ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ຕັ້ງຂໍ້ຫາ ໃສ່ນັກຂ່າວ ຣອຍເຕີ ສອງຄົນ ຢ່າງເປັນທາງການ


ຕຳຫຼວດ ຍ່າງອ້ອມ ນັກຂ່າວ ຣອຍຕີ ທ້າວ ວາ ໂລນ ໃນຂະນະທີ່ລາວເດີນທາງອອກຈາກສານໃນວັນພຸດມື້ນີ້. ທີ່ນະຄອນ ຢາງກຸ້ງ, ມຽນມາ. 10 ມັງກອນ, 2018.
ຕຳຫຼວດ ຍ່າງອ້ອມ ນັກຂ່າວ ຣອຍຕີ ທ້າວ ວາ ໂລນ ໃນຂະນະທີ່ລາວເດີນທາງອອກຈາກສານໃນວັນພຸດມື້ນີ້. ທີ່ນະຄອນ ຢາງກຸ້ງ, ມຽນມາ. 10 ມັງກອນ, 2018.

ນັກຂ່າວສອງຄົນຂອງອົງການຣອຍເຕີ້ (Reuters) ທີ່ຖືກຈັບເຂົ້າຄຸກໃນ ມຽນມາ ໄດ້
ຖືກຕັ້ງຂໍ້ກ່າວຫາຢ່າງເປັນທາງການ ດ້ວຍການລ່ວງລະເມີດກົດໝາຍຄວາມລັບຂອງ
ປະເທດ.

ບັນດາໄອຍະການໄດ້ຕັ້ງຂໍ້ກ່າວຫາຕ່າງໆຕໍ່ທ້າວ ວາ ໂລນ (Wa Lone) ແລະ ທ້າວ ຈໍ
ໂຊ ໂອ (Kyaw Soe Oo) ໃນລະຫວ່າງການປາກົດຕົວຕໍ່ສານ ເປັນເວລາສັ້ນໆທີ່ນະ
ຄອນ ຢາງກຸ້ງ ໃນວັນພຸດມື້ນີ້. ນັກຂ່າວທັງສອງໄດ້ຖືກຈັບໃນວັນທີ 12 ທັນວາທີ່ຜ່ານ
ມາ ຫຼັງຈາກເຂົາເຈົ້າຖືກກ່າວຫາວ່າ ໄດ້ຮັບເອກະສານລັບຈາກຕຳຫຼວດສອງຄົນ ເພື່ອ
ແລກກັບອາຫານຄໍ່າ.

ທະນາຍຄວາມຂອງບັນດານັກຂ່າວນັ້ນກ່າວວ່າ ຜູ້ພິພາກສາໄດ້ປະຕິເສດຄຳຮ້ອງຂໍ
ຂອງລາວ ເພື່ອໃຫ້ປ່ອຍຕົວລູກຄວາມຂອງລາວດ້ວຍການປະກັນໂຕ, ແຕ່ສັນຍາວ່າ
ຈະທຳການຕັດສິນໃນການພິຈາລະນາຄະດີຄັ້ງຕໍ່ໄປ, ເຊິ່ງມີກຳນົດໃນວັນທີ 23 ມັງ
ກອນນີ້.

ນັກຂ່າວສອງຄົນໄດ້ພົບກັບສະມາຊິກຄອບຄົວຂອງເຂົາເຈົ້າເປັນເວລາສັ້ນໆ, ແລະ
ມີຄວາມໂສກເສົ້າ ຫຼັງຈາກການໃຫ້ປາກຄຳ ກ່ອນທີ່ເຂົາເຈົ້າຈະຖືກນຳໂຕກັບຄືນໄປ
ຄຸກ.

ຢູ່ນອກຫ້ອງສານນັ້ນ, ບັນດານັກຂ່າວຫຼາຍສິບຄົນ ໄດ້ນຸ່ງເຄື່ອງສີດຳ ຮ່ວມກັນສະໜັບ
ສະໜູນທ້າວ ວາ ໂລນ (Wa Lone) ແລະ ທ້າວ ຈໍ ໂຊ ໂອ (Kyaw Soe Oo) ເຊິ່ງບາງ
ຄົນຖືປ້າຍປະກາດວ່າ “ການຂ່າວບໍ່ແມ່ນອາຊະຍາກຳ.”

ບຸກຄົນທັງສອງຄົນ ອາດປະເຊີນກັບການຂັງຄຸກເຖິງ 14 ປີ ຖ້າຫາກ ຖືກຕັດສິນວ່າ ມີ
ຄວາມຜິດ ພາຍໃຕ້ກົດໝາຍວ່າດ້ວຍຄວາມລັບຂອງທາງການ, ເຊິ່ງຢ້ອນກັບຄືນໄປ
ເກືອບ 1 ສັດຕະວັດຜ່ານມາ, ໃນເວລາທີ່ ມຽນມາ ຍັງຢູ່ພາຍໃຕ້ການເປັນຫົວເມືອງ
ຂຶ້ນຂອງ ອັງກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG