໍ່ປະຕິບັດໜ້າທີ່ຂອງທ່ານ ໂດຍບອກພວກເພື່ອນຮ່ວມງານວ່າ
“ຂ້າພະເຈົ້າຢາກຈະກັບຄືນໄປຫ້ອງການຂ່າວ ຂອງຂ້າພະເຈົ້າ.”

ບຸກທັງສອງ ໄດ້ຖືກຕັດສິດວ່າມີຄວາມຜິດເມື່ອເດືອນກັນຍາປີກາຍນີ້ແລະໄດ້ຖືກລົງໂທດ
ໃຫ້ຈຳຄຸກ 7 ປີ. ພວກເຂົາເຈົ້າ ໄດ້ລາຍງານເລື້ອງການປາບປາມ ຢ່າງໂຫດຮ້າຍທາລຸນ
ຂອງພວກທະຫານ ​ຢູ່ທີ່ລັດຣາໄຄນ໌ ທາງພາກຕາເວັນຕົກສຽງເໜືອຂອງປະ​ເທດ ທີ່ໄດ້
ຂັບດັນໃຫ້ ພວກຊາວມຸສລິມໂຣຮິງຢາ 700,000 ຄົນ ພາກັນຫລົບໜີຂ້າມຊາຍແດນ
ເຂົ້າໄປໃນປະເທດບັງກລາແດັສ ໃນເດືອນສິງຫາ ປີ 2017. ພວກເຂົາເຈົ້າໄດ້ຖືກຈັບກຸມ
ໃນເດືອນທັນວາ ຂອງປີດຽວກັນນັ້ນ ຫຼັງຈາກທີ່ໄດ້ໄປພົບກັບເຈົ້າໜ້າທີ່ຕຳຫຼວດ 2 ຄົນ
ຢູ່ທີ່ຮ້ານອາຫານແຫ່ງນຶ່ງ ໃນນະຄອນຢາງກຸ້ງ ແລະໄດ້ຮັບເອກກະສານຕັບນຶ່ງ ຈາກ
ເຈົ້າໜ້າທີ່ດັ່ງກ່າວ. ບຸກ​ຄົນທັງສອງກຳລັງສືບສວນ ໃນເລື້ອງການສັງຫານໝູ່ ຊາວ
ໂຣຮິງຢາ 10 ຄົນ ໂດຍຕຳຫຼວດ ແລະທະຫານ ໃນບ້ານ ອິນ ດິນ.

ການປ່ອຍໂຕ​ພວກນັກຂ່າວທັງສອງ ມີຂຶ້ນໃນສອງສັບປະດາ ຫຼັງຈາກສານສູງສຸດ ຂອງ
ມຽນມາໄດ້ປະຕິເສດ ທີ່ຈະຮັບເອົາການຂໍອຸທອນຕໍ່ຄຳຕັດສິນຄວາມຜິດ ຂອງພວກເຂົາ
ເຈົ້າ. ບັນດາທະນາຍຄວາມຂອງພວກເຂົາເຈົ້າ ໄດ້ກ່າວວ່າ ຄຳຕັດສິນ ໃນເບື້ອງຕົ້ນ
ຄວນຖືກຍົກ​ເລີກ ເພາະວ່າ ພວກນັກຂ່າວໄດ້ຖືກຫຼອກລວງ ໂດຍຕຳຫຼວດ. ໃນຕອນນຶ່ງ
ຂອງການດຳເນີນຄະດີ ພວກເຂົາເຈົ້ານັ້ນ ເຈົ້າໜ້າທີ່ພິທັກກົດໝາຍຄົນນຶ່ງ ໄດ້ໃຫ້ການ
ວ່າ ລາວໄດ້ຊຸກເຊື່ອງເອກກະສານດັ່ງກ່າວ ໃສ່ໃນໂຕພວກເຂົາທັງສອງ.

ທ່ານວາ ໂລນ ແລະທ່ານ ໂຈ ຊໍ​ ອູ ໄດ້ຮັບລາງວັນພູລິເຊີ ໃນການລາຍງານ ຂ່າວຕ່າງ
ປະເທດ ສຳລັບວຽກງານຂອງພວກເຂົາເຈົ້າ ທີ່ໄດ້ເປີດເຜີຍການສັງຫານໝູ່ ດັ່ງກ່າວນັ້ນ
ຊຶ່ງພວກເຂົາເຈົ້າ ໄດ້ມອບໃຫ້ເພື່ອນຮ່ວມງານສອງຄົນ ຜູ້ທີ່ໄດ້ຂຽນເລື້ອງລາວຈົນສຳ
ເລັດ ຫຼັງຈາກທີ່ພວກເຂົາເຈົ້າຖືກຕັດສິນວ່າຜິດ.

ອ່ານາຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG